ຂປລ
ກອງປະຊຸມເຜີຍແຜ່ ແລະ ວາງແຜນສຳລັບຍຸດທະສາດ ແລະ ແຜນປະຕິບັດງານການບໍລິການເຊື່ອມສານສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (ສມດວ) ໂດຍຖືເອົາຜູ້ຮັບບໍລິການເປັນໃຈກາງ ປີ 2026-2030 ຈັດຂຶ້ນໃນວັນທີ 16-17 ກັນຍາ 2026 ໂດຍການເປັນປະທານຂອງ ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າໂຮງໝໍສູນກາງ, ພະແນກສາທາລະນະສຸກແຂວງ ແລະ ໂຮງໝໍແຂວງ ຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ, ພ້ອມດ້ວຍຄູ່ຮ່ວມພັດທະນາ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ສຸມໃສ່ 4 ຈຸດປະສົງທີ່ສຳຄັນ ຄື: ການເຜີຍແຜ່ເພື່ອຮັບປະກັນສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວຽກງານບຸລິມະສິດຂອງຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH 2026-2030) ແລະ ຄວາມຄາດຫວັງສຳລັບການຈັດຕັ້ງປະຕິບັດຢູ່ລະດັບທ້ອງຖິ່ນ; ປຶ້ມຕິດຕາມສຸຂະພາບແມ່ ແລະ ເດັກ ໂດຍການຈັດຕັ້ງປະຕິບັດປຶ້ມ ສະບັບປັບປຸງໃໝ່ ເພື່ອເປັນເຄື່ອງມືຕົ້ນຕໍໃນການສະໜອງການບໍລິການແບບຮວມສູນ ໂດຍເອົາປະຊາຊົນເປັນສູນກາງ; ການກຳນົດອຸປະສັກກີດຂວາງ ໂດຍການກຳນົດອຸປະສັກກີດຂວາງສະເພາະ ຂອງການເຊື່ອມສານຢູ່ລະດັບແຂວງ ແລະ ການພັດທະນາແນວທາງແກ້ໄຂທີ່ສາມາດປະຕິບັດໄດ້ເປັນຈິງ; ການວາງແຜນຮ່ວມກັນ ຊຶ່ງການຮ່ວມມືກັນພັດທະນາແຜນດຳເນີນງານ 5 ປີ ແລະ ແຜນປະຈຳປີແບບເຊື່ອມສານ ສຳລັບແຕ່ລະແຂວງ ໃຫ້ສອດຄ່ອງກັບຍຸດທະສາດລະດັບຊາດຂອງພວກເຮົາ.
ໃນໄລຍະຜ່ານມາ, ກໍໄດ້ນຳໃຊ້ການບໍລິການແບບເຊື່ອມສານ ໂດຍເອົາຜູ້ຮັບບໍລິການເປັນໃຈກາງ, ແຕ່ການຈັດຕັ້ງປະຕິບັດແມ່ນຂາດຄວາມເປັນເອກະພາບ ຊຶ່ງພາໃຫ້ເກີດມີຄວາມສັບສົນດ້ານພາລະບົດບາດ ແລະ ການຈັດຕັ້ງປະຕິບັດທີ່ແຍກສ່ວນ, ບໍ່ເຊື່ອມສານກັນ. ສະນັ້ນ, ຍຸດທະສາດສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ ຈະເປັນບ່ອນອີງພື້ນຖານໃຫ້ຄວາມເຂົ້າໃຈທີ່ເປັນເອກະພາບ ການເຊື່ອມສານຕ້ອງຮວມເອົາຄວາມເປັນເລີດດ້ານວິຊາການ, ການວາງແຜນຢ່າງເປັນລະບົບ ແລະ ການໃຫ້ບໍລິການດ້ວຍຄວາມເຄົາລົບ. ປ່ຽນຈາກຮູບແບບການເຮັດວຽກແບບຕາມແຜນງານໃຜລາວ ໄປສູ່ຮູບແບບຮັບປະກັນໃຫ້ ແມ່ ແລະ ເດັກນ້ອຍ ໄດ້ຮັບການບໍລິການແບບຄົບຊຸດ ລວມທັງການກວດສຸຂະພາບ, ການວາງແຜນຄອບຄົວ, ໂພຊະນາການ ແລະ ວຽກງານໃຫ້ວັກຊິນກັນພະຍາດ ສຳລັບການມາຮັບບໍລິການໃນຄັ້ງດຽວ.
KPL