ຂປລ
ຂະແໜງສາທາລະນະສຸກ ກໍຄື ບັນດາໂຮງໝໍສູນກາງ (ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ) ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ເພື່ອຮອງຮັບກໍລະນີເກີດເຫດສຸກເສີນ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 14-18 ກັນຍາ 2026 ໂດຍໄດ້ຈັດທີມແພດປະຈຳຢູ່ຈຸດຕ່າງໆ ເປັນຕົ້ນ ຢູ່ຫໍປະຊຸມແຫ່ງຊາດ ແລະ ສະຖານທີ່ພັກ (ໂຮງແຮມ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ.
ທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 16 ກັນຍາ 2026 ນີ້ວ່າ: ເພື່ອຮອງຮັບ ແລະ ໃຫ້ບໍລິການເບິ່ງແຍງສຸຂະພາບ ຂອງຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ 3RC-CCM, ຂະແໜງສາທາລະນະສຸກ ກໍຄື ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍສູນກາງ 103 ໄດ້ກຽມທີມແພດ ແລະ ອຸປະກອນການແພດສຸກເສີນ ລົງປະຈຳຢູ່ຈຸດຕ່າງໆ ໂດຍຢູ່ສະຖານທີ່ຈັດກອງປະຊຸມ (ຫໍປະຊຸມແຫ່ງຊາດ) ແລະ ສະຖານທີ່ພັກ (ໂຮງແຮມ 14 ແຫ່ງ) ຂອງຄະນະຜູ້ແທນ ຕະຫຼອດ 24 ຊົ່ວໂມງ ໂດຍໄດ້ເລີ່ມຈັດຕັ້ງປະຕິບັດເລີ່ມແຕ່ວັນທີ 12 ກັນຍາ ເປັນຕົ້ນມາ.
ຂະນະດຽວກັນ, ໂຮງໝໍສູນກາງທັງ 4 ແຫ່ງ ຍັງໄດ້ຈັດທີມແພດສຸກເສີນ ປະຈຳການຢູ່ພາຍໃນໂຮງໝໍ ຕະຫຼອດ 24 ຊົ່ວໂມງ. ພ້ອມນີ້, ສະຖາບັນເລືອດແຫ່ງຊາດ ກໍໄດ້ຈັດທີມແພດປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ກະກຽມເລືອດທຸກໝວດ ເພື່ອຮອງຮັບຫາກເກີດເຫດສຸກເສີນ.
ສຳລັບໂຮງໝໍມິດຕະພາບ ໄດ້ຈັດທີມແພດຕິດຕາມການນຳ ເປັນຕົ້ນ ຊ່ຽວຊານດ້ານຫົວໃຈ ແລະ ເສັ້ນເລືອດ, ຊ່ຽວຊານລະບົບປະສາດ ແລະ ຊ່ຽວຊານສຸກເສີນ, ພ້ອມນີ້ ຍັງໄດ້ກະກຽມຢາສະເພາະທາງ, ຢາສຸກເສີນ ແລະ ເຄື່ອງມື-ອຸປະກອນການແພດສຸກເສີນທີ່ຈຳເປັນ. ນອກຈາກນັ້ນ, ໂຮງໝໍມິດຕະພາບ ຍັງຈັດທີມແພດປະຈຳຢູ່ຫໍປະຊຸມແຫ່ງຊາດ ໂດຍມີຊ່ຽວຊານຫົວໃຈ ແລະ ເສັ້ນເລືອດ, ຊ່ຽວຊານລະບົບປະສາດ ແລະ ຊ່ຽວຊານສຸກເສີນ, ພ້ອມດ້ວຍຢາ ແລະ ອຸປະກອນການແພດທີ່ຈຳເປັນ.
ທ່ານ ສອນໄຊ ລາດຊະວົງ ຍັງໃຫ້ຮູ້ອີກວ່າ: ໃນວັນທີ 13 ກັນຍາ 2026 ຜ່ານມາ, ຂະແໜງສາທາລະນະສຸກ ຍັງໄດ້ຈັດທີມແພດຕິດຕາມຄະນະຜູ້ແທນເດີນທາງໄປຢ້ຽມຢາມສະໜາມກວດກູ້ ແລະ ທຳລາຍລະເບີດ ຢູ່ແຂວງຫຼວງພະບາງ ຕື່ມອີກ.
ການກະກຽມທີມແພດ, ຢາ, ເລືອດ ແລະ ອຸປະກອນການແພດດັ່ງກ່າວ ເປັນການກະກຽມຄວາມພ້ອມຂອງຂະແໜງສາທາລະນະສຸກ ໃນການຮອງຮັບໃຫ້ບໍລິການແກ່ຄະນະຜູ້ແທນ ເພື່ອສາມາດຕອບໂຕ້ຕໍ່ກໍລະນີສຸກເສີນໄດ້ຢ່າງວ່ອງໄວ ແລະ ທັນການ.
ຂ່າວ: ທະນູທອງ; ພາບ: ເກດສະໜາ
KPL