ສິງກະໂປ ແອຣລາຍ ຂົນສົ່ງຜູ້ໂດຍສານ ເພີ່ມຂຶ້ນກວ່າ 20%

20/05/2024 17:04
Email Print 350
ຂປລ ສາຍການບິນ ສິງກະໂປ ແອຣລາຍ ລາຍງານວ່າ ປະລິມານ ການຂົນສົ່ງ ຜູ້ໂດຍສານ ຂອງ ສາຍການບິນ ໃນໄລຍະເດືອນ ເມສາ ລວມມີ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,3% ເມື່ອທຽບໃສ່ ປີຕໍ່ປີ.

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສາຍການບິນ ສິງກະໂປ ແອຣລາຍ ລາຍງານວ່າ ປະລິມານ ການຂົນສົ່ງ ຜູ້ໂດຍສານ ຂອງ ສາຍການບິນ ໃນໄລຍະເດືອນ ເມສາ ລວມມີ 2,1 ລ້ານເທື່ອຄົນ, ເພີ່ມຂຶ້ນ 20,3% ເມື່ອທຽບໃສ່ ປີຕໍ່ປີ.

ໂດຍສະເພາະ ສະກູດ (Scoot ) ສາຍການບິນ ຕົ້ນທຶນຕໍ່າ ໃນສາຂາ ສິງກະໂປ ແອຣລາຍ ໄດ້ຂົນສົ່ງ ຜູ້ໂດຍສານ ໃນເດືອນເມສາ  ລວມມີ 1,06 ລ້ານເທື່ອຄົນ, ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ປີຕໍ່ປີ. ສ່ວນດ້ານປະລິມານ ການຂົນສົ່ງ ສິນຄ້າ ໃນໄລຍະເດືອນເມສາ ເພີ່ມຂຶ້ນ 26,4% ເມື່ອທຽບໃສ່ ປີຕໍ່ປີ, ດ້ວຍແຮງຊຸກຍູ້ ຈາກ ຄວາມຕ້ອງການ ເພີ່ມຂຶ້ນ ເນື່ອງຈາກ ມີຄວາມກັງວົນ ດ້ານຄວາມປອດໄພ ໃນທະເລແດງ. ໃນຂະນະທີ່ ເຄືອຂ່າຍ ຂົນສົ່ງ ຜູ້ໂດຍສານ ຂອງ ສິງກະໂປ ແອຣລາຍ ກຣຸບ ໄດ້ຄວບຄຸມ 122 ຈຸດ  ໝາຍ ນັບເຖິງທ້າຍເດືອນ ເມສາ ທີ່ຜ່ານມາ, ສ່ວນເຄື່ອຂ່າຍ ຂົນສົ່ງສິນຄ້າ ຄວບຄຸມ 126 ຈຸດໝາຍ./.

 

KPL

ຂ່າວອື່ນໆ

ads
ads

Top