ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ວິລະກຳອັນມະຫັດສະຈັນ ຂອງກອງທັບປະຊາຊົນລາວ

15/05/2024 09:41
Email Print 1410
ຂປລ ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ (18/5/ 1959-18/5/2024) ຄໍລຳປະຈຳວັນນີ້ ຂໍນຳສະເໜີ ມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ.

     *ໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ (18/5/ 1959-18/5/2024) ຄໍລຳປະຈຳວັນນີ້ ຂໍນຳສະເໜີມູນເຊື້ອວັນສຳຄັນດັ່ງກ່າວ ເພື່ອເປັນການຢັ້ງຢືນເຖິງຜົນງານ ແລະ ນໍ້າໃຈອັນພິລະອາດຫານຂອງນັກຮົບປະຕິວັດລາວ ກໍຄືກອງທັບປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດຊຶ່ງພາຍ ຫລັງທີ່ພວກຈັກກະພັດອາເມລິກາ ແລະ ລູກມືໄດ້ຮັບຄວາມປະລາໄຊຢ່າງຕໍ່ເນື່ອງໃນການດຳເນີນກົນອຸບາຍຫລອກເສືອອອກຈາກຖ້ຳ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິ ພວກເຂົາໄດ້ຕັດສິນໃຈໂຄ່ນລົ້ມລັດຖະບານປະສົມຈີກສັນຍາວຽງຈັນ ໃຊ້ຄວາມຮຸນແຮງຝືນປະຕິວັດດ້ວຍກຳລັງອາວຸດ ເພື່ອຫວັງດັບສູນກຳລັງປະຕິວັດພວກເຂົາໄດ້ອອກຄຳສັ່ງໃຫ້ລູກມືໃນທຸກເຂດ ແຂວງອອກແຮງປາບປາມກຳລັງຮັກຊາດ ຢ່າງໂຫດຮ້າຍປ່າເຖ່ືອນ ພ້ອມດຽວກັນນີ້ກໍດຳເນີນການປິດລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ນຳຂອງແນວລາວຮັກຊາດ.

    ໂດຍປະຕິບັດຕາມສັນຍາວຽງ ຈັນ ປີ 1957 ວ່າດ້ວຍການລວມປະສົມກຳລັງທະຫານຂອງສອງຝ່າຍລະຫວ່າງຝ່າຍແນວລາວຮັກຊາດ ແລະ ລັດຖະບານແຫ່ງລາຊະອະນາຈັກ ກຳລັງປະກອບອາວຸດຂອງຝ່າຍ ປະເທດລາວ ຈຳນວນ 1.500 ຄົນ ໄດ້ຮັບການຈັດຕັ້ງມອບໝາຍໃຫ້ເຂ້ົາຮ່ວມກັບກອງທັບຂອງລາຊະອານາຈັກໂດຍກອງພັນທີ 1 ຕັ້ງຢູ່ເມືອງຊຽງເງິນແຂວງຫລວງພະບາງ ແລະ ກອງພັນທີ 2 ຕັ້ງຢູ່ທົ່ງໄຫຫີນ ແຂວງຊຽງຂວາງ. ກອງກຳລັງທັງສອງກອງພັນແມ່ນກລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາຊົນມີມູນເຊື້ອຮັກຊາດທີ່ສູງສ່ົງມີນ້ຳໃຈປະຕິວັດສຸດກົກສຸດປາຍ ມີ ລະບຽບວິໄນທີ່ເຄັ່ງຄັດເຂັ້ມງວດ ເປັນກຳລັງທີ່ເຄີຍສ້າງຜົນງານອັນດີເດັ່ນ ໃນການຕໍ່ສູ້ອັນພິລະອາດຫານຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ເຄື່ອນທັບເຂົ້າມາຕັ້ງຢູ່ໃຈກາງທົ່ງໄຫຫີນຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນລູກມື ກໍໄດ້ດຳເນີນກົນອຸບາຍເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງກອງພັນທີ 2 ຊຶ່ງໃນເບື້ອງຕົ້ນພວກເຂົາໄດ້ນຳໃຊ້ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະນາຊວນເຊື່ອຕົວະຍົວະຊື້ຈ້າງຈອບອອຍດ້ວຍເງິນຄຳນາງສາວ ແລະ ແບບດຳລົງຊີວິດທີ່ຟຸມເຟືອຍຍົວະເຍົ້າໃຫ້ກອງພັນທີ 2 ຍອມມອບອາວຸດ ແລະ ຮັບເອົາການປະດັບຊັ້ນເພ່ືອຫວັງກືນເອົາກຳລັງຂອງກອງພັນທີ 2 ເຂົ້າເປັນກຳລັງຂອງກອງທັບລາຊະອານາຈັກ.

    ແຕ່ຄະນະພັກ ແລະ ຄະນະບັນຊາຂອງກອງພັນທີ 2 ກໍໄດ້ເດັດດ່ຽວນຳພາ ແລະ ອ້າຍນ້ອງພະນັກງານນັກຮົບດ້ວຍຄວາມທຸນທ່ຽງໝັ້ນໜຽວ ສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ທາດແທ້ ຂອງນັກຮົບປະຕິວັດ ຕໍ່ມາພວກເຂົາໄດ້ຫັນມານຳໃຊ້ວິທີການນາບຂູ່ການບີບບັງຄັບໂດຍທາງອ້ອມເປັນຕົ້ນການຈຳກັດເຂົ້າປາອາຫານ ເຄື່ອງໃຊ້ສອຍ ແລະ ອື່ນໆ ການກະ¬ທຳຂອງພວກເຂົາເຖິງວ່າໄດ້ສ້າງຄວາມຫຍຸ້ງຍາກຫລາຍປະການ ໂດຍສະເພາະແມ່ນດ້ານຊີວິດການເປັນຢູ່ຂອງພະນັກງານນັກຮົບ ແລະ ຄອບຄົວແຕ່ພວກເຂົາກໍບໍ່ສາມາດເອົາຊະນະມານະຈິດປະຕິວັດຂອງນັກຮົບປະຕິວັດໄດ້ກົງກັນຂ້າມ ທົ່ວກອງພັນຍິ່ງມີຈິດໃຈບຸກບືນນ້ຳໃຈຄຽດແຄ້ນສັດຕູ ນັບມື້ນັບສູງ.ຄະນະພັກຄະນະບັນຊາໄດ້ອອກແຮງປຸກລະດົມຂະບວນການ ເພີ່ມພູນຜະລິດຜົນປະຢັດມັດທະຍັດ ບັນດາກົມກອງໄດ້ເປັນເຈົ້າການເຮັດວຽກງານໂຄສະນາຂົນຂວາຍ ເປີດກ້ວາງການພົວພັນລະຫວ່າງ ທະຫານກັບປະຊາຊົນຢູ່ໃນເຂດ ອ້ອມແອ້ມທີ່ຕັ້ງຂອງກອງພັນ ສະນັ້ນພຽງແຕ່ໄລຍະສ້ັນໆ ພະນັກງານນັກຮົບກອງພັນທີ 2 ກໍໄດ້ຮັບຄວາມເຊື່ອຖືຮັກແພງ ແລະ ເຊື່ອໝັ້ນຈາກປະຊາຊົນຢ່າງກ້ວາງຂວາງຈາກນັ້ນ ປະຊາຊົນທີ່ຢູ່ບໍລິເວນນັ້ນກໍໄດ້ໃຫ້ຄວາມຊ່ວຍເຫລືອເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານນັກຮົບກອງພັນທີ 2 ຄືກັບລູກຫລານຄີງຂອງຕົນເອງ. ເມື່ອເຮັດແນວໃດນັກຮົບປະຕິວັດກອງພັນທີ 2 ກໍບໍ່ຍອມຈຳນົນກົງກັນຂ້າມ ຊ້ຳພັດມີຄວາມທຸນທ່ຽງ ບໍ່ຢ້ານກົວຕໍ່ການກະທຳ ແລະ ສະຖານະການໃດໆພວກເຂົາກໍໄດ້ບືນເລິກເຂ້ົາໂດຍໃຊ້ກຳລັງທະຫານລາຊະອະນາຈັກ ຈຳນວນ 3 ກອງພັນ ໂດຍມີກອງກຳລັງປືນໃຫຍ່ລົດຫຸ້ມເກາະ ແລະ ເຮືອບິນທຳການປິດລ້ອມ ກອງພັນທີ 2 ໃຊ້ຖ້ອຍຄຳນາບຂູ່ເພື່ອບັງຄັບໃຫ້ກອງພັນທີ 2 ມອບຕົວ.

    ຢືນຢູ່ຕໍ່ໜ້າສະພາບການທີ່ເຄັ່ງຕຶງ ແລະ ສ່ຽງເປັນສ່ຽງຕາຍດັ່ງກ່າວ ຄະນະພັກຄະນະບັນຊາກອງພັນ ໄດ້ເປີດກອງປະຊຸມປຶກສາຫາລືກັນຢ່າງເຄັ່ງຮ້ອນລະອຽດຮອບຄອບຖີ່ຖ້ວນບົນພື້ນຖານຄວາມເປັນເອກະພາບ ມີຄວາມຕັດສິນໃຈທີ່ໝັ້ນແກ່ນ ຂອງພະນັກງານນັກຮົບທົ່ວກອງພັນ ແລະ ດ້ວຍການອູ້ມຊູຊ່ວຍເຫລືອ ຂອງປະຊາຊົນເຂດຊຽງຂວາງກອງພັນທີ 2 ໄດ້ສ້າງວິລະກຳ ດ້ວຍການຕັດສິນໃຈບັນຊາກອງທະຫານຜ່ານວົງລ້ອມອັນແໜ້ນໜາຂອງສັດຕູ ອອກໄປສູ່ເຂດທີ່ໝັ້ນປະຕິວັດໃນວັນທີ 18 ພຶດສະພາ (5) 1959 ດ້ວຍຄວາມພິລະອາດຫານ ແລະ ມີໄຊ. ໄຊຊະນະຂອງກອງພັນທີ 2 ໃນການຜ່າວົງລ້ອມຂອງສັດຕູ ບໍ່ພຽງແຕ່ເປັນການທັບມ້າງເລ່ລ່ຽມກົນອຸບາຍ ແລະ ການກະທຳຝືນປະຕິວັດຂອງພວກຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນທີ່ເປັນຕີນມືເທົ່ານັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ແກ່ການຫັນທິດຕໍ່ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່ພ້ອມດຽວກັນນີ້ ກໍໄດ້ເປັນການປະກອບສ່ວນຂຽນປະຫວັດສາດແຫ່ງການຕໍ່ສູ້ທີ່ຮຸ່ງເຮືອງເຫລືອງເຫລື້ອມ ຂອງປະຊາຊົນລາວໃນໄລຍະຕໍ່ມາ.

KPL

ຂ່າວອື່ນໆ

    • ກົດໝາຍວ່າດ້ວຍຊາວໜຸ່ມລາວບົດ-ສາລະຄະດີ

      ກົດໝາຍວ່າດ້ວຍຊາວໜຸ່ມລາວ

      4/21/2025 10:07:31 AM

      ອີງຕາມກົດໝາຍ ວ່າດ້ວຍຊາວໜຸ່ມເລກທີ 86/ສພຊ ນະຄອນຫລວງວຽງຈັນ, ວັນທີ 10 ພະຈິກ 2020 ໂດຍຈຸດປະສົງຂອງກົດໝາຍສະບັບນີ້ ແມ່ນກຳນົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການຕິດຕາມ, ກວດກາ, ປົກປ້ອງ, ສົ່ງເສີມ ແລະ ພັດທະນາຊາວໜຸ່ມບັນດາເຜົ່າເພື່ອເຕ້ົາໂຮມຊາວໜຸ່ມລາວເຂ້ົາການຈັດຕັ້ງ.

    • ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນບົດ-ສາລະຄະດີ

      ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານ ແຂວງສະຫວັນນະເຂດ ຈະສ້າງຜົນປະໂຫຍດໃຫ້ປະຊາຊົນ

      4/21/2025 9:58:47 AM

      ໂຄງການພັດທະນາຊົນລະກະເສດ ແລະ ຊົນນະບົດຮອບດ້ານແຂວງສະຫວັນນະເຂດ ເປັນໂຄງການທໍາອິດທ່ີໄດ້ຮັບທຶນອະນຸມັດຈາກກອງທຶນພັດທະນາ ເສດຖະກິດ ແລະ ການຮ່ວມມື (EDCF), ທະນາຄານຂາອອກ-ຂາເຂົ້າ ສ.ເກົາຫລີ ໃຫ້ແກ່ກະຊວງກະສິກໍາ ແລະ ປ່າໄມ້, ໃນ ມູນຄ່າ 53.285.000 ໂດລາສະຫະລັດ.

    • ຄວາມເປັນມາຂອງວັນກຳມະກອນສາກົນບົດ-ສາລະຄະດີ

      ຄວາມເປັນມາຂອງວັນກຳມະກອນສາກົນ

      4/21/2025 9:52:18 AM

      ການຕໍ່ສູ້ເພື່ອປົດປ່ອຍຕົນເອງອອກຈາກການກົດຂ່ີຂູດຮີດ ຫລື ໃຫ້ຫລຸດພົ້ນຈາກການເປັນແຮງງານແບບຂ້າທາດ ໄດ້ກຳເນີດເກີດຂຶ້ນເປັນແຕ່ລະໄລຍະໃນຕອນທ້າຍຂອງສັດຕະວັດທີ 18 ການເຄື່ອນໄຫວເພື່ອຕໍ່ສູ້ໃຫ້ຫລຸດຊົ່ວໂມງການເຮັດວຽກລົງ ໂດຍໄດ້ ຂະຫຍາຍເປັນວົງກວ້າງ ແລະ ແຜ່ລາມໄປໃນຫລາຍປະເທດທັງເອີຣົບ ແລະ ອາເມລິກາ, ອາເມລິກາໃຕ້, ຍີ່ປຸ່ນ ແລະ ອົດສະຕຣາລີ.

    • ປີ 2025 ນີ້ ລາວກຽມສົ່ງອອກໝາກຖົ່ວລຽນໄປຕະຫລາດຕ່າງປະເທດແລ້ວບົດ-ສາລະຄະດີ

      ປີ 2025 ນີ້ ລາວກຽມສົ່ງອອກໝາກຖົ່ວລຽນໄປຕະຫລາດຕ່າງປະເທດແລ້ວ

      4/15/2025 10:03:27 AM

      ຂະບວນລົດໄຟແລ່ນຖີ່ຂຶ້ນທັງກາງເວັນ ແລະ ກາງຄືນຢ່າງຟົດຟື້ນຄ້າຍກັບວ່າມີປຸນປາງໃຫຍ່ເພື່ອລໍາລຽງຂົນຜູ້ໂດຍສານ, ສິນຄ້າ ແລະ ຜົນຜະລິດກະສິກໍາຕ່າງໆໄປຍັງຈຸດໝາຍປາຍທາງທີ່ແຕກຕ່າງກັນ ແຕ່ສິ່ງທີ່ສັງເກດເຫັນໄດ້ຢ່າງຈະແຈ້ງຕາມຂ່າວໃນໄລຍະນີ້ແມ່ນເວົ້າເຖິງການສົ່ງອອກໝາກຖົ່ວລຽນທີ່ຂຶ້ນຊື່ “ ເທບແຫ່ງໝາກໄມ້” ທີ່ນິຍົມກິນຢ່າງແຜ່ຫລາຍພວມມຸ່ງໜ້າສູ່ປະເທດຈີນຕາມເສັ້ນທາງລົດໄຟລາວ-ຈີນ.

    • ໄວໜຸ່ມລາວສ້າງສັນ ຜະລິດຕະພັນ ທຽນຫອມອອກຈຳໜ່າຍສູ່ສັງຄົມລາວບົດ-ສາລະຄະດີ

      ໄວໜຸ່ມລາວສ້າງສັນ ຜະລິດຕະພັນ ທຽນຫອມອອກຈຳໜ່າຍສູ່ສັງຄົມລາວ

      4/10/2025 10:39:29 AM

      ປັດຈຸບັນໄວໜຸ່ມລາວ ມີແນວຄິດສ້າງສັນໃນການເຮັດຜະລິດ ຕະພັນລາວຫລາຍຂຶ້ນ ເນື່ອງຈາກວ່າຜະລິດຕະພັນທີ່ເປັນຂອງຄົນລາວຍັງບໍ່ຫລາຍເທ່ົາທີ່ຄວນ.

ads
ads

Top