ການຮ່ວມມື ສປ ຈີນ-ຝຣັ່ງຈະ ສືບຕໍ່ອັນເກົ່າຂະຫຍາຍອັນໃໝ່ໃນອີກຮອບ 60 ປີຕໍ່ໜ້າ

09/05/2024 17:32
Email Print 231
ຂປລ ສປ ຈີນ ແລະ ຝຣັ່ງ ພວມທີ່ຈະມຸ່ງໜ້າສູ່ ອີກຮອບ 60 ປີຕໍ່ໜ້ານີ້, ໂດຍທັງສອງຝ່າຍ ຈະສືບຕໍ່ອັນເກົ່າ ຂະຫຍາຍອັນໃໝ່, ຈະໄດ້ສ້າງຜົນງານ ຢ່າງໃຫຍ່ຫລວງ, ນີ້ບໍ່ພຽງແຕ່ ຈະສ້າງຜົນປະໂຫຍດ ໃຫ້ກັບ ປະຊາຊົນສອງຊາດ ເທົ່ານັ້ນ, ແຕ່ຍັງຈະຊຸກຍູ້ໃຫ້ການຮ່ວມມື ສປ ຈີນ-ເອີຣົບ, ກໍຄືຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ສປ ຈີນ ແລະ ຝຣັ່ງ ພວມທີ່ຈະມຸ່ງໜ້າສູ່ ອີກຮອບ 60 ປີຕໍ່ໜ້ານີ້, ໂດຍທັງສອງຝ່າຍ ຈະສືບຕໍ່ອັນເກົ່າ ຂະຫຍາຍອັນໃໝ່, ຈະໄດ້ສ້າງຜົນງານ ຢ່າງໃຫຍ່ຫລວງ, ນີ້ບໍ່ພຽງແຕ່ ຈະສ້າງຜົນປະໂຫຍດ ໃຫ້ກັບ ປະຊາຊົນສອງຊາດ ເທົ່ານັ້ນ, ແຕ່ຍັງຈະຊຸກຍູ້ໃຫ້ການຮ່ວມມື ສປ ຈີນ-ເອີຣົບ, ກໍຄືຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ. ພາຍຫລັງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ເອັມມານເອວ ມາຄຣົງ ປະທານາທິບໍດີຝຣັ່ງ ຢູ່ທີ່ນະຄອນຫລວງປາຣີ ເມື່ອບໍ່ດົນມານີ້ ສອງຝ່າຍ ໄດ້ບັນລຸຜົນສຳເລັດ ຢ່າງອຸດົມສົມບູນ. ສປ ຈີນ ແລະ ຝຣັ່ງ ໄດ້ສົ່ງສັນຍານ ການຮ່ວມມືກັນ ຢ່າງຊັດເຈນ, ເຊິ່ງພາໃຫ້ເກີດ ມີຫາງສຽງສົນໃຈ ໃນລະດັບສູງ. ທ່ານ ມາຄຣົງ ກ່າວວ່າ: ປັດຈຸບັນ ໂລກພວມປະເຊີນໜ້າກັບ ສິ່ງທ້າທາຍ ອັນໜັກໜ່ວງ, ຝຣັ່ງ ແລະ ສະຫະພາບ ເອີຣົບ ມີຄວາມຕ້ອງການເພີ່ມທະວີ ການຮ່ວມມືກັບ ສປ ຈີນ ຫລາຍຂຶ້ນກວ່າ ທຸກໄລຍະທີ່ຜ່ານມາ, ເພາະເລື່ອງນີ້ ພົວພັນເຖິງ ອະນາຄົດ ຂອງເອີຣົບ. ໃນໂອກາດທີ່ເດີນທາງຢ້ຽມຢາມ ຝຣັ່ງ ທາງລັດຖະກິດ ຄັ້ງນີ້, ທ່ານ ສີ ຈິ້ນຜິງ ໄດ້ຂຽນບົດຄວາມລົງໃນສື່ມວນຊົນຂອງຝຣັ່ງ ໂດຍມີເນື້ອໃນລະບຸວ່າ: ຍິນດີຊຸກຍູ້ ໃຫ້ສາຍພົວພັນ ຈີນ-ຝຣັ່ງ ສືບທອດລະຫວ່າງກ່ອນ ແລະ ຫລັງຈາກ ອັນເກົ່າ ຂະຫຍາຍສູ່ ອັນໃໝ່. ທ່ານ ປະທານາທິບໍດີ ມາຄຣົງ ກໍເຫັນດີນຳວ່າ: ສາຍພົວພັນ ຝຣັ່ງ-ສປ ຈີນ ພວມຢູ່ໃນໄລຍະສຳຄັນ ເປັນຂໍກຸນແຈ ທີ່ຈະຕ້ອງສືບຕໍ່ ອັນເກົ່າ ຂະຫຍາຍອັນໃໝ່.ບຸກຄົນວິເຄາະກໍເຫັນໄດ້ວ່າ: ໃນດ້ານໜຶ່ງ, ສປ ຈີນ ແລະ ຝຣັ່ງ ຕ້ອງການສະຫລຸບບົດຮຽນ ທີ່ມີຜົນສຳເລັດ ໃນການສ້າງສາຍພົວພັນທາງການທູດ 60 ປີມານີ້, ຮ່ວມກັນວາງແຜນຜັງອັນໃໝ່ ແຫ່ງການຮ່ວມມື, ເພີ່ມພະລັງຂັບເຄື່ອນ ອັນໃໝ່ ເຂົ້າໃນສາຍພົວພັນຈີນ-ຝຣັ່ງ. ອີກດ້ານໜຶ່ງ, ໂລກໃນປັດຈຸບັນ ແມ່ນຍັງມີຄວາມປັ່ນປ່ວນ, ສອງຝ່າຍລ້ວນແຕ່ເຫັນພ້ອມກັນວ່າ, ການຂະຫຍາຍສາຍພົວພັນຈີນ-ຝຣັ່ງໃຫ້ດີ, ມີຄວາມໝາຍສຳຄັນ ເປັນຢ່າງຍິ່ງ ຕໍ່ການຊຸກຍູ້ ການຮ່ວມມື ສປ ຈີນ-ເອີຣົບ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງໂລກ. ຄວນຈະວາງແຜນການຮ່ວມມື ລະຫວ່າງ ສປ ຈີນ-ຝຣັ່ງແນວໃດໃນອີກຮອບ 60 ປີຕໍ່ໜ້ານີ້? ໃນໄລຍະຢ້ຽມຢາມຝຣັ່ງ, ທ່ານ ສີ ຈິ້ນຜິງ ໄດ້ສະເໜີວ່າ: “ສອງຝ່າຍ ຄວນຍຶດໝັ້ນ ອຸດົມການແຕ່ຫົວທີ ແຫ່ງການສ້າງ ສາຍພົວພັນ ທາງການທູດ, ເຊັ່ນ: ເອກະລາດ ເປັນເຈົ້າຕົນເອງ, ເຂົ້າໃຈເຊິ່ງກັນແລະກັນ, ເບິ່ງກວ້າງມອງໄກ, ຕ່າງຝ່າຍຕ່າງມີຜົນປະໂຫຍດ”, “ສ້າງສາຍພົວພັວຈີນ-ຝຣັ່ງໃຫ້ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນຢ່າງໝັ້ນທ່ຽງ, ຍຶດໝັ້ນກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ, ສືບທອດໝາກຜົນ ຂອງການພັດທະນາ ສາຍພົວພັນ ສອງຝ່າຍ ທັງມີການປະດິດສ້າງໃໝ່, ແລະ ແບກຫາບ ຄວາມຮັບຜິດ ຊອບຢ່າງກ້າຫານ”, ສອງຝ່າຍຕ້ອງຊ່ວຍກັນປ້ອງກັນບໍ່ໃຫ້ເກີດ “ສົງຄາມເຢັນຄັ້ງໃໝ່” ຫລື ການເປັນປໍລະປັກກັນ ລະຫວ່າງ ກຸ່ມກ້ອນ, ຊ່ວຍກັນ ຊຸກຍູ້ ການຢູ່ຮ່ວມກັນ ຢ່າງກົມກຽວກັນ ຂອງໂລກ ທີ່ມີຫລາກຫລາຍສີສັນ, ຮ່ວມກັນຊຸກຍູ້ການຫັນເປັນຫລາຍຂົ້ວ ຂອງໂລກ ທີ່ສະເໝີພາບ ແລະ ເປັນລະບຽບ, ຮ່ວມກັນຄັດຄ້ານ “ການຕັດຂາດສາຍສຳພັນ ທາງດ້ານເສດຖະກິດ”, ຈຸດຢືນເຫລົ່ານີ້ ໄດ້ຊີ້ທິດເຍືອງທາງ ໃຫ້ແກ່ການຂະຫຍາຍສາຍພົວພັນຈີນ-ຝຣັ່ງ ເພື່ອປັບປຸງ ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງ, ເປີດກວ້າງການຮ່ວມມືຕົວຈິງ, ຮ່ວມກັນແບກຫາບ ຄວາມຮັບຜິດຊອບ ຂອງສາກົນ ແລະ ອື່ນໆ. /.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top