ltstra ode,t[ko 4;m lts]5 [ dkog7n j vows;;Pd'ko xu 2023 leg]a fdv'xt-5 ,7q [7tot[= ]y sko'ko l6 odk'ra d 7A 'mu 8 ltw\mu XI gxu f0t[;odkola d;a d-y oda ortpkf \kdcf'.spj {\kdcf'oh vp mq j ;xtgmf ]a f4t[kovq flt8ik]u -j ;plq j 'glu , g8a doy ddkora fmtok;y -k-u [76 c[[8+ goj n v' o; xa [x5 'rN omu j dt-;'p5 8y me s]a 'gdq j k gxa ol;olkmk]tot.9dk'g,n v' lko-q ,g-u p76 j Ij ;,8ec|j ' dko-q ,.-h w22h k.o]tf6 Ih voxu oU gruj ,0B o 53% mP[.lj w]ptfP;da o0v'xu zj ko,k 3I'IPo;a fmtotme-q ogzq j kdv'ma [ gxu fdv'xt-5 , ltrklv[gla 'rkdIPo II lq dIPo 2023-2024 7q o]k;glp-u ;y fph vo1kl6 [ 6.700 7q o8+ xu d;, 15% 0v'dko8kpma '\q f.o lxx ]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 20.05.2024 ປີທີ 23 ສະບັບທີ 5.932 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ໃນວັນທີ 17 ພຶດສະພາ 2024, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີເປີດຂະບວນການສັກວັກ ຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ທົ່ວປະເທດ ຢ່າງເປັນທາງການ ໂດຍການເຂົ້າ ຮ່ວມຂອງທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ, ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິໂຕ, ຜູ້ຕາງ ໜ້າອົງການອຸຍນີເຊບ ປະຈໍາ ສປປ ລາວ, ທ່ານ ພູວົງ ວົງຄໍາຊາວ ຮອງ ເຈົ້າຄອງນະຄອນ, ມີຜູ້ຕາງໜ້າ ຈາກອົງການກາວີ (Gavi), ຕາງ ຂປລ. ໄລຍະລະດູຮ້ອນປີ 2024 ນີ້, ອາກາດຮ້ອນອົບເອົາຫລາຍບາງ ມື້ອຸນຫະພຸມສູງເຖິງ 40 ກວ່າ ອົງ ສາ ເຮັດໃຫ້ຄົວເຮືອນຕ່າງໆຊົມໃຊ້ ໄຟຟ້າເກີນຂອບເຂດ ປະກອບກັບ ການເພີ່ມຂຶ້ນຂອງລົດໄຟຟ້າເຮັດ ໃຫ້ການຊົມໃຊ້ໄຟຟ້າເພີ່ມຂຶ້ນ 53% ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາ. ສະນັ້ນ, ສົ່ງຜົນໃຫ້ເກີດບັນຫາ ໄຟຟ້າບໍ່ພຽງພໍ, ໄຟດັບ ແລະ ໝໍ້ແປງ ມີບັນຫາ. ຂປລ. ນະຄອນຫລວງວຽງຈັນ (ນວ) ໄດ້ປັບປຸງພື້ນທີ່ກະຊວງ ຍຸຕິທໍາ ຫລັງເກົ່າ (ຂ້າງສວນປະຕູ ຂປລ. ການສູບຢາ ແລະ ການ ໄດ້ຮັບຄວັນຢາສູບ ເປັນສາເຫດ ຂອງການເຈັບປ່ວຍຮ້າຍແຮງ, ການ ພິການ ແລະ ການຕາຍກ່ອນວັນອັນ ຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາ ຂປລ.ວັນທີ15ພຶດສະພາ2024 ຜ່ານມາ, ໂຮງຮຽນວັດທະນະທໍາຊົນ ເຜົ່າກອງທັບ ເປີດກອງປະຊຸມສະ ພາສອບເສັງພາກຮຽນທີ II ປະຈຳ ສົກ ຮຽນ 2023-2024 ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າ ການທະຫານໂຮງຮຽນວັດທະນະ ທຳຊົນເຜົ່າກອງທັບ,ມີຄະນະພັກຄະນະອຳນວຍການ, 4 ຫ້ອງການ, ໜ້າອົງການອະນາໄມໂລກ ປະຈຳ ສປປ ລາວ ແລະ ອຸປະທູດສະຖານ ທູດອົດສະຕຣາລີ, ພ້ອມດ້ວຍພາກ ໄຊ) ໃຫ້ເປັນສວນສາທາລະນະທີ່ ສວຍງາມໃຈກາງເມືອງ ເພື່ອດຶງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຂປລ. ໃນວັນທີ 16 ພຶດສະພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍເຖິງ ສົມເດັດ ເຊກຄ ອາມັດ ອັບ ດູນລາ ອາລ ອາມັດ ອາລ ຊາບານາຍົກລັດຖະມົນຕີ ແຫ່ງ ລັດກູເວດ ເນື່ອງໃນໂອກາດທີ່ສົມເດັດໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນ ຕີ ແຫ່ງລັດກູເວດ. ເນື້ອໃນສານລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄໍາ ຊົມເຊີຍອັນອົບອຸ່ນມາຍັງສົມເດັດ ເນື່ອງໃນໂອກາດທີ່ສົມເດັດ ໄດ້ຮັບ ການແຕ່ງຕັ້ງເປັນນາຍົກລັດຖະມົນຕີ ແຫ່ງ ລັດກູເວດ. ຂ້າພະເຈົ້າຮູ້ ສູບລ້ວນແຕ່ມີຄ່າໃຊ້ຈ່າຍສູງຫລາຍ ຈາກການຄິດໄລ່ຄ່າໃຊ້ຈ່າຍທັງທາງ ກົງ ແລະ ທາງອ້ອມ ໃນການປິ່ນປົວ ພະຍາດທີ່ເກີດຈາກການສູບຢາໃນ ຂປລ. ກອງປະຊຸມຄົບຄະນະຄັ້ງ ທີ 8 ຂອງຄະນະບໍລິຫານງານສູນ ກາງພັກສະໄໝທີXI ໂດຍການເປັນ ປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ປິດລົງດ້ວຍຜົນສໍາ ເລັດພາຍຫລັງດຳເນີນມາແຕ່ວັນທີ 13-17 ພຶດສະພາ 2024. ໃນກອງປະຊຸມຄະນະບໍລິຫານ ງານສູນກາງພັກ ໄດ້ປຶກສາຫາລື, ປະກອບຄໍາເຫັນ ແລະ ໄດ້ໃຫ້ທິດຊີ້ ນໍາໃນຫລາຍບັນຫາສໍາຄັນ ເປັນ ຕົ້ນຕີລາຄາ ແລະ ໃຫ້ທິດຊີ້ນໍາຕໍ່ການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ 6 ເດືອນຕົ້ນປີ 2024 ຂປລ. ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ຮັບ ການສະໜັບສະໜູນຈາກລັດຖະ ບານ ອົດສະຕຣາລີ ໃນການໃຊ້ວີ ດີໂອ ສຳລັບການພັດທະນາຄູຕອນ ອ່ານຕໍ່ໜ້າ 4
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/05/2024 xtgmf]k; ສຳເລັດກອງປະຊຸມ... ຄົນລາວເສຍຊີວິດ... ສານຊົມເຊີຍ... ລັດຖະບານອົດສະຕຣາລີ... ແລະ ການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ເຊິ່ງໃນ 6 ເດືອນຜ່ານມາ ຖືວ່າສະພາບການຂອງໂລກ, ພາກ ພື້ນສືບຕໍ່ຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບຕໍ່ປະເທດຕ່າງໆ ແຕ່ ດ້ວຍຄວາມສູ້ຊົນບຸກບືນຂອງລັດ ຖະບານກໍຄືອົງການປົກຄອງແຕ່ລະ ຂັ້ນ, ປະເທດຂອງພວກເຮົາສືບຕໍ່ມີ ສະຖຽນລະພາບ, ການພັດທະນາ ມີຄວາມຕໍ່ເນື່ອງ, ການຈັດເກັບລາຍ ຮັບງົບປະມານບັນລຸຕາມແຜນທີ່ ວາງໄວ້ ແລະ ມີບາງທ້ອງຖິ່ນປະຕິ ບັດໄດ້ລື່ນແຜນ. ພ້ອມນີ້, ການບໍລິ ການ ແລະ ທ່ອງທ່ຽວ ພວມມີຄວາມ ຟົດຟື້ນ, ການຜະລິດເປັນສິນຄ້າ ໂດຍສະເພາະການຜະລິດກະສິກໍາ ຂອງປະຊາຊົນ ສືບຕໍ່ຂະຫຍາຍຕົວ, ຄາດຄະເນການເຕີບໂຕຂອງເສດ ຖະກິດ (GDP) 6 ເດືອນຕົ້ນປີ 2024 ຈະຂະຫຍາຍຕົວໃນລະດັບ 4,7%. ພ້ອມກັນນັ້ນ, ຄະນະບໍລິ ຫານງານສູນກາງພັກ ກໍໄດ້ສະແດງ ຄວາມເປັນຫ່ວງ ແລະ ໃຫ້ທິດຊີ້ນໍາ ການສືືບຕໍ່ຈັດຕັ້ງປະຕິບັດທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ໃນການສືບຕໍ່ແກ້ໄຂບັນຫາ ເຄັ່ງຮ້ອນດ້ານເສດຖະກິດ, ການ ເງິນ-ເງິນຕາ, ເງິນເຟີ້, ເງິນກີບອ່ອນ ຄ່າ, ລາຄາສິນຄ້າ ແລະ ຄ່າຄອງຊີບ ທີ່ຖີບຕົວເພີ່ມສູງຂຶ້ນ ໃຫ້ມີການຫັນ ປ່ຽນຈະແຈ້ງ ດ້ວຍມາດຕະການປັບ ປຸງແບບແຜນນໍາພາ, ວິທີເຮັດຂອງ ການນໍາ ແລະ ພະນັກງານແຕ່ລະ ຂັ້ນ, ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງ, ເພີ່ມທະວີການ ຄຸ້ມຄອງ-ບໍລິຫານລັດຕາມລະບຽບ ວິໄນ, ກົດໝາຍ ແລະ ລະບຽບການ ທີ່ເຂັ້ມງວດ. ພ້ອມທັງໃຫ້ເປັນເຈົ້າ ການແກ້ໄຂປະກົດການຫຍໍ້ທໍ້ໃນກົງ ຈັກການຈັດຕັ້ງ, ສືບຕໍ່ປັບປຸງກົນໄກ, ລະບອບ, ລະບຽບການ, ສ້າງສະ ພາບແວດລ້ອມ ທີ່ເອື້ອຍອໍານວຍ ເພື່ອດຶງດູດເອົາການລົງທຶນໃຫ້ ຫລາຍຂຶ້ນ, ແກ້ໄຂທຸກການທ່ວງດຶງ, ຂອດຂັ້ນທີ່ຍັງເປັນອຸປະສັກໃຫ້ຕົກ ໄປ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກ ລົງທຶນ, ຍູ້ແຮງງານຜະລິດເປັນສິນ ຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ຍັງໄດ້ຕີລາຄາ ແລະ ໃຫ້ ທິດຊີ້ນໍາການປະຕິຮູບລັດວິສາຫະ ກິດ ເຊິ່ງຄະນະບໍລິຫານງານສູນກາງ ພັກ ຕີລາຄາສູງຕໍ່ຄວາມພະຍາຍາມ ຂອງລັດຖະບານໃນການປັບປຸງ,ຄຸ້ມ ຄອງ ແລະ ຊຸກຍູ້ການເຄື່ອນໄຫວດໍາ ເນີນທຸລະກິດ ຂອງບັນດາລັດວິສາ ຫະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ເຊິ່ງບັນດາລັດວິສາ ຫະກິດດັ່ງກ່າວ ສາມາດປະກອບ ສ່ວນເຂົ້າໃນການພັດທະນາ ແລະ ການບໍລິການສາທາລະນະ, ສາ ມາດມອບເງິນປັນຜົນກໍາໄລໃຫ້ລັດ ໄດ້ເປັນຢ່າງດີ. ເຖິງຢ່າງນັ້ັ້ນກໍຕາມ, ກອງປະຊຸມຍັງໄດ້ໃຫ້ຂໍ້ສັງເກດ ແລະ ຕີລາຄາຕໍ່ການບໍລິຫານ ແລະ ຄຸ້ມຄອງລັດວິສາຫະກິດຫລາຍຫົວ ໜ່ວຍຍັງບໍ່ມີປະສິດທິພາບ ແລະ ບໍ່ມີ ປະສິດທິຜົນ, ການດຳເນີນທຸລະກິດ ບໍ່ມີຜົນກຳໄລ ແລະ ມີໜີ້ສິນຄຸມເຄືອ ເປັນຈໍານວນຫລາຍ, ຈຶ່ງມີຄວາມຈຳ ເປັນຢ່າງຮີບດ່ວນ ເພື່ອເລັ່ງລັດ ການປະຕິຮູບລັດວິສາຫະກິດໃຫ້ສໍາ ເລັດໂດຍໄວ ເປັນຕົ້ນແມ່ນໄຟຟ້າ ລາວ, ການບິນລາວ, ນໍ້າມັນເຊື້ອໄຟ ລາວ ແລະ ອື່ນໆ. ບັນຫາສໍາຄັນ, ຄະ ໃໝ່ “ການສອນເປັນຄູ່” ເພື່ອສົ່ງ ເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍ ກັນ ແລະ ໄດ້ທົດລອງເຕັກນິກການ ສອນແບບໃໝ່ໃນຫ້ອງຮຽນ. ການສອນເປັນຄູ່ແມ່ນກິດຈະ ກໍາການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງ ເຊິ່ງຄູສອນສອງຄົນ ຫລື ຄູ ສອນໜຶ່ງຄົນ ແລະ ຜູ້ສະໜັບສະໜູນ ດ້ານການສອນ ຈະເຮັດວຽກຮ່ວມ ກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ. ທັງນີ້, ກໍເພື່ອໃຫ້ຄູຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳ ໃນຫ້ອງຮຽນ ແລະ ວິທີການການ ສອນແບບໃໝ່ ເຊິ່ງວິທີດັ່ງກ່າວ, ແມ່ນເໝາະສົມສໍາລັບຄູ ທີ່ມີປະສົບ ການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອ ຊ່ວຍເຫລືອແບບ “ຝຶກສອນຕົວຈິງ” ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງ ສັນ, ແໜ້ນແຟ້ນຄວາມສາມັກຄີໃນ ການສອນລະຫວ່າງຄູ ແລະ ສ້າງ ກຸ່ມຂອງຄູ ເພື່ອຊ່ວຍເຫລືອກັນ. ທ່ານ ອານຸລົມ ວິໄລພອນ ຜູ້ ອຳນວຍການສະຖາບັນຄົ້ນຄວ້າວິ ທະຍາສາດການສຶກສາ ໄດ້ກ່າວ ວ່າ: ຄູສອນໃນລາວ ໃນບາງບ່ອນ ອາດຈະເຮັດວຽກຢູ່ໃນສະພາບທີ່ ຫຍຸ້ງຍາກ ແລະ ຫ່າງໄກ, ການ ຮຽນຮູ້ເອົາວິທີການໃໝ່ໆ ເຂົ້າໃນ ການສອນຕາມຄວາມຮຽກຮ້ອງ ຕ້ອງການ ເພື່ອຊ່ວຍໃຫ້ສາມາດປະ ນະບໍລິຫານງານສູນກາງພັກໄດ້ໃຫ້ ທິດຊີ້ນໍາຕໍ່ການປັບປຸງໂຄງສ້າງ ດ້ານການຈັດຕັ້ງ, ກົນໄກຄຸ້ມຄອງ ລັດວິສາຫະກິດຄືນໃໝ່ ໃຫ້ມີຄວາມ ສອດຄ່ອງ, ມີຄວາມໂປ່ງໃສສາມາດ ຕິດຕາມ, ກວດກາ, ກວດສອບໄດ້ ຢ່າງເປັນປົກກະຕິ, ຕ້ານ-ສະກັດກັ້ນ ແລະ ກໍາຈັດ ປະກົດການຫຍໍ້ທໍ້, ການ ເສື່ອມຄຸນປ່ຽນທາດ ໃນຖັນແຖວພະ ນັກງານຂອງລັດວິສາຫະກິດ, ມອບ ໃຫ້ລັດຖະບານ, ຄະນະປະຕິຮູບສືບ ຕໍ່ຄົ້ນຄວ້າ ແລະ ປັບປຸງກົດໝາຍ, ນິ ຕິກໍາທີ່ກ່ຽວຂ້ອງ ເພື່ອຮອງຮັບ ແລະ ເຮັດໃຫ້ການປະຕິຮູບລັດວິສາຫະ ກິດດໍາເນີນໄປຢ່າງມີປະສິດທິຜົນ. ຄະນະບໍລິຫານງານສູນກາງ ພັກ ຍັງໄດ້ຕີລາຄາການຈັດຕັ້ງປະ ຕິບັດມະຕິຂອງກົມການເມືອງສູນ ກາງພັກ ກ່ຽວກັບການຍົກສູງຄຸນ ນະພາບການດໍາເນີນຄະດີຕາມຂະ ບວນຍຸຕິທໍາ, ບັນດາອົງການຮັບຜິດ ຊອບໃນການດຳເນີນຄະດີຕາມຂະ ບວນຍຸຕິທໍາ ໄດ້ຮັບການປັບປຸງໃຫ້ ເປັນລະບົບ ແລະ ໜັກແໜ້ນຂຶ້ນກວ່າ ເກົ່າ, ສາມາດເຄື່ອນໄຫວປະຕິບັດ ໜ້າທີ່ປົກປ້ອງກົດໝາຍ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງລັດ, ລວມໝູ່ ແລະພົນລະເມືອງ ໄດ້ເປັນຢ່າງດີ, ປະກອບສ່ວນເຮັດ ໃຫ້ສັງຄົມ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ. ພ້ອມກັນນັ້ນ, ຍັງມີຫລາຍ ບັນຫາທີ່ຕ້ອງເອົາໃຈໃສ່ ເປັນຕົ້ນ ແມ່ນຄຸນນະພາບການດຳເນີນຄະດີ ຈໍານວນໜຶ່ງຍັງບໍ່ທັນສູງ, ການປະ ຕິບັດພາລະບົດບາດ, ການຕິດຕາມ ກວດກາແລະປະສານສົມທົບແກ້ໄຂ ຄະດີ ຂອງບັນດາອົງການໃນລະບົບ ດຳເນີນຄະດີຕາມຂະບວນຍຸຕິທຳ ຍັງບໍ່ທັນແຂງແຮງ ແລະ ໂລ່ງລ່ຽນ ເປັນລະບົບ. ຄະນະບໍລິຫານງານສູນກາງພັກ ຊີ້ນໍາໃຫ້ສືບຕໍ່ຈັດຕັ້ງປະຕິບັດທິດຊີ້ ນໍາທີ່ກໍານົດໄວ້ ໃນມະຕິ 112 ຂອງ ກົມການເມືອງສູນກາງພັກ ໃຫ້ເຂົ້າ ສູ່ລວງເລິກກວ່າເກົ່າ, ສືບຕໍ່ເພີ່ມທະວີ ການນໍາພາຂອງຄະນະພັກແຕ່ລະ ຂັ້ນຕໍ່ວຽກງານຂະບວນຍຸຕິທໍາ, ເພີ່ມ ທະວີການຕິດຕາມ, ກວດກາຕໍ່ການ ດໍາເນີນຄະດີ ຂອງບັນດາອົງການ ກ່ຽວຂ້ອງ, ສ້າງເງື່ອນໄຂ ແລະ ອໍາ ນວຍຄວາມສະດວກໃຫ້ປະຊາຊົນ ເຂົ້າເຖິງຂະບວນຍຸຕິທຳ ໄດ້ຢ່າງສະ ດວກ, ນໍາພາຊີ້ນໍາການຈັດຕັ້ງຂອງ ສະພາທະນາຍຄວາມ ແລະ ການ ເຄື່ອນໄຫວຂອງທະນາຍຄວາມໃຫ້ ໜັກແໜ້ນ, ໃຫ້ເປັນອົງກອນທີ່ເຮັດ ໜ້າທີ່ປົກປ້ອງກົດໝາຍ, ປົກປ້ອງ ຄວາມເປັນທໍາຢ່າງແທ້ຈິງ, ປະຕິ ບັດຄໍາຕັດສິນຂອງສານ ໃຫ້ມີຄວາມ ສັກສິດ, ວ່ອງໄວ ແລະ ຮັບປະກັນ ຄວາມຍຸຕິທໍາ. ສຳລັບການປັບປຸງຄຸນນະພາບ ການສຶກສາ ແລະ ການແກ້ໄຂບັນ ຫາການປະລະການຮຽນກອງປະ ຊຸມໄດ້ຖືເປັນບັນຫາສໍາຄັນຍຸດທະ ສາດ ແລະ ເປັນບັນຫາຮີບດ່ວນຕ້ອງ ໄດ້ຮັບການແກ້ໄຂໃຫ້ວ່ອງໄວ ເຊິ່ງ ໃນໄລຍະຜ່ານມາ ພັກ-ລັດ ໄດ້ວາງ ນະໂຍບາຍ ຖືເອົາການສຶກສາໄປ ກ່ອນກ້າວໜຶ່ງ, ເອົາໃຈໃສ່ປັບປຸງ ວຽກງານການສຶກສາ ໃຫ້ເຂົ້າສູ່ຄຸນ ນະພາບຖືເປັນປັດໄຈສໍາຄັນຕັດສິນ ຄຸນນະພາບ ຂອງການພັດທະນາຊັບ ພະຍາກອນມະນຸດ, ແຕ່ປະເທດເຮົາ ກໍຍັງຜະເຊີນກັບຄວາມຫຍຸ້ງຍາກ ຫລາຍປະການ ໃນການຍົກສູງຄຸນ ນະພາບການສຶກສາ. ພ້ອມດຽວກັນນີ້, ຄະນະບໍລິຫານ ງານສູນກາງພັກ ໃຫ້ສຸມໃສ່ສ້າງຖັນ ແຖວຄູ, ອາຈານໃຫ້ໄດ້ມາດຕະຖານ ດ້ານວິຊາການແລະຈັນຍາບັນທີ່ໜັກ ແໜ້ນ ເພື່ອສະໜອງໃຫ້ການສຶກ ສາທຸກລະດັບ, ຮັບປະກັນການຄັດ ເລືອກ, ເລືອກເຟັ້ນ, ສອບບັນຈຸຄູໃຫ້ ໄດ້ມາດຕະຖານ, ທົບທວນຄືນລະ ບອບເງິນເດືອນ, ເງິນອຸດໜູນ, ຄ່າສະ ຫວັດດີການ, ສິດທິປະໂຫຍດຕ່າງໆ ຕໍ່ຄູ, ສືບຕໍ່ປັບປຸງເນື້ອໃນຫລັກສູດ ໃນລະບົບການສຶກສາທຸກລະດັບ, ແກ້ໄຂຊ່ອງຫວ່າງຄວາມແຕກໂຕນ ການສຶກສາລະຫວ່າງຕົວເມືອງກັບ ຊົນນະບົດ, ເພີ່ມທະວີການນໍາພາຊີ້ ນໍາຢ່າງໃກ້ຊິດຂອງຄະນະພັກ, ອົງ ການປົກຄອງແຕ່ລະຂັ້ນ, ການມີ ສ່ວນຮ່ວມຂອງຄອບຄົວ, ຂອງສັງ ຄົມຕໍ່ວຽກງານພັດທະນາການສຶກ ສາໃຫ້ສູງຂຶ້ນກວ່າເກົ່າ ໂດຍໃຫ້ຄົ້ນ ຄວ້ານະໂຍບາຍສະເພາະຕໍ່ນັກຮຽນ ຜູ້ທຸກຍາກ, ຜູ້ດ້ອຍໂອກາດກໍຄື ເດັກ ນ້ອຍຢູ່ເຂດທຸລະກັນດານ, ຫ່າງໄກ ສອກຫລີກ, ເຂດພູດອຍຊົນເຜົ່າ, ເສີມ ຂະຫຍາຍຄຸນປະໂຫຍດ ແລະ ບົດ ຮຽນຂອງໂຮງຮຽນກິນນອນຊົນ ເຜົ່າ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະ ຊາຊົນໃນການຍົກລະດັບຄວາມຮູ້, ການສ້າງເຮັດວຽກງານທໍາ, ການ ປະກອບອາຊີບ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ, ສ້າງປະເທດ ຊາດ ແລະ ມອບໃຫ້ລັດຖະບານເອົາ ໃຈໃສ່ ເພີ່ມງົບປະມານໃສ່ວຽກງານ ການສືກສາຂຶ້ນຕື່ມ. ນອກນັ້ນ, ຄະນະບໍລິຫານງານ ສູນກາງພັກ ຍັງໄດ້ປະກອບຄວາມ ເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງຮ່າງ ແລະ ເນື້ອໃນໃຫຍ່ເບື້ອງຕົ້ນຂອງ ຮ່າງລາຍງານການເມືອງ, ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການສະ ຫລຸບແນວທາງປ່ຽນແປງໃໝ່ຮອບ ດ້ານມີຫລັກການຂອງພັກ ເຊິ່ງເປັນ ເອກະສານສໍາຄັນ ທີ່ຈະສະເໜີຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນ ຕົ້ນປີ 2026 ເພື່ອໃຫ້ອະນຸກໍາມະ ການທີ່ກ່ຽວຂ້ອງສືບຕໍ່ນໍາໄປຄົ້ນ ຄວ້າ, ປັບປຸງໃຫ້ເປັນລະບົບຕື່ມອີກ. ຄະນະບໍລິຫານງານສູນກາງພັກ ຍັງໄດ້ມອບໃຫ້ຄະນະພັກກະຊວງ, ອົງການແລະທ້ອງຖິ່ນເປັນເຈົ້າການ ນໍາພາຊີ້ນໍາການເຊື່ອມຊຶມ, ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມຄັ້ງນີ້ ໃຫ້ເຂົ້າສູ່ຂະບວນ ການວຽກງານຕົວຈິງ ແລະ ຮຽກ ຮ້ອງມາຍັງຄະນະພັກ, ອົງການປົກ ຄອງແຕ່ລະຂັ້ນ, ສະມາຊິກພັກ, ພະ ນັກງານ, ທະຫານ, ຕໍາຫລວດ ແລະ ທົ່ວປວງຊົນລາວ ຈົ່ງພ້ອມກັນເພີ່ມ ທະວີຄວາມສາມັກຄີ ໃຫ້ເປັນປຶກ ແຜ່ນແໜ້ນໜາ, ຍົກສູງຄວາມຮັບ ຜິດຊອບການເມືອງ, ເດັດດ່ຽວຖື ເອົາການແກ້ໄຂບັນຫາຄວາມຫຍຸ້ງ ຍາກເສດຖະກິດ-ການເງິນ,ພ້ອມກັນ ເຊີດຊູນໍ້າໃຈຮັກຊາດ, ເປັນເຈົ້າຕົນ ເອງ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ປະກົດ ເປັນຈິງ. ພາບ: ເກດສະໜາ ຕິບັດການສອນດ້ວຍຫລັກສູດຊັັ້ນ ປະຖົມສຶກສາ ສະບັບປັບປຸງໃໝ່ ອາດເປັນສິ່ງທ້າທາຍຫາກບໍ່ໄດ້ຮັບ ການສະໜັບສະໜູນ, ວິດີໂອສຳລັບ ການພັດທະນາຄູ ຈະຊ່ວຍໃຫ້ຄູສອນ ຊັ້ນປະຖົມສຶກສາໄດ້ຮັບຄໍາແນະນໍາ ແລະ ເຫັນຕົວຢ່າງທີ່ຕົວຈິງຂອງ ວິທີການທີ່ເຂົາເຈົ້າສາມາດນໍາໃຊ້ ວິທີການສອນແບບໃໝ່ ເພື່ອປັບປຸງ ທັກສະການສອນຂອງເຂົາເຈົ້າ ແລະ ແກ້ໄຂສິ່ງທ້າທາຍໃນການສອນ. ທ່ານນາງວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດ ອົດສະຕຣາ ລີ ໄດ້ກ່າວວ່າ: “ການຊ່ວຍເຫລືອ ຂອງລັດຖະບານອົດສະຕຣາລີ ຕໍ່ຂະ ແໜງການສຶກສາຂອງ ສປປ ລາວ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ສອນ ດ້ວຍວິທີການສິດສອນແບບ ໃໝ່ ພາຍໃຕ້ຫລັກສູດຊັ້ນປະຖົມ ສຶກສາສະບັບປັບປຸງ ແນໃສ່ຍົກສູງ ຄວາມສາມາດຂອງຄູ ເພື່ອເຮັດໃຫ້ ຫລັກສູດການຮຽນການສອນ, ຮັບ ປະກັນໃຫ້ຄູມີຄວາມໝັ້ນໃຈ, ຄູມີທັກ ສະໃນການສອນຫລັກສູດທີ່ມີປະ ສິດທິພາບ ທັງເປັນການພັດທະນາ ວິຊາຊີບຂອງຄູ. ວິດີໂອການສອນເປັນຄູ່ຖ່າຍ ທຳຢູ່ໃນຫ້ອງຮຽນຕົວຈິງ ທີ່ແຂວງ ສະຫວັນນະເຂດ ໂດຍວິດີໂອ ໄດ້ອະ ທິບາຍສາມຂັ້ນຕອນຂອງການ ສອນ ເປັນຄູ່ຄື: ການວາງແຜນກ່ອນ ການສອນເປັນຄູ່, ການດຳເນີນ ການສອນເປັນຄູ່ແລະ ການສະທ້ອນ ຄືນຫລັງການສອນເປັນຄູ່. ແຕ່ລະ ຂັ້ນຕອນເຫລົ່ານີ້, ຖືກຖ່າຍທອດ ໂດຍການສອນຕົວຈິງຂອງຄູ, ຄູຝຶກ ແລະ ນັກຮຽນ, ເຕັກນິກທີ່ສະແດງ ໃຫ້ເຫັນແມ່ນງ່າຍ ແລະ ຈະຊ່ວຍ ໃຫ້ຄູມີຄວາມໝັ້ນໃຈໃນການສິດ ສອນຫລັກສູດສະບັບປັບປຸງ. ວິດີ ໂອ ນີ້ ໄດ້ອອກອາກາດທາງຊ່ອງ Lao ESTV-ຊ່ອງໂທລະພາບສຶກ ສາ ແລະ ກິລາ ທາງຊ່ອງ 8 ຈານ ດາວທຽວລາວແຊັດ ແລະ ຍັງ ສາມາດເບິ່ງໄດ້ທາງແພັຣດຟອມ ຄັງປັນຍາລາວ ແລະ ຊ່ອງຢູທູບ Youtube ວິດີໂອ ສໍາລັບການພັດ ທະນາຄູ Teacher Development Videos. ຊ່ອງ YouTube ວິດີໂອສຳ ລັບການພັດທະນາຄູ ໄດ້ສ້າງຂຶ້ນ ແຕ່ປີ 2019 ໂດຍກະຊວງສຶກສາ ທິການ ແລະ ກິລາ ໄດ້ຮັບການສະ ໜັບສະໜູນ ຈາກລັດຖະບານ ອົດສະ ຕຣາລີ ຜ່ານແຜນງານ ບີຄວາ. ຊ່ອງ ທາງດັ່ງກ່າວ, ເປັນຜົນສໍາເລັດອັນ ຍິ່ງໃຫຍ່ເຊິ່ງໄດ້ຮັບເຖິງ 4 ລ້ານ ວິວ. ໃນຊ່ອງດັ່ງກ່າວ, ຍັງມີວິດີໂອ ການສຳລັບການພັດທະນາຄູອີກ ຫລາຍຕອນ, ສາລະຄະດີຄູຕົວແບບ ແລະ ສື່ການຮຽນ-ການສອນທີ່ເປັນ ຟາຍສຽງສຳລັບຄູຊັ້ນປະຖົມສຶກ ສາ, ຄູຝຶກ ແລະ ຜູ້ເຮັດວຽກສຶກສານິ ເທດ, ມີບັນດາວິດີໂອຂອງຫລາຍວິ ຊາ ແລະ ເຕັກນິກຕ່າງໆ ກ່ຽວກັບວິ ທີການປະຕິບັດວິທີການຮຽນການ ສອນແບບໃໝ່ຂອງຫລັກສູດ ເຊິ່ງຫົວ ຂໍ້ວິດີໂອສຳລັບການພັດທະນາ ຄູ ໄດ້ຖືກຄັດເລືອກໂດຍອີງໃສ່ສິ່ງທ້າ ທາຍທີ່ຄູໄດ້ພົບຕົວຈິງ ແລະ ຈາກຄໍາ ຄິດເຫັນຈາກຄູ. ຄູສາມາດນໍາໃຊ້ວິດີໂອເພື່ອກະ ກຽມບົດຮຽນ, ປັບປຸງວິທີການສອນ ຂອງຕົນ ແລະ ຮຽນຮູ້ ຫລື ທົບທວນ ຄືນເຕັກນິກສະເພາະຈາກຄູ ຜູ້ທີ່ ເຄີຍໄດ້ສອນຫລັກສູດສະບັບປັບ ປຸງໃໝ່. ພ້ອມທັງສາມາດເປີດຟາຍ ສຽງ, ເພງ ແລະ ບົດເລື່ອງພາສາອັງ ກິດ ໃຫ້ນັກຮຽນຟັງໃນຫ້ອງຮຽນ. ວິດີໂອທັງໝົດຖືກແປພາສາມືເພື່ອ ການເຂົ້າເຖິງໄດ້ຫລາຍຂຶ້ນ. ລະດັບຊາດ ໃນແຕ່ລະປີສູງເຖິງ 3,6 ພັນຕື້ກີບ ຫລື ປະມານ 2.3% ຂອງ GDP, ຢາສູບເຮັດໃຫ້ຄົນລາວເສຍ ຊີວິດ 6.700 ຄົນຕໍ່ປີ ຫລື 18 ຄົນຕໍ່ ມື້ ເຊິ່ງກວມເອົາ 15% ຂອງການ ຕາຍທັງໝົດໃນ ສປປ ລາວ. ທ່ານ ບຸນແຝງ ພູມມະໄລສິດ ລັດ ຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫລງຂ່າວວັນທີ 17 ພຶດສະພາ 2024 ກ່ຽວກັບຂໍ້ຕົກ ລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫລາກຜະລິດຕະພັນຢາສູບວ່າ: ຕໍ່ກັບສາເຫດຂອງການຕາຍເກີດ ຈາກການສູບຢາ ແມ່ນສາມາດປ້ອງ ກັນໄດ້ຖ້າມີມາດຕະການຄວບຄຸມ ຢາສູບຢ່າງມີປະສິດທິພາບເປັນ ຕົ້ນ ການເພີ່ມອາກອນຢາສູບ, ການ ຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະປອດ ຈາກຄວັນຢາສູບການໃຫ້ຄວາມຮູ້ ແກ່ສັງຄົມກ່ຽວກັບຜົນຮ້າຍທີ່ເກີດ ຈາກການສູບຢາ ແລະ ການໄດ້ຮັບ ຄວັນຢາສູບ ແລະ ການພິມຄໍາເຕືອນ ກ່ຽວກັບສຸຂະພາບ ເປັນຮູບພາບຂະ ໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ. ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການພິມຄໍາເຕືອນກ່ຽວກັບ ສຸຂະພາບ ທີ່ເປັນຮູບພາບຂະໜາດ 75% ທີ່ອອກໃນປີ 2016 ມາເປັນ ເວລາ 8 ປີ, ເຫັນວ່າຫລາຍຮູບພາບ ຄໍາ ເຕືອນ ແລະ ສະຫລາກ ຍັງມີປະ ສິດທິພາບຕໍ່າ, ຍັງມີການໂຄສະນາ ແລະ ໃຫ້ຂໍ້ມູນທີ່ສ້າງຄວາມເຂົ້າໃຈ ຜິດແກ່ຜູ້ບໍລິໂພກ ຜ່ານຊອງຢາສູບ ແລະ ຍັງບໍ່ສອດຄ່ອງກັບຂໍ້ມູນໃໝ່ໆ ທາງດ້ານວິທະຍາສາດກ່ຽວກັບ ຜົນກະທົບຂອງຢາສູບຕໍ່ສຸຂະພາບ. ດັ່ງນັ້ນ, ຈຶ່ງໄດ້ປັບປຸງເພື່ອໃຫ້ສອດ ຄ່ອງກັບກົດໝາຍວ່າດ້ວຍການ ຄວບຄຸມຢາສູບ ສະບັບປັບປຸງເລກ ທີ 09/ສພຊ ລົງວັນທີ 16 ພະຈິກ 2021 ຊຶ່ງກໍານົດໃຫ້ກະຊວງສາທາ ລະນະສຸກ ປັບປຸງຄໍາເຕືອນກ່ຽວກັບ ສຸຂະພາບເປັນຮູບພາບ ແລະ ສະ ຫລາກ ເປັນແຕ່ລະໄລຍະໃຫ້ມີປະສິດ ທິພາບ ແລະ ແທດເໝາະກັບສະພາບ ຄວາມເປັນຈິງໃນປັດຈຸບັນ; ຂໍ້ຕົກ ລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນກ່ຽວກັບສຸຂະ ພາບ ແລະ ສະຫລາກຜະລິດຕະພັນ ຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024 ແມ່ນ ປະກອບມີ 10 ຮູບພາບພ້ອມຂໍ້ ຄວາມ ແລະ 10 ຮູບແບບສະຫລາກ ຄໍາເຕືອນກ່ຽວກັບສຸຂະພາບ ທີ່ບໍລິ ສັດຜະລິດຢາສູບ ທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດຕ້ອງໄດ້ ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ ຈໍາໜ່າຍໃນ ສປປ ລາວ ລວມທັງໃນ ຮ້ານຄ້າປອດພາສີແລະ ຕ້ອງມີການ ສັບປ່ຽນໝູນວຽນຮູບພາບພ້ອມ ຂໍ້ຄວາມ ແລະ ສະຫລາກຄໍາເຕືອນ, ການກໍານົດສີ, ຄ່າຄວາມເຂັ້ມຂອງ ສີ, ນໍ້າໜັກສີ, ລະຫັດສີ, ຕໍາແໜ່ງຕົວ ອັກສອນ, ຂະໜາດ ແລະ ຄວາມຊັດ ເຈນຕ້ອງພິມຕາມຕົ້ນສະບັບທີ່ກະ ຊວງສາທາລະນະສຸກສະໜອງໃຫ້ ເທົ່ານັ້ນ. ປະໂຫຍດ ທີ່ຈະໄດ້ຮັບຈາກການ ພິມຄຳເຕືອນກ່ຽວກັບສຸຂະພາບທີ່ ເປັນຮູບພາບມີຄື: ຄຳເຕືອນກ່ຽວກັບ ສຸຂະພາບທີ່ເປັນຮູບພາບ ເປັນນະໂຍ ບາຍທີ່ມີປະໂຫຍດສູງສຸດສຳລັບ ຜູ້ທີ່ສູບຢາ ແລະ ບໍ່ສູບຢາເພາະເປັນ ການປຸກລະດົມໂຄສະນາກ່ຽວກັບ ຜົນຮ້າຍຜ່ານຊອງຢາສູບ, ຜູ້ທີ່ສູບ ຢາ 1 ຊອງຕໍ່ມື້ ຈະເຫັນຮູບພາບຢູ່ ຊອງຢາສູບ 7.300 ຄັ້ງຕໍ່ປີ ເປັນ ການໃຫ້ຂໍ້ມູນຂ່າວສານຢ່າງຈະ ແຈ້ງກ່ຽວກັບພິດໄພ ແລະ ອັນຕະ ລາຍຂອງການສູບຢາ ແລະ ການໄດ້ ຮັບຄວັນຢາສູບ ເຊິ່ງມີຫລັກຖານຢືນ ຢັນວ່າຮູບພາບຄໍາເຕືອນຂະໜາດ ໃຫຍ່ຊ່ວຍປ້ອງກັນການລິເລີ່ມສູບ ຢາໃນເດັກ ແລະ ເຍົາວະຊົນ ແລະ ຍັງຊ່ວຍຊຸກຍູ້ສົ່ງເສີມໃຫ້ຄົນອອກ ຢາສູບໄດ້; ເປັນເຄື່ອງມືຊ່ວຍລັດຖະ ບານ ໃນການຕິດຕາມກວດກາ ແລະ ສະກັດກັ້ນຢາສູບເຖື່ອນອີກທາງ ໜຶ່ງຄຽງຄູ່ກັບການຕິດສະແຕມພາ ສີ ແລະ ອາກອນ. ພາຍໃນເດືອນທັນ ວາ 2024 ທີ່ຈະມາເຖິງນີ້, ຜະລິດ ຕະພັນຢາສູບທຸກຍີ່ຫໍ້ທີ່ຈໍາໜ່າຍໃນ ທ້ອງຕະຫລາດທົ່ວປະເທດລວມ ທັງໃນຮ້ານຄ້າປອດພາສີທຸກແຫ່ງ ຕ້ອງໄດ້ພິມຄຳເຕືອນກ່ຽວກັບສຸຂະ ພາບເປັນຮູບພາບ ພ້ອມສະຫລາກ ຂະໜາດ 75%ຕາມທີ່ທາງກະຊວງ ສາທາລະນະສຸກກຳນົດເທົ່ານັ້ນ. ເນື່ອງໃນໂອກາດວັນງົດສູບຢາ ໂລກກໍຄືວັນງົດສູບຢາແຫ່ງຊາດ ປິ ນີ້ວັນທີ 31 ພຶດສະພາ ຈະມາເຖິງ ນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ “ປົກ ປ້ອງໄວໜຸ່ມ ຈາກການຕົວະຍົວະ ຫລອກລວງຂອງອຸດສາຫະກຳ ຢາສູບ”. ຮຽກຮ້ອງມາຍັງພໍ່-ແມ່, ຜູ້ປົກຄອງ ຈົ່ງພ້ອມກັນປົກປ້ອງ ລູກຫລານໃຫ້ປອດໄພ ຈາກເລ່ກົນ ຂອງບໍລິສັດຢາສູບ, ປູກຈິດສຳນຶກ ໃນການບໍ່ສູບຢາໃຫ້ແກ່ລູກຫລານ ເພື່ອໃຫ້ກາຍເປັນຄ່ານິຍົມໃໝ່ຂອງ ສັງຄົມລາວ. ຂ່າວ: ກິດຕາ ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນ ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວແລະລັດກູເວດໄດ້ຮັບການເພີ່ມ ທະວີໃຫ້ເຂັ້ມແຂງໃນຊຸມປີຜ່ານມາ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງທີ່ຈະ ໄດ້ເຮັດວຽກຮ່ວມກັບສົມເດັດຢ່າງ ໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ທີ່ ດີດັ່ງກ່າວ ໃຫ້ແຕກດອກອອກຜົນ ຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດລວມຂອງສອງປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະ ນາໃນພາກພື້ນ ແລະ ໃນໂລກ. ຂ້າ ພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊ ອັນປະເສີດມາຍັງ ສົມເດັດ ຈົ່ງມີ ພະລານາໄມສົມບູນ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ວຽກງານທີ່ມີກຽດສູງສົ່ງຂອງ ສົມເດັດ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສົ່ງສານ ຊົມເຊີຍເຖິງ ທ່ານ ປອ. ໂມຮາມັດ ມູສຕາຟາ ນາຍົກລັດຖະມົນຕີແຫ່ງ ລັດປາແລັດສະຕິນເນື່ອງໃນໂອກາດ ທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີແຫ່ງລັດປາແລັດ ສະຕິນ. ພ້ອມນີ້,ທ່ານສອນໄຊສີພັນດອນ ຍັງໄດ້ສົ່ງສານຊົມເຊີຍເຖິງທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ເນື່ອງໃນໂອກາດທີ່ທ່ານໄດ້ຮັບການ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນ ນາຍົກລັດຖະມົນຕີ ແຫ່ງສາທາລະ ນະລັດ ສິງກະໂປ ເຊັ່ນດຽວກັນ. ຂ່າວກ່ຽວກັບການປັບປຸງສະຖານ ທີ່ດັ່ງກ່າວ ໃນວັນທີ 16 ພຶດສະພາ 2024 ຜ່ານມານີ້ວ່າ: ການສ້າງ ສວນສາທາລະນະ ພື້ນທີ່ກະຊວງຍຸ ຕິທໍາຫລັງເກົ່າ ໄລຍະທີ 1, ໄດ້ເລີ່ມ ຈັດຕັ້ງປະຕິບັດໃນເດືອນພຶດສະພາ ເປັນຕົ້ນໄປ, ໃນເນື້ອທີ່ທັງໝົດ 1,5 ເຮັກຕາ ແນໃສ່ເຮັດໃຫ້ໃຈກາງນະ ຄອນຫລວງວຽງຈັນ ມີພື້ນທີ່ສາທາ ລະນະສີຂຽວ, ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນຢ່ອນອາລົມ ໂດຍ ຈະສ້າງໃຫ້ມີສວນຮົ່ມໄມ້, ຮ້ານ ຂາຍອາຫານເບົາ ແລະ ເຄື່ອງທີ່ລະ ນຶກ, ມີຫ້ອງນໍ້າສາທາລະນະ, ມີ ບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າ ປະປາ ແລະ ອື່ນໆ ຄາດວ່າຈະໃຫ້ສໍາ ເລັດພາຍໃນເດືອນກັນຍາ 2024 ນີ້. ພາຍຫລັງສ້າງສໍາເລັດ, ສວນສາ ທາລະນະແຫ່ງນີ້ ຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ໃຫ້ນະຄອນ ຫລວງວຽງຈັນ ໂດຍສະເພາະໃນປີ 2024ທີ່ສປປລາວໄດ້ຮັບກຽດເປັນ ປະທານອາຊຽນ, ທັງເປັນປີທ່ອງ ທ່ຽວລາວ ແລະ ນະຄອນຫລວງ ວຽງຈັນ ເປັນເຈົ້າພາບຈັດກອງປະ ຊຸມບັນດາເຈົ້າຄອງນະຄອນຫລວງ ອາຊຽນ. ທ່ານ ບຸນຍະວັດ ນີຣະໄຊຍ໌ ຍັງ ໃຫ້ຮູ້ຕື່ມວ່າ: ສວນສາທາລະນະດັ່ງ ກ່າວ, ອອກແບບໂດຍຄະນະທີ່ປຶກ ສາສະຖາປະນິກ, ຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາ ໄລແຫ່ງຊາດ ໂດຍໄດ້ຮັບການສະ ໜັບສະໜູນດ້ານທຶນຮອນຈາກພະ ແນກການຄ້າ ແຂວງຢຸນນານ ສປ ຈີນຈໍານວນ3ແສນໂດລາສະຫະລັດ ແລະ ທຶນຈາກນະຄອນຫລວງວຽງ ຈັນ ອີກຈໍານວນໜຶ່ງ, ໂດຍມີບໍລິສັດ ທີ່ປຶກສາແລະກໍ່ສ້າງແຂວງຢຸນນານ ສປ ຈີນ ເປັນຜູ້ດໍາເນີນການກໍ່ສ້າງ ຕາມຮູບແບບທີ່ໄດ້ຖືກຮັບຮອງ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ ນວ ປັບປຸງພື້ນທີ່... ດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃຫ້ຫລາຍ ຂຶ້ນ ໂດຍຈະປັບປຸງໃຫ້ສໍາເລັດພາຍ ໃນເດືອນກັນຍາ 2024 ນີ້. ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວ ໜ້າພະແນກໂຍທາທິການ ແລະ ຂົນ ສົ່ງ (ຍທຂ) ນະຄອນຫລວງວຽງ ຈັນ ລາຍງານໃຫ້ຮູ້ໃນພິທີຖະແຫລງ
xtgmf]k; 3 20/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ ວັນທີ 18/5/1959-18/5/2024) 8A '|h kI=j kIPogvq k,6 og-N vry ]tvkfsko 0v'dv'ra omu 2 ;y ]t-q o ໂດຍ: ຢ່າຕົ່ງ ຄວາມຈົງຮັກພັກດີ, ຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວ, ຄວາມອົດ ທົນໝັ້ນໜຽວບໍ່ຄອນແຄນ ຕໍ່ການ ນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ2ໄດ້ເປັນ ແວ່ນແຍງ, ເປັນການປຸກລະດົມອັນ ແຮງກ້າໃຫ້ແກ່ຂະບວນການປະຕິ ວັດ ເພື່ອຕີຊະນະກັບຈັກກະພັດອາ ເມລິກາແລະລູກແຫລ່ງຕີນມື. ພ້ອມ ດຽວກັນນັ້ນກໍເຮັດໃຫ້ກໍາລັງປະຕິ ວັດ, ໂດຍສະເພາະແມ່ນກໍາລັງປະ ກອບອາວຸດປະຊາຊົນນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ປັດຈຸບັນແມ່ນໄລຍະແຫ່ງການ ສ້າງສາ ແລະ ພັດທະນາປະເທດ ຊາດ, ກໍມີສິ່ງທ້າທາຍຫລາຍດ້ານທີ່ ພວກເຮົາຄົນຮຸ້ນໜຸ່ມຕ້ອງໄດ້ຜ່ານ ຜ່າ ເພື່ອພ້ອມກັນພັດທະນາປະເທດ ຊາດໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງ ສີວິໄລ. ດັ່ງນັ້ນຈຶ່ງມີຄວາມຈຳເປັນ ຍິ່ງທີ່ພະນັກງານ,ສະມາຊິກພັກ,ກຳ ລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ກໍຄືປວງຊົນລາວທັງຊາດ * ດັ່ງທີ່ໄດ້ສະເໜີໃນບົດຜ່ານ ແລ້ວ ກ່ຽວກັບຄວາມອົງອາດກ້າ ຫານ ແລະ ນໍ້າໃນເສຍສະຫລະ ເພື່ອ ປະເທດຊາດ ແລະ ປະຊາຊົນຂອງ ກອງພັນທີ 2. ສິ່ງດັ່ງກ່າວແມ່ນບົດ ຮຽນອັນລໍ້າຄ່າ ທີ່ປວງຊົນລາວ ທັງຊາດ ເວົ້າລວມ ເວົ້າສະເພາະ ແມ່ນກຳລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ຕ້ອງໄດ້ຮໍ່າ ຮຽນເອົາ ໂດຍສະເພາະແມ່ນມູນ ເຊື້ອຮັກຊາດທີ່ສູງສົ່ງ ມີນ້ຳໃຈປະ ຕິວັດສຸດກົກສຸດປາຍ, ມີລະບຽບ ວິໄນທີ່ເຄັ່ງຄັດ, ເຂັ້ມງວດ, ຕໍ່ສູ້ພິລະ ອາດຫານ. ວິລະກຳທີ່ກອງພັນທີ 2 ວິລະ ຊົນສ້າງໄວ້ໃນໜ້າປະຫວັດສາດ ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ຂອງລາວນັ້ນ ແມ່ນມີຄວາມໝາຍ ແລະ ສຳຄັນທີ່ຄົນຮຸ້ນສືບທອດຕ້ອງ ໄດ້ຮໍ່າຮຽນເອົາ ໂດຍສະເພາະແມ່ນ ມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຈົນສາ ມາດທັບມ້າງກົນອຸບາຍຂອງພວກ ຈັກກະພັດແລະລູກແຫລ່ງຕີນມືຂອງ ພວກເຂົາທີ່ຫວັງດັບມອດກໍາລັງປະ ຕິວັດ. ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວສະແດງ ໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຕ້ອງຝຶກຝົນຕົນເອງທາງດ້ານການ ເມືອງແນວຄິດ, ຕ້ອງມີຄວາມອຸ່ນ ອ່ຽງທຸນທ່ຽງບໍ່ຫວັນໄຫວຄອນ ແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດ ສອບທ້າທາຍຫລາຍປະການ, ຕ້ອງ ມີຄວາມສາມັກຄີເປັນເອກະພາບ, ມີນໍ້າໃຈເດັດດ່ຽວອາດຫານ, ມີນຳ ໃຈເສຍສະຫລະຜົນປະໂຫຍດສ່ວນ ຕົວເພື່ອຜົນປະໂຫຍດລວມຂອງ ຊາດ, ປະຕິບັດລະບຽບວິໄນ, ຄໍາສັ່ງ ແລະ ກົດໝາຍຕ່າງໆຢ່າງເຂັ້ມງວດ ເພື່ອສ້າງໃຫ້ສັງຄົມມີຄວາມສະ ຫງົບ, ເປັນລະບຽບຮຽບຮ້ອຍ ແລະ ກ້າວໄປສູ່ຄວາມຈະເລີນວັດທະນາ ຖາວອນໃນອະນາຄົດ. ພາບປະກອບ ພາບປະກອບ rh v,da oxt8y [a fco;7y f-U oe dkolh k'glf4tdy f gvdt]kf gxa og9Q k8q ogv'.sh xtdq fgxa o9y ' * ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງແມ່ນພາກສ່ວນສໍາຄັນ ຂອງຄວາມເປັນເອກະລາດ, ອໍານາດ ອະທິປະໄຕຂອງຊາດ ເຊິ່ງເນື້ອແທ້ ແມ່ນການຍົກສູງສະຕິຊາດ, ເສີມຂະ ຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນ ໃນ ຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານ ຊັບພະຍາກອນມະນຸດ, ຊັບພະຍາກອນ ທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະ ນະທໍາ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄໍານຶງເຖິງປະສິດ ທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມ ຄ່າຂອງການນໍາໃຊ້ຄວາມສາມາດບົ່ມ ຊ້ອນຂອງຊັບພະຍາກອນທີ່ມີ ເພື່ອຕອບ ສະໜອງໃຫ້ແກ່ການປົກປັກຮັກສາປະ ເທດຊາດ ແລະ ການພັດທະນາທີ່ຍືນ ຍົງ, ສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນ ພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເລີ່ມຈາກຕ່ຳຫາສູງ, ຈາກນ້ອຍຫາໃຫຍ່ ແຕ່ຕ້ອງບົນພື້ນຖານ ການບຸກບືນສູ້ຊົນສູງສຸດ ແລະ ຕ້ອງໃຊ້ ເວລາອັນເໝາະສົມດ້ວຍຈິດໃຈເຄັ່ງ ຮ້ອນ, ບໍ່ອະນຸຍາດໃຫ້ແກ່ຍາວ ໂດຍບໍ່ມີ ບາດກ້າວເດີນທີ່ຈະແຈ້ງ ແລະ ປ່ອຍປະ ຕາມເປັນຕາມເກີດໄດ້ອີກ. ດັ່ງນັ້ນກ່ອນ ອື່ນໝົດຕ້ອງບຸກທະລຸດ້ານຈິນຕະນາ ການ, ສ້າງຄວາມຮັບຮູ້, ເຂົ້າໃຈຂອງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນ ຕໍ່ການສ້າງ ຄວາມເປັນເຈົ້າດ້ານຄວາມຮັບຮູ້ ເພື່ອ ຂຸດຄົ້ນນໍາໃຊ້ໃນສິ່ງທີ່ມີຢູ່ຂອງປະ ເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ ເຮົາສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງ ບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນ ການຂຸດຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາ ກອນຂອງຊາດ ໃຫ້ອອກມາເປັນທຶນ ຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນ ລາວເປັນເຈົ້າຫລາຍຂຶ້ນ ໃນການຮູ້ຫາ ເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ອີກດ້ານໜຶ່ງ ຕ້ອງໃຫ້ຄົນລາວຮູ້ຊອກ ຄົ້ນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດ ທັງຮູ້ໃຊ້ຈ່າຍຢ່າງຄຸ້ມຄ່າ ແລະ ເກີດ ດອກອອກຜົນ, ຮູ້ຈັກຂຸດຄົ້ນ-ປົກປ້ອງ ຕະຫລາດພາຍໃນ ແລະ ກ້າເຂົ້າເຖິງຍາດແຍ່ງສ່ວນແບ່ງຈາກຕະຫລາດ ສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະໄໝຂອງຍຸກສະໄໝ ແລະ ນໍາ ໃຊ້ສິ່ງທີ່ໂລກມີ ແຕ່ເຮົາຍັງຂາດໃຫ້ໄດ້ ຢ່າງສົມສ່ວນ ແລະ ມີການເລືອກເຟັ້ນ..., ເດັດດ່ຽວຫັນເອົາເສດຖະກິດຂອງປະ ເທດເຮົາອອກສູ່ໂລກ, ນໍາໃຊ້ຊັບພະຍາ ກອນທີ່ມີຢູ່ໃຫ້ຄຸ້ມຄ່າ, ທັງພັດທະນາ, ທັງ ຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆ ຂອງໂລກມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີຈາກພາຍນອກກະທົບໃສ່ ໃຫ້ອອກເປັນຜະລິດຕະພັນ, ສ້າງຍີ່ຫໍ້ ສິນຄ້າທີ່ມີຄຸນນະພາບອອກສູ່ຕະຫລາດ ໂລກໃຫ້ຫລາຍຂຶ້ນ ແລະ ເປັນເຈົ້າການ ຄິດໄລ່-ໄຕ່ຕອງການນໍາເອົາຜະລິດຕະ ພັນຈາກພາຍນອກມາຊົມໃຊ້ຢ່າງມີຈຸດ ສຸມ ແລະ ມີການເລືອກເຟັ້ນ. ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂເຊື່ອມ ໂຍງກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກການເປັນເຈົ້າການພັດທະ ນາຊັບພະຍາກອນມະນຸດແລ້ວຍັງຕ້ອງ ມີການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນ ທີ່ຫລາກຫລາຍ, ພັດທະນາລະບົບການ ເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນ ເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ສ້າງພື້ນຖານການຜະລິດ ໃຫ້ ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະ ໂພກ-ບໍລິໂພກພຽງຕອບສະໝອງພື້ນ ຖານການດໍາລົງຊີວິດຂອງສັງຄົມ ລາວ ໂດຍບໍ່ເພິ່ງພາຈາກພາຍນອກ ດ້ານດຽວກ້າວສູ່ການຜະລິດເພື່ອສົ່ງ ອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນ ລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການ ສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາ ກອນທີ່ເປັນທ່າແຮງຂອງປະເທດ ໂດຍ ນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະ ໄໝ. ປັບປຸງລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດຖະກິດ ຂອງປະເທດ; ບົນພື້ນຖານນັ້ນ ຕ້ອງດໍາ ເນີນທຸກມາດຕະການ ເພື່ອໃຫ້ມີລະບົບ ການເກັບລາຍຮັບເຂົ້າງົບປະມານ ໃຫ້ ໄດ້ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງ ແຫລ່ງລາຍຮັບໃໝ່ໃຫ້ຫລາຍ ແລະ ໜັກແໜ້ນ, ຂຸດຄົ້ນແຫລ່ງລາຍຮັບຈາກ ບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະ ບຽບການຢ່າງຍືດຍຸ່ນ, ທັງມີການປັບ ປຸງ ແລະ ພັດທະນາລະບົບ, ກົນໄກຢ່າງ ເປັນປະຈໍາຕາມຫລັກວິທະຍາສາດທີ່ ປ່ຽນແປງໄດ້ຕາມສະຖານະການຕົວ ຈິງໃນແຕ່ລະໄລຍະ; ຕ້ອງຮູ້ວາງແຜນ ໃຊ້ຈ່າຍງົບປະມານຢ່າງເຄັ່ງຄັດ, ມີປະ ສິດທິຜົນ, ເກີດດອກອອກຜົນໃນການ ພັດທະນາຫລາຍກວ່າເກົ່າ ແລະ ສ້າງ ສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ. ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະ ຫຍາຍຄວາມບາກບັ່ນສູ້ຊົນສູງສຸດ ຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍ ໃນ ການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງ ເປັນຮູບປະທໍາທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍ ນອກ ແລະ ການເຊື່ອມໂຍງສາກົນ ທັງ ເປັນການສ້າງເງື່ອນໄຂ, ຄວາມເຊື່ອ ໝັ້ນອັນໜັກແໜ້ນໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນຊ່ວຍ ເຫລືອຈາກເພື່ອນມິດສາກົນ ໃຫ້ກາຍ ເປັນແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ຢ່າງມີປະສິດທິຜົນສູງສຸດ. ເປົ້າໝາຍທີ່ຕ້ອງບັນລຸຂອງການ ສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງແມ່ນເຮັດໃຫ້ຄົນລາວ, ສັງຄົມ ລາວ ຍົກລະດັບວິຖີຊີວິດ ແລະ ວິທີການ ທໍາມາຫາກິນແບບໃໝ່, ສາມາດເສີມ ຂະຫຍາຍຫົວຄິດປະດິດສ້າງ, ຄວາມ ດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບ ການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກ ສູງສະມັດຕະພາບການຜະລິດ, ຮູ້ສ້າງ ສາພັດທະນາດ້ວຍສະຕິປັນຍາ, ດ້ວຍ ຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າ ດ້ວຍຂອງຕົນເອງຢ່າງເປັນເຈົ້າການ ແລະ ສາມາດແຂ່ງຂັນໄດ້; ມີຄ່ານິຍົມ ສິນຄ້າລາວໃຫ້ຫລາຍຂຶ້ນ, ຮູ້ນໍາໃຊ້ຊັບ ພະຍາກອນທີ່ພວກເຮົາມີ ໃຫ້ເປັນທຶນ ຮອນ, ແຕ່ຊັບພະຍາກອນຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາແລະສາ ມາດນໍາໃຊ້ໄດ້ຢ່າງຍືນຍົງ ແລະ ຍາວ ນານ, ເຮັດໃຫ້ປະຊາຊົນລາວໄດ້ຮັບຜົນ ປະໂຫຍດຈາກການພັດທະນາ, ສ້າງ ຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນ ຍົງໄປຕາມໆກັນ.
RkJQdWJsaXNoZXIy MTc3MTYxMQ==