ນັກສຶກສາຕ່າງປະເທດ ໄດ້ສຳພັດວັດທະນະທຳຂອງ ອີ້ເຟິງ ໃນງານວາງສະ ແດງສິນຄ້າ ແລະ ອຸດສາຫະກຳວັດທະນະທຳ ຈຽງຊີ ຄັ້ງທີ 2

17/05/2024 12:50
Email Print 1092
ຂປລ *ໃນລະຫວ່າງງານວາງສະແດງສິນຄ້າ ແລະ ອຸດສາຫະກຳວັດທະນະທຳທີ່ ຈັດຂຶ້ນແຕ່ວັນທີ 30 ເມສາ ຫາ ວັນທີ 3 ພຶດສະພາ, ຢູ່ທີ່ນານຊາງ ເມືອງ ຫລວງຂອງແຂວງຈ່ຽງຊີ, ເມືອງ ອີ້ເຟິງ ນັກສຶກສາຕ່າງປະເທດຈາກຕວກ ກີ, ປາກີສະຖານ, ອິນໂດເນເຊຍ ແລະ ປະເທດອື່ນໆ ຕ່າງກໍ່ໃຫ້ຄວາມ ສົນໃຈ ຜະລິດຕະພັນທາງວັດທະນະທຳ ແລະ ຄວາມຄິດສ້າງສັນທີ່ງົດງາມ ແລະ ມໍລະດົກທາງວັດທະນະທຳ ທີ່ບໍ່ສາມາດຫາເບິ່ງໄດ້ແລ້ວຈາກເມືອງ ອີ້ເຟິງ ມົນ ທົນ ຈຽງຊີ ພາກຕາເວັນອອກຂອງຈີນ



*
ໃນລະຫວ່າງງານວາງສະແດງສິນຄ້າ ແລະ ອຸດສາຫະກຳວັດທະນະທຳທີ່ ຈັດຂຶ້ນແຕ່ວັນທີ 30 ເມສາ ຫາ ວັນທີ 3 ພຶດສະພາ, ຢູ່ທີ່ນານຊາງ ເມືອງ ຫລວງຂອງແຂວງຈ່ຽງຊີ, ເມືອງ ອີ້ເຟິງ ນັກສຶກສາຕ່າງປະເທດຈາກຕວກ ກີ, ປາກີສະຖານ, ອິນໂດເນເຊຍ ແລະ ປະເທດອື່ນໆ ຕ່າງກໍ່ໃຫ້ຄວາມ ສົນໃຈ ຜະລິດຕະພັນທາງວັດທະນະທຳ ແລະ ຄວາມຄິດສ້າງສັນທີ່ງົດງາມ ແລະ ມໍລະດົກທາງວັດທະນະທຳ ທີ່ບໍ່ສາມາດຫາເບິ່ງໄດ້ແລ້ວຈາກເມືອງ ອີ້ເຟິງ ມົນ ທົນ ຈຽງຊີ ພາກຕາເວັນອອກຂອງຈີນ ຊຶ່ງໃນງານໄດ້ຈັດງານວາງ ສະແດງ ຫລາຍກວ່າ 30 ລາຍການໃນ 8 ປະເພດ, ໃນນັ້ນມີງານວາງ ສະແດງເຄື່ອງ ແກະສະຫລັກຮາກໄມ້, ເຄື່ອງຖັກແສ່ວ, ແຕ້ມອັກສອນ ແລະ ການແຕ້ມ ຮູບ ແລະ ອື່ນໆ . ຢູ່ທີ່ຈຸດແຕ້ມອັກສອນ ແລະ ແຕ້ມຮູບ, ຜົນງານຂອງທ່ານ Zhao Xuanhui, ນັກແຕ້ມອັກສອນ ແລະ ນັກແຕ້ມຮູບ ທີ່ມີຊື່ສຽງ ຂອງ ເມືອງ ອີ້ເຟິງ ໄດ້ຮັບການຕົບມືຈາກນັກສຶກສາ.

ນອກຈາກນີ້ ນັກສຶກສາຍັງໄດ້ຊີມຊາດອກໄມ້ Jiangxi Zhulan ຊຶ່ງ ຊາດັ່ງ ກ່າວແຕກຕ່າງຈາກຊາຈີນອື່ນໆ, ດັ່ງທີ່ນັກສຶກສາຕ່າງປະເທດຈາກ ອິນໂດ ເນເຊຍກ່າວວ່າ: ຊາມີກິ່ນຫອມທີ່ສົດຊື່ນ ເຮັດໃຫ້ຄົນຮູ້ສຶກຄືກັບວ່າພວກ ເຂົາຢູ່ໃນທະເລຂອງດອກໄມ້.

ນອກຈາກນີ້, ເມືອງອີ້ເຟີງ ຍັງໄດ້ແນະນຳລັກສະນະ ວັດທະນະທຳທ້ອງຖິ່ນ ແລະ ຂະບວນການພັດທະນາ ໃຫ້ແກ່ຜູ້ຊົມໂດຍລະອຽດໂດຍຜ່ານລາຍການ ການສະແດງແບບສື່ປະສົມປະສານ ແລະ ການອະທິບາຍຢູ່ພາຍໃນສະຖານ ທີ່. ງານດັ່ງກ່າວ ສາມາດສ້າງລາຍຮັບໄດ້ຫລາຍກວ່າ 120.000 ຢວນ (ປະມານ 16.608 ໂດລາສະຫະລັດ) ແລະ ມີຍອດສັ່ງຊື້ພາຍໃນງານຫລາຍ ກວ່າ 200.000 ຢວນ (ປະມານ 27.680 ໂດລາສະຫະລັດ) .

ໃນຊຸມປີຜ່ານມານີ້, ເມຶອງອີ້ເຟິງ ໄດ້ຂຸດຄົ້ນ ແລະ ນຳໃຊ້ປະໂຫຍດ ຈາກແຫລ່ງຊັບພະຍາກອນວັດທະນະທຳ ຂອງທ້ອງຖິ່ນຢ່າງເຕັມທີ່, ຕັ້ງໜ້າ ຊຸກຍູ້ຄວາມໝັ້ນຄົງ ທາງດ້ານວັດທະນະທຳ ແລະ ນະວັດຕະກຳ ແລະ ດຳ ເນີນການດ້ານວັດທະນະທຳຢ່າງຈິງຈັງ ໂດຍໃຊ້ກົນລະຍຸດ "ອອກໄປສູ່ພາຍ ນອກ".

(ຮຽບຮຽງໂດຍ Bao Nuomin with xinhua silkroad, baonuomin@xinhua.org)

KPL

ຂ່າວອື່ນໆ

ads
ads

Top