ສປຈີນ ເລີ່ມໃຫ້ບໍລິການເຄືອຂ່າຍ 5 ຈີ-ເອ

20/05/2024 17:06
Email Print 394
ຂປລ ການວັດແທກ ຄວາມໄວ ໃນພື້ນທີ່ ຂອງ ເຈົ້າໜ້າທີ່ ຈາກ ໄຊນ່າ ໂມບາຍ ຊຶ່ງເປັນໜຶ່ງ ໃນຜູ້ໃຫ້ ບໍລິການ ໂທລະ ຄົມມະນາຄົມ ຊັ້ນນໍາ ຂອງຈີນ ເປີດເຜີຍ ວ່າ: ອັດຕາ ການ ດາວໂຫລດ ຂອງ 5ຈີ-ເອ ໄວກວ່າ 2 ກິກາບິດ ຕໍ່ວິນາທີ , ໝາຍຄວາມວ່າ ສາມາດ ຮອງຮັບ ການດາວໂຫລດພາບ ຂະໜາດ 5 ກິກາໄບ, ໂດຍ ຈະໃຊ້ເວລາ ດາວໂຫລດ 20 ວິນາທີເທົ່ານັ້ນ.

ຂປລ. ສຳນັກຂ່າວ ຊິນຮວາ ລາຍງານ ຈາກ ນະຄອນຫລວງ ປັກກິ່ງ ຂອງ ສປຈີນ, ​ເມື່ອວັນທີ 19 ພຶດສະ ພາວ່າ: ການວັດແທກ ຄວາມໄວ ໃນພື້ນທີ່ ຂອງ ເຈົ້າໜ້າທີ່ ຈາກ ໄຊນ່າ ໂມບາຍ ຊຶ່ງເປັນໜຶ່ງ ໃນຜູ້ໃຫ້ ບໍລິການ ໂທລະ ຄົມມະນາຄົມ ຊັ້ນນໍາ ຂອງຈີນ ເປີດເຜີຍ ວ່າ: ອັດຕາ ການ ດາວໂຫລດ ຂອງ 5ຈີ-ເອ ໄວກວ່າ 2 ກິກາບິດ ຕໍ່ວິນາທີ , ໝາຍຄວາມວ່າ ສາມາດ ຮອງຮັບ ການດາວໂຫລດພາບ ຂະໜາດ 5 ກິກາໄບ, ໂດຍ ຈະໃຊ້ເວລາ ດາວໂຫລດ 20 ວິນາທີເທົ່ານັ້ນ.

ທ່ານ ຈູ ຊີວ ຈາວິ ເຈົ້່າໜ້າທີ່ ຂອງ ໄຊນ່າ ໂບບາຍ ສາຂາ ນະຄອນຫລວງ ປັກກິ່ງ ກ່າວວ່າ 5ຈີ-ເອ ເປັນເຄືອຂ່າຍ ທີ່ ຍົກລະດັບ ຈາກ 5 ຈີ ແລະ ເປັນການ ປ່ຽນຜ່ານ ຈາກ 5ຈີ ໄປສູ່ 6 ຈີ, ​ໂດຍ ເຄືອຂ່າຍ 5ຈີ-ເອ ຈະຄວບຄຸມ ພື້ນທີ່ 18 ແຫ່ງ ເຊັ່ນ: ຖະໜົນ ສາງອັນ ໃນປັກກິ່ງ, ສະໜາມບິນ ນານາຊາດ ນະຄອນຫລວງ ປັກກິ່ງ ແລະ ພື້ນທີ່ອື່ນໆ. ສ່ວນຂໍ້ມູນ ສະຖິຕິ ຈາກ ສຳນັກ ບໍລິຫານ ການສື່ສານ ນະຄອນຫລວງ ປັກກິ່ງ ລະບຸວ່າ: ​ນະຄອນຫລວງ ປັກກິ່ງ ໄດ້ສ້າງ ສະຖານີ 5 ຈີ ລວມທັງໝົດ 114.500 ແຫ່ງ ໄລ່ເຖິງ ທ້າຍເດືອນ ເມສາ ທີ່ຜ່ານມາ. ໂດຍມີ ສະຖານີ 5ຈີ ຈຳນວນ 52 ແຫ່ງ ຕໍ່ ປະຊາກອນ ຈຳນວນ 10.000 ຄົນ ຊຶ່ງເປັນ ຈຳນວນຫລາຍ ຈັດເປັນອັນດັບ 1 ຂອງປະເທດ./.
KPL

ຂ່າວອື່ນໆ

ads
ads

Top