ຄົນລາວເສຍຊີວິດຍ້ອນຢາສູບ 6.700 ຄົນຕໍ່ປີ ກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ

20/05/2024 11:30
Email Print 3901
ຂປລ ຂປລ. ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍຮ້າຍແຮງ, ການພິການ ແລະ ການຕາຍກ່ອນວັນອັນຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາສູບ ລ້ວນແຕ່ມີຄ່າໃຊ້ຈ່າຍສູງຫລາຍ ຈາກການຄິດ ໄລ່ຄ່າໃຊ້ຈ່າຍ ທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກ ການສູບຢາໃນລະດັບຊາດ ໃນແຕ່ລະປີ ສູງເຖິງ 3,6 ພັນຕື້ກີບ ຫລື ປະມານ 2.3% ຂອງ GDP



ຂປລ. ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍຮ້າຍແຮງ, ການພິການ ແລະ ການຕາຍກ່ອນວັນອັນຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາສູບ
  ລ້ວນແຕ່ມີຄ່າໃຊ້ຈ່າຍສູງຫລາຍ ຈາກການຄິດ ໄລ່ຄ່າໃຊ້ຈ່າຍ ທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກ ການສູບຢາໃນລະດັບຊາດ ໃນແຕ່ລະປີ ສູງເຖິງ 3,6 ພັນຕື້ກີບ ຫລື ປະມານ 2.3% ຂອງ GDP, ຢາສູບເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ ຫລື 18 ຄົນຕໍ່ມື້ ເຊິ່ງກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ.

ທ່ານ ບຸນແຝງ  ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫລງຂ່າວວັນທີ 17 ພຶດສະພາ 2024 ກ່ຽວກັບຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະ ຫລາກຜະລິດຕະພັນຢາສູບ ວ່າ:  ຕໍ່ກັບສາເຫດຂອງການຕາຍ ເກີດຈາກການສູບຢາ ແມ່ນສາມາດປ້ອງກັນໄດ້ ຖ້າມີມາດຕະການ ຄວບຄຸມຢາສູບຢ່າງມີປະສິດທິພາບ ເປັນຕົ້ນ ການເພີ່ມ ອາກອນຢາສູບ, ການຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະ ປອດຈາກຄວັນຢາສູບ ການໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບ ຜົນຮ້າຍທີ່ເກີດຈາກ ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ແລະ ການພິມຄໍາເຕືອນກ່ຽວກັບສຸຂະພາບ ເປັນຮູບພາບຂະໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ. ຜ່ານການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ການພິມຄໍາເຕືອນ ກ່ຽວກັບສຸຂະພາບ ທີ່ເປັນຮູບພາບ ຂະໜາດ 75% ທີ່ອອກໃນປີ 2016 ມາເປັນເວລາ 8 ປີ, ເຫັນວ່າ ຫລາຍຮູບພາບຄໍາເຕືອນ ແລະ ສະຫລາກ ຍັງມີປະສິດທິພາບຕໍ່າ, ຍັງມີການໂຄສະນາ ແລະ ໃຫ້ຂໍ້ມູນທີ່ສ້າງ ຄວາມເຂົ້າໃຈຜິດແກ່ຜູ້ບໍລິໂພກ ຜ່ານຊອງຢາສູບ ແລະ ຍັງບໍ່ສອດຄ່ອງກັບຂໍ້ມູນໃໝ່ໆ ທາງດ້ານວິທະຍາສາດກ່ຽວກັບ ຜົນກະທົບຂອງຢາສູບຕໍ່ສຸຂະພາບ. ດັ່ງນັ້ນ, ຈຶ່ງໄດ້ປັບປຸງເພື່ອໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍການຄວບຄຸມ ຢາສູບ ສະບັບປັບປຸງ ເລກທີ 09/ສພຊ ລົງວັນທີ 16 ພະຈິກ 2021 ຊຶ່ງກໍານົດໃຫ້ກະຊວງສາທາລະນະສຸກ ປັບປຸງຄໍາເຕືອນກ່ຽວກັບສຸຂະພາບ ເປັນຮູບພາບ ແລະ ສະຫລາກ ເປັນແຕ່ລະໄລຍະ ໃຫ້ມີປະສິດທິພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ; ຂໍ້ຕົກລົງວ່າດ້ວຍ ການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນກ່ຽວກັບສຸຂະພາບ ແລະ ສະຫລາກ ຜະລິດຕະພັນ ຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024 ແມ່ນປະກອບມີ 10 ຮູບພາບພ້ອມຂໍ້ຄວາມ ແລະ 10 ຮູບແບບສະຫລາກ ຄໍາເຕືອນກ່ຽວກັບສຸຂະພາບ ທີ່ ບໍລິສັດ​ຜະ​ລິດຢາສູບ ທັງ​ພາຍ​ໃນ ແລະ ນຳ​ເຂົ້າ​ຈາກ​ຕ່າງ​ປະ​ເທດ ຕ້ອງໄດ້ພິມໃສ່ທຸກຊອງ ແລະ ຕຸດຢາສູບທີ່ຈໍາໜ່າຍໃນ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ ແລະ ຕ້ອງມີການສັບປ່ຽນໝູນວຽນຮູບພາບ ພ້ອມຂໍ້ຄວາມ ແລະ ສະຫລາກຄໍາເຕືອນ, ການກໍານົດສີ, ຄ່າຄວາມເຂັ້ມຂອງສີ, ນໍ້າໜັກສີ, ລະຫັດສີ, ຕໍາແໜ່ງຕົວອັກສອນ, ຂະໜາດ ແລະ ຄວາມຊັດເຈນ ຕ້ອງພິມຕາມຕົ້ນສະບັບ ທີ່ກະຊວງສາທາລະນະສຸກ ສະໜອງໃຫ້ ເທົ່ານັ້ນ. 

ປະ​ໂຫຍດ​ທີ່​ຈະ​ໄດ້​ຮັບ​ຈາກ​ການ​ພິມ​ຄຳ​ເຕືອນ​ ກ່ຽວກັບສຸ​ຂະ​ພາບ​ທີ່​ເປັນ​ຮູບ​ພາບ​ມີ​ຄື: ​ຄຳ​ເຕືອນກ່ຽວກັບ​ສຸ​ຂະ​ພາບ​ທີ່​ເປັນ​ຮູບ​ພາບ ເປັນນະໂຍບາຍທີ່ມີປະໂຫຍດສູງສຸດ ສຳລັບຜູ້ທີ່ສູບຢາ ແລະ ບໍ່ສູບຢາ ເພາະເປັນການປຸກ ລະດົມໂຄສະນາກ່ຽວກັບຜົນຮ້າຍ ຜ່ານຊອງຢາສູບ, ຜູ້ທີ່ສູບຢາ 1 ຊອງຕໍ່ມື້ ຈະເຫັນຮູບພາບຢູ່ຊອງຢາສູບ 7.300 ຄັ້ງຕໍ່ປີ ເປັນການ ໃຫ້ຂໍ້ມູນຂ່າວສານ ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບພິດ​ໄພ ແລະ ອັນ​ຕະ​ລາຍ​ຂອງ​ການ​ສູບ​ຢາ ແລະ ການ​ໄດ້​ຮັບ​ຄວັນ​ຢາ​ສູບ​ ເຊິ່ງມີຫລັກຖານຢືນຢັນວ່າ ຮູບພາບຄໍາເຕືອນຂະໜາດໃຫຍ່ ຊ່ວຍປ້ອງກັນການລິເລີ່ມສູບຢາ ໃນເດັກ​ ແລະ ເຍົາວະຊົນ ແລະ ຍັງຊ່ວຍຊຸກຍູ້ ສົ່ງເສີມໃຫ້ຄົນອອກຢາສູບໄດ້; ເປັນ​ເຄື່ອງມື ຊ່ວຍລັດຖະບານ ໃນການຕິດຕາມກວດກາ ແລະ ​ສະ​ກັດ​ກັ້ນຢາ​ສູບ​ເຖື່ອນ​ອີກ​ທາງ​ໜຶ່ງ ຄຽງ​ຄູ່​ກັບ​​ການ​ຕິດ​ສະ​ແຕມພາສີ ແລະ ​ອາ​ກອນ. ພາຍໃນເດືອນທັນວາ 2024 ທີ່ຈະມາເຖິງນີ້, ຜະ​ລິດ​ຕະ​ພັນ​ຢາ​ສູບທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫລາດ ທົ່ວປະເທດ ລວມທັງ ໃນຮ້ານຄ້າປອດພາສີທຸກແຫ່ງ ຕ້ອງ​ໄດ້​ພິມ​ຄຳ​ເຕືອນກ່ຽວກັບ​ສຸ​ຂະ​ພາບ​ ​ເປັນ​ຮູບ​ພາບ ພ້ອມສະຫລາກ ຂະໜາດ 75% ຕາມ​ທີ່​ທາງ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ກຳນົດ​ເທົ່າ​ນັ້ນ.

ເນື່ອງໃນໂອກາດ ວັນງົດສູບຢາໂລກ ກໍຄື ວັນງົດສູບຢາແຫ່ງຊາດປິນີ້ ວັນທີ 31 ພຶດສະພາ ຈະມາເຖິງນີ້, ຈັດຂຶ້ນພາຍໃຕ້ ຄໍາຂວັນ "ປົກປ້ອງໄວໜຸ່ມ ຈາກການຕົວະຍົວະຫລອກລວງຂອງອຸດສາຫະກຳຢາສູບ". ຮຽກຮ້ອງມາຍັງພໍ່-ແມ່, ຜູ້ປົກຄອງ ຈົ່ງພ້ອມກັນປົກປ້ອງລູກຫລານໃຫ້ປອດໄພ ຈາກເລ່ກົນຂອງບໍລິສັດຢາສູບ,  ປູກຈິດສຳນຶກໃນການບໍ່ສູບຢາໃຫ້ແກ່ລູກຫລານ ເພື່ອໃຫ້ກາຍເປັນ ຄ່ານິຍົມໃໝ່ ຂອງສັງຄົມລາວ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top