ປະເທດອາຊຽນ ຫາຫລື ການເຂົ້າເຖິງຄຸນນະພາບ ຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ

14/05/2024 18:41
Email Print 1710
ຂປລ ຂປລ. ກອງປະຊຸມ ພາກພື້ນອາຊີຕາເວັ້ນອອກສ່ຽງໃຕ້ ກ່ຽວກັບການຮັບປະກັນ ການເຂົ້າເຖິງຄຸນນະພາບຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສີພາພອນ ມະນີວົງ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ ໂຣເຈີ ຢັບ ຈາວ ຜູ້ຊ່ວຍຜູ້ອໍານວຍການ, ຫົວໜ້າພະແນກການສຶກສາ, ຊາວໜຸ່ມ ແລະ ກິລາ, ກອງເລຂາອາຊຽນ



ຂປລ. ກອງປະຊຸມ ພາກພື້ນອາຊີຕາເວັ້ນອອກສ່ຽງໃຕ້ ກ່ຽວກັບການຮັບປະກັນ ການເຂົ້າເຖິງຄຸນນະພາບຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ຈັດຂຶ້ນໃນວັນທີ 14 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສີພາພອນ ມະນີວົງ ຫົວໜ້າກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ
, ທ່ານ ໂຣເຈີ ຢັບ ຈາວ ຜູ້ຊ່ວຍຜູ້ອໍານວຍການ, ຫົວໜ້າພະແນກການສຶກສາ, ຊາວໜຸ່ມ ແລະ ກິລາ, ກອງເລຂາອາຊຽນ, ມີບັນດາຫົວໜ້າຄະນະຜູ້ແທນ ປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ນາງ ສີພາພອນ ມະນີວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້
, ເປັນກອງປະຊຸມລະດັບວິຊາການຂອງອາຊຽນ ເພື່ອກະກຽມກອງປະຊຸມ ລັດຖະມົນຕີສຶກສາອາຊຽນ ກ່ຽວກັບວຽກງານການດູແລ ແລະ ສຶກສາກ່ອນໄວຮຽນ, ພ້ອມນີ້ ຍັງເປັນເວທີ ທີ່ຈະຊ່ວຍ ໃຫ້ພວກເຮົາປັບປຸງ ແລະ ຮຽນຮູ້ຈາກປະສົບການຂອງກັນ ແລະ ກັນກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ເພື່ອເຮັດວຽກງານການພັດທະນາ ທີ່ດີກວ່າຂອງເດັກນ້ອຍ ເຊັ່ນດຽວກັນກັບການບັນລຸ ແຜນພັດທະນາເສດຖະກິດ-ສັງຄົມ (SDG 4.2) ໃນປີ 2030. ພ້ອມນີ້, ກອງປະຊຸມ ຍັງໄດ້ຜັນຂະຫຍາຍ ຖະແຫລງການຂອງສາກົນ ກ່ຽວກັບການດູແລ ແລະ ສຶກສາກ່ອນໄວຮຽນ ທີ່ປະກາດໃນປີ 2022 ແລະ ສືບຕໍ່ຜັນຂະຫຍາຍຖະແຫລງການ ຂອງລັດຖະມົນຕີອາຊຽນ ກ່ຽວກັບການດູແລ ແລະ ສຶກສາກ່ອນໄວຮຽນ ຢູ່ໃນອາຊຽນ ທີ່ໄດ້ປະຊຸມກັນໃນປີ 2023 ຜ່ານມາ.



ກອງປະຊຸມຄັ້ງນີ້, ຍັງເປັນການເຕົ້າໂຮມເອົາບັນດາວິຊາການ
, ຜູ້ຊ່ຽວຊານ, ຄູ່ຮ່ວມພັດທະນາ ແລະ ພາກ ສ່ວນຕ່າງໆ ທີ່ເຮັດວຽກກ່ຽວກັບ ການສຶກສາກ່ອນໄວຮຽນ ໂດຍສະເພາະແມ່ນ ລະດັບຜູ້ອໍານວຍການໂຮງຮຽນລ້ຽງເດັກອະນຸບານ, ບັນດາພາກສ່ວນ ກ່ຽວຂ້ອງ, ຄູ່ຮ່ວມພັດທະນາ ໂດຍສະເພາະແມ່ນ ບັນດາອົງການທີ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເບິ່ງແຍງໂຄງການເດັກກ່ອນໄວຮຽນ.

ຫົວຂໍ້ ທີ່ມາປຶກສາຫາຫລື ແລະ ແລກປ່ຽນໃນຄັ້ງນີ້ ປະກອບມີ: ເສີມຂະຫຍາຍການຫັນປ່ຽນ ຈາກການສຶກສາກ່ອນໄວຮຽນ ໄປສູ່ຊັ້ນປະຖົມສຶກສາ; ຄູສອນ/ຜູ້ດູແລເດັກ ແລະ ພໍ່ແມ່ຜູ້ປົກຄອງ; ການເງິນຂອງການດູແລ ແລະ ການສຶກສາເດັກກ່ອນໄວຮຽນ; ການດູແລ ແລະ ການສຶກສາເດັກກ່ອນໄວຮຽນ ແລະ ການປຽ່ນແປງຂອງດິນຟ້າ.

ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top