ສປ ຈີນ-ຣັດເຊຍ ສືບຕໍ່ຮັດແໜ້ນສາຍພົວພັນການຮ່ວມມືກັນ ຢ່າງແໜ້ນແຟ້ນ

17/05/2024 17:48
Email Print 713
ຂປລ ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ຈັດການພົບປະ ວົງແຄບກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ທີ່ເດີນທາງມາ ຢ້ຽມຢາມ ສປ ຈີນ ທາງລັດຖະກິດ.

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 16 ພຶດສະພານີ້, ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດ ທີ່ນະຄອນຫລວງ ປັກກິ່ງ, ທ່ານ ສີ ຈິ້ນຜິງ, ປະທານ ປະເທດຈີນ ໄດ້ຈັດການພົບປະ ວົງແຄບກັບ ທ່ານ ວະລາດີເມຍ ປູຕິນ, ປະທານາທິບໍດີ ຣັດເຊຍ ທີ່ເດີນທາງມາ ຢ້ຽມຢາມ ສປ ຈີນ ທາງລັດຖະກິດ. ໃນໂອກາດນີ້ ທ່ານ ສີ ຈິ້ນຜິງ ໄດ້ສະແດງຄວາມຍິນດີ ຕ້ອນຮັບຕໍ່ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ທີ່ມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ ພ້ອມທັງ ສະແດງຄວາມຊົມເຊີຍ ຢ່າງຈິງໃຈ ອີກເທື່ອໜຶ່ງຕໍ່ ທ່ານ ທີ່ໄດ້ສາບານຕົວ ຂຶ້ນຮັບຕຳແໜ່ງ ເປັນປະທານາທິບໍດີ ຣັດເຊຍ ອີກສະໄໝ. ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປີນີ້ແມ່ນປີ ທີ່ສ້າງສາຍພົວພັນ ທາງການທູດ ລະຫວ່າງ ສປ ຈີນ-ຣັດເຊຍ ຄົບຮອບ 75 ປີ. ການພົວພັນ ລະຫວ່າງ ສອງປະເທດ ໄດ້ຜ່ານການທົດສອບ ຈາກສະຖານະການສາກົນ ທີ່ມີການປ່ຽນແປງ,ໄດ້ສ້າງແບບຢ່າງ ທີ່ດີທີ່ເປັນປະເທດໃຫຍ່, ເປັນປະເທດ ບ້ານໃກ້ ເຮືອນຄຽງ ທີ່ເຄົາລົບ ເຊິ່ງກັນ ແລະ ກັນ,ປະຕິບັດ ຕໍ່ກັນດ້ວຍຄວາມຈິງໃຈ, ຢູ່ຮ່ວມກັນຢ່າງຖືກຕ້ອງ ປອງດອງກັນ ແລະ ຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ. ໃນຫລາຍປີ ຜ່ານມາ, ຂ້າພະເຈົ້າກັບ ທ່ານ ປະທານາທິບໍດີ ໄດ້ພົບປະກັນເຖິງ 40 ກວ່າຄັ້ງ ຕາມໆກັນ,ໄດ້ຮັກສາການຕິດຕໍ່ ພົວພັນກັນ ຢ່າງ    ແໜ້ນແຟ້ນ,ໄດ້ໃຫ້ຄຳຊີ້ນຳ ທາງດ້ານຍຸດທະສາດ ເພື່ອຮັບປະກັນ ໃຫ້ການພົວພັນ ລະຫວ່າງ ສປ ຈີນ-ຣັດເຊຍ ມີການຂະຫຍາຍຕົວ ຢ່າງກວ້າງຂວາງ, ປອດໃສ ແລະ ໝັ້ນທ່ຽງ. ການຂະຫຍາຍ ການພົວພັນ ລະຫວ່າງ ສປ ຈີນ-ຣັດເຊຍ ຢ່າງໝັ້ນທ່ຽງ ບໍ່ພຽງແຕ່ ສອດຄ່ອງກັບ ຜົນປະໂຫຍດ ພື້ນຖານ ຂອງສອງປະເທດ ກໍຄື ປະຊາຊົນ ສອງຊາດ ເທົ່ານັ້ນ,ຫາກຍັງ ມີຜົນດີ ຕໍ່ສັນຕິພາບ,ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງ ຂອງພາກພື້ນ ກໍຄືຂອງໂລກ ອີກດ້ວຍ. ໃນຂະບວນການ ພັດທະນາ ອັນໃໝ່,ສປ ຈີນ ຍິນດີຮ່ວມກັບຝ່າຍ ຣັດເຊຍ ເປັນບ້ານໃກ້ ເຮືອນຄຽງ ທີ່ດີຕໍ່ກັນ,ເພື່ອນມິດ ທີ່ດີຕໍ່ກັນ ແລະ ຄູ່ຮ່ວມມືທີ່ດີ ຕໍ່ກັນ ທີ່ມີຄວາມໄວ້ເນື້ອ ເຊື່ອໃຈ ເຊິ່ງກັນ ແລະ ກັນຢ່າງສະເໝີຕົ້ນ ສະເໝີປາຍ,ປັບປຸງໄມຕີຈິດມິດ ຕະພາບ ລະຫວ່າງ ປະຊາຊົນ ສອງຊາດ ໃນທຸກເຊັ່ນຄົນໃຫ້ດີຂຶ້ນ ຢ່າງບໍ່ຢຸດຢັ້ງ,ຮ່ວມກັນບັນລຸ ການພັດທະນາ ແລະຄວາມຈະເລີນ ຂອງປະເທດຕົນ,ຮ່ວມມືກັນ ປົກປັກຮັກສາ ຄວາມຍຸຕິທຳ ແລະ ຄວາມເປັນທຳ ຂອງໂລກ. ນອກຈາກນີ້ ປະມຸກລັດຂອງ ສອງປະເທດ ໄດ້ພ້ອມກັນ ລົງນາມໃນຖະແລງການຮ່ວມ ກ່ຽວກັບ ການລົງເລິກ ການພົວພັນ ຄູ່ຮ່ວມ ປະສານງານ ຍຸດທະສາດ ຮອບດ້ານ ໃນຍຸກໃໝ່ ເນື່ອງໃນໂອກາດ ສ້າງສາຍພົວພັນ ທາງການທູດ ລະຫວ່າງ ສາທາລະນະລັດ ປະຊາຊົນຈີນ ກັບສະຫະພັນ ຣັດເຊຍ ຄົບຮອບ 75 ປີ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top