ມູນຄ່າການຄ້າ ກຳປູເຈຍ-ອາຊຽນ ເພີ່ມຂຶ້ນ ຫລາຍກວ່າ 14%

20/05/2024 17:04
Email Print 1487
ຂປລ ກະຊວງການຄ້າ ກຳປູເຈຍ ລາຍງານວ່າ: ມູນຄ່າການຄ້າ ກຳປູເຈຍ ກັບ ປະເທດ ສະມາຊິກ ອາຊຽນ (ASEAN) ບັນລຸ ມູນຄ່າ ເຖິງ 5,63 ຕື້ໂດລາ ສະຫະລັດ ໃນໄລຍະ 4 ເດືອນທຳອິດ (ເດືອນມັງກອນ-ເດືອນເມສາ) ຂອງ ປີນີ້

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ເມື່ອບໍ່ດົນມານີ້,​ ກະຊວງການຄ້າ ກຳປູເຈຍ ລາຍງານວ່າ:​ ມູນຄ່າການຄ້າ ກຳປູເຈຍ ກັບ ປະເທດ ສະມາຊິກ ອາຊຽນ (ASEAN) ບັນລຸ ມູນຄ່າ ເຖິງ 5,63 ຕື້ໂດລາ ສະຫະລັດ ໃນໄລຍະ 4  ເດືອນທຳອິດ (ເດືອນມັງກອນ-ເດືອນເມສາ) ຂອງ ປີນີ້, ເພີ່ມຂຶ້ນ 14,2% ຈາກ 4,93 ຕື້ໂດລາ ສະຫະລັດ ໃນໄລຍະເວລາ ດຽວກັນ ຂອງ ປີ 2023.

ໃນຂະນະດຽວກັນ, ກຳປູເຈຍ ສົ່ງອອກ ຜະລິດຕະພັນ ດ້ວຍມູນຄ່າ 2,18 ຕື້ໂດລາ ສະຫະລັດ ໄປຍັງປະເທດ ສະມາຊິກ ອາຊຽນ ,​ເພີ່ມຂຶ້ນ 17,2% ຈາກ 1,86 ຕື້ໂດລາ ສະຫະລັດ ເມື່ອທຽບໃສ່ ໃນໄລຍະດຽວກັນ ຂອງ ປີ 2023.​ ສ່ວນການ ນໍາເຂົ້າ ລວມມີ 3,45 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 12,3% ໂດຍປະລິມານ ການຄ້າ ຂອງ ກຳປູເຈຍ ກັບ ປະເທດ ສະມາຊິກ ອາຊຽນ ກວມເອົາ 33,3% ຂອງ ປະລິມານ ການຄ້າລວມ 1,69 ໝື່ນລ້ານໂດລາ ສະຫະລັດ ຂອງ ປະເທດ.​ ນອກນັ້ນ ຄູ່ການຄ້າ ຂະໜາດໃຫຍ່ສຸດ ຂອງ ກຳປູເຈຍໃນອາຊຽນ ໄດ້ແກ່: ຫວຽດນາມ, ໄທ ແລະ ສິງກະໂປ./.

 

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top