ຮັ່ງມີ ຍ້ອນຄາວມດຸໝັ່ນ ປູກຝັງ ແລະ ຄ້າຂາຍ

14/05/2024 19:23
Email Print 696
ຂປລ ທຸກອາຊີບລ້ວນແຕ່ມີກຽດ ແຕ່ຖ້າຈະເຮັດໃຫ້ຕົນເອງພົ້ນທຸກໄວນັ້ນອາດບໍ່ພຽງເປັນຄົນດຸຫມັ່ນຂະຫຍັນພຽນຢ່າງດຽວ ຫາກຕ້ອງມີຫົວຄິດປະດິດສ້າງບໍ່ຄໍາພີຕາຍຕົວ ແລະ ຮູ້ປັບໂຕເອງໄປກັບຈັງຫວະຊີວິດເຊັ່ນກັນ.

     * ທຸກອາຊີບລ້ວນແຕ່ມີກຽດ ແຕ່ຖ້າຈະເຮັດໃຫ້ຕົນເອງພົ້ນທຸກໄວນັ້ນອາດບໍ່ພຽງເປັນຄົນດຸຫມັ່ນຂະຫຍັນພຽນຢ່າງດຽວ ຫາກຕ້ອງມີຫົວຄິດປະດິດສ້າງບໍ່ຄໍາພີຕາຍຕົວ ແລະ ຮູ້ປັບໂຕເອງໄປກັບຈັງຫວະຊີວິດເຊັ່ນກັນ.ປັດຈູບັນຕ້ອງບອກເລີຍວ່າຖ້າຈະໃຫ້ເຮັດແຕ່ອາຊີບດຽວນັ້ນ ແມ່ນບ່ໍ ພຽງພໍກັບຄວາມຕ້ອງການທີ່ຕ້ອງໃຊ້, ຕ້ອງຈ່າຍ ຫລື ການສ້າງສາພັດທະນາຄອບຄົວໃຫ້ຮັ່ງມີຄືບ້ານເມືອງເພີ່ນຕ້ອງໄດ້ເຮັດຫລາຍອາຊີບຄຽງຄູ່ກັນໄປ ຈຶ່ງໄດ້ບາຍເງິນກ້ອນເໝືອນ ນາງ ໄກ່ແກ້ວ ອິນທິສານ ຄອບຄົວຕົວແບບໃນການຄ້າຂາຍ ແລະ ປູກຝັງເປັນສິນຄ້າ ສາມາດສ້າງລາຍຮັບ 433 ລ້ານ ກີບຕໍ່ປີ.

  

    ທ່ານ ນາງ ໄກ່ແກ້ວ ອິນທີສານ ແມ່ນຄອບຄົວຕົວແບບໃນການຄ້າຂາຍ ແລະ ປູກຝັງກາຍເປັນສິນຄ້າເວົ້າສູ່ຟັງວ່າ:  ຍ້ອນພັກ-ລັດຖະບານມີແນວທາງນະໂຍບາຍໃນການເປີດກ້ວາງສົ່ງເສີມ ໃຫ້ທຸກພາກສ່ວນໄດ້ສ້າງເສດຖະກິດຄອບຄົວ ແລະ ຍ້ອນເງື່ອນໄຂສະພາບອາກາດ, ຄວາມອຸດົມສົມບູນເໝາະສົມແກ່ການປູກຝັງ ເຊິ່ງປະກອບກັບການຊຸກຍູ້ສົ່ງເສີມຈາກພໍ່-ແມ່ໄດ້ແບ່ງທຶນຮອນ ເນື້ອທີ່ດິນປູກຝັງຈໍານວນໜຶ່ງເພື່ອທໍາການຜະລິດເລີ້ມແຕ່ປີ 2011 ແມ່ນໄດ້ເລີ້ມປູກຜັກກະລໍ່າປີ,  ປູກຂິງ, ໝາກສາລີ ແລະ ປູກກາເຟ ມາຮອດປີ 2012 ໄດ້ແບ່ງຕົ້ນທຶນຈາກການຂາຍ ສິນຄ້າດັ່ງກ່າວມາເປີດຮ້ານຂາຍເຄື່ອງຍ່ອຍ  ຮອດຕົ້ນປີ 2013 ໄດ້ເປີດ ຮ້ານຂາຍເຄື່ອງຕື່ມອີກ ເຫັນວ່າມີລາຍຮັບເພີ່ມຈຶ່ງໄດ້ບິແບ່ງເງິນຈໍານວນໜຶ່ງມາຊື້ໂຕະ, ຕັ່ງ, ເຕັ້ນຄົບຊຸດ ເພື່ອໃຫ້ບໍລິການເຊົ່່າພໍຮອດຕົ້ນປີ 2016 ຈຶ່ງໄດ້ຂະຫຍາຍທຸລະກິດເປີດບໍລິການປ້ໍານໍ້າມັນ 1 ປໍ້າ ພ້ອມກັບການເກັບຊື້-ຂາຍກາເຟ ໃນເວລາເລີກການນອກຈາກການຄ້າຂາຍແລ້ວ ກໍ່ຍັງໄດ້ເຮັດສວນປູກກາເຟ ເນື້ອທີ່ທັງໜົດ 3 ເຮັກຕາ  ໂດຍເຮັດຕາມທ່າແຮງ ແລະ ຄວາມອາດສາມາດຕົວຈິງຂອງຄອບຄົວໂດຍເລີ່ມ ຈາກສັບຊ່າວເນື້ອທີ່ດິນ, ການກ້າເບ້ຍ, ການປູກ, ເສຍຫຍ້າ, ອະນາໄມຖາກຖາງບົວລະບັດໃສ່ຝຸ່ນ ແລະ ທຶນຮອນບໍ່ຫລາຍບວກກັບບໍ່ມີຄົນງານພຽງພໍແຕ່ດ້ວຍຄວາມຮັກ-ມັກ ແລະ ພື້ນຖານກັບຄວາມດຸໜ່ັນຂະຫຍັນພຽນຂອງຕົນຄອບຄົວ ຕົກມາຮອດປີ 2016 ເຫັນວ່າ: ຜົນຜະລິດໃນການປູກກາເຟໄດ້ຮັບຜົນເກີນຄາດ ກາເຟໃຫ້ໝາກດົກໜາຈຶ່ງ ຄ່ອຍໆປູກເພີ້ມຂຶ້ນເລື່ອຍໆ.

   ປັດຈຸບັນເຫັນວ່າ: ຄອບຄົວມີລາຍຮັບດີຂື້ນມີຢູ່ມີກິນສະແດງອອກມີຮ້ານຂາຍເຄື່ອງຂະໜາດໃຫ່ຍ 1 ຮ້ານ, ທັງບໍລິ ການເຊົ່າໂຕະ, ຕັ່ງ, ເຕັ້ນ ຄົບຊຸດ, ມີປ້ໍານໍ້າມັນ 1 ປໍ້າ,  ມີສວນກາເຟທັງມີລາຍຮັບຈາກການປູກຝັງຈໍານວນໜ່ຶງລວມລາຍຮັບທັງໝົດ 433 ລ້ານ ກີບຕໍ່ປີ. ນາງ ໄກ່ແກ້ວ ກ່າວຕື່ມອີກວ່າ:  ສໍາລັບ ທິດທາງໃນຕໍ່ໜ້າຈະສືບຕໍ່ຂະຫຍາຍເນື້ອທີ່ສວນ ເພື່ອປູກ ແລະ ລ້ຽງ, ຈະເພີ່ມຜົນຜະລິດໃຫ້ຫລາຍທັງປຸກ ລະດົມສ້າງວຽກເຮັດງານທໍາໃຫ້ແກ່ພໍ່ແມ່ປະຊາຊົນທີ່ຢູ່ໃກ້ຄຽງໃຫ້ມີລາຍຮັບ ເຂົ້າຄອບຄົວໃນການປູກຝັງ ເປັນອາ ຊີບຕົ້ນຕໍ ເພື່ອເປັນການຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງສັງ ຄົມກໍ່ຄືຕະຫລາດພາຍໃນເມືອງ ແລະ ຕ່າງແຂວງ ເພາະປະຈຸບັນຜົນຜະລິດ ຍັງບໍ່ທັນຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງຕະຫລາດ.

ໂດຍ:  ມາລີດາ

KPL

ຂ່າວອື່ນໆ

ads
ads

Top