ອີຣານ ເລັ່ງຄົ້ນຫາ ເຮລິກົບແຕ້ ປະທານາທິບໍດີ ອີຣານ ປະສົບອຸບັດເຫດ

20/05/2024 17:06
Email Print 317
ຂປລ ເຈົ້າໜ້າທີ່ ອີຣານ ພວມເລັ່ງ ຄົ້ນຫາ ເຮລີກົບແຕ້ ທີ່ ປະທານາທິບໍດີ ອີບຣາຮີມ ໄຣຊີ ພ້ອມດ້ວຍ ທ່ານ ຮອສເຊນ ອາມີຣ ອັບດໍລເລາະ ຮຽນ ລັດຖະມົນຕີ ຕ່າງປະເທດ ຂອງ ອີຣານ ທີ່ ເກີດອຸບັດເຫດຕົກ ໃນບໍລິເວນພູ ທາງພາກເໜືອ ທ່າມກາງ ໝອກ ປົກຄຸມຢ່າງໜາ

ຂປລ. ສຳນັກຂ່າວ ອີຣານ, ວັນທີ 20 ພຶດສະພາ, ເຈົ້າໜ້າທີ່ ອີຣານ ພວມເລັ່ງ ຄົ້ນຫາ ເຮລີກົບແຕ້ ທີ່ ປະທານາທິບໍດີ ອີບຣາຮີມ ໄຣຊີ ພ້ອມດ້ວຍ ທ່ານ ຮອສເຊນ ອາມີຣ ອັບດໍລເລາະ ຮຽນ ລັດຖະມົນຕີ ຕ່າງປະເທດ ຂອງ ອີຣານ ທີ່ ເກີດອຸບັດເຫດຕົກ ໃນບໍລິເວນພູ ທາງພາກເໜືອ ທ່າມກາງ ໝອກ ປົກຄຸມຢ່າງໜາ ໃນຂະນະທີ່ ບິນກັບ ຈາກ ພາລະກິດ ເດີນທາງ ໄປຢ້ຽມຢາມ ພື້ນທີ່ ຊາຍແດນ ອີຣານ ທີ່ ຕິດກັບ ອາແຊກໄບຊານ ແລະ ເຂົ້າຮ່ວມພິທີ ເປີດເຂື່ອນ ໃນພື້ນທີ່ ພ້ອມດ້ວຍ ປະທານາທິບໍດີ ອີລຮັມ ອາລິເຢ  ຂອງ ອາແຊກໄບຊານ. ເຮລີກົບແຕ້ ປະສົບ ອຸບັດເຫດ ຢູ່ຫ່າງຈາກ ເມືອງທາບຣີດ ທາງພາກເໜືອ ປະມານ 50 ກິໂລແມັດ. ປັດຈຸບັນ, ເຈົ້າໜ້າທີ່ ກູ້ໄພ ພວມເລັ່ງ ເດີນທາງ ໄປຍັງ ຈຸດເກີດເຫດ ເພື່ອຊ່ວຍເຫລືອ ຜູ້ປະສົບໄພ ໃນຄັ້ງນີ້./.

 

KPL

ຂ່າວອື່ນໆ

ads
ads

Top