ຄະນະພົວພັນຕ່າງປະເທດສູນກາງພັກ ຫວນຄືນ ວັນສໍາຄັນຂອງພັກ-ຂອງຊາດ

20/05/2024 14:05
Email Print 348
ຂປລ ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ ຈັດປາຖະກະຖາ ເຜີຍແຜ່ເອກະສານ ວັນກຳມະ ກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024); ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024); ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາການນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ໃນວັນທີ 20 ພຶດສະພາ 2024.




ຂປລ. ຄະນະພົວພັນຕ່າງປະເທດສູນກາງພັກ ຈັດປາຖະກະຖາ ເຜີຍແຜ່ເອກະສານ ວັນກຳມະ ກອນສາກົນ ຄົບຮອບ 138 ປີ (1/5/1886-1/5/2024); ວັນໄຊຊະນະບັ້ນຮົບດຽນບຽນຟູ ຄົບຮອບ 70 ປີ (7/5/1954-7/5/2024); ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/2024) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາການນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 64 ປີ (24/5/1960-24/5/2024) ໃນວັນທີ 20 ພຶດສະພາ 2024.

ໂອກາດນີ້, ສະຫາຍ ເກີລໍ່ ຢ່າງກໍ່ ກຳມະການຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ຂອງວັນກໍາມະກອນສາກົນ, ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫລງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບກໍາມະກອນ ແລະ ຊາວຜູ້ອອກແຮງງານໃນພາກພື້ນ, ສາກົນ ພ້ອມທັງຂະບວນການຕໍ່ສູ້, ຄວາມຮຽກຮ້ອງຕ້ອງການ ຂອງກຳມະກອນສາກົນ ລວມທັງກຳມະກອນລາວ ໃນຍຸກປັດຈຸບັນ(4.0),ການປະກອບສ່ວນ ໃນພາລະກິດປະຕິວັດ ຂອງກຳ ມະກອນລາວ  ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກຳມະກອນສາກົນ ໃນໄລຍະຜ່ານມາ. ພ້ອມທັງ ໄດ້ຍົກໃຫ້ເຫັນເຖິງ ໄຊຊະນະອັນຍິ່ງໃຫຍ່ ຂອງບັ້ນຮົບດຽນບຽນຟູ ທີ່ພິລະອາດຫານຂອງ ປະຊາຊົນຫວຽດນາມ ຕໍ່ສູ້ຕ້ານກັບພວກລ່າ ເມືອງຂຶ້ນແບບເກົ່າ, ແມ່ນໄຊຊະນະທີ່ສະຫວ່າງສະໄຫວ ທີ່ສຸດໃນປະຫວັດສາດ ການຕໍ່ສູ້ຂອງປະຊາຊົນ ຫວຽດນາມ ຕ້ານການຮຸກຮານຂອງຈັກກະພັດ ແລະ ໄດ້ຖືກບັນທຶກເຂົ້າໃນ ປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນ ສະຕະວັດທີ XX. ໄຊຊະນະດຽນບຽນຟູ ແມ່ນໜຶ່ງໃນບັນດາປັດໄຈ ແລະ ໝາກຜົນຂອງ ຄວາມສາມັກຄີພິເສດ ແລະ ການຮ່ວມສຳພັນສູ້ຮົບ ລະຫວ່າງ ລາວ-ຫວຽດນາມ ໃນການຕ້ານສັດຕູຕົວດຽວກັນ, ການປະສານສົມທົບ ແລະ ຊ່ວຍໜູນເຊິ່ງກັນ ແລະ ກັນ, ມັນໄດ້ເຮັດໃຫ້ສັດຈະທຳ ມີຄວາມສະຫວ່າງສະໄຫວຂຶ້ນຢູ່ໃນຊາດ ເຄິ່ງສັກດີນາ ທີ່ເຄີຍເປັນຫົວເມືອງຂຶ້ນປະຊາກອນບໍ່ຫລາຍ, ເສດຖະກິດຫລ້າຫລັງ, ກໍາລັງທະຫານ ແລະ ພາຫະນະ-ອາວຸດຍຸດໂທປະກອນມີໜ້ອຍ ແຕ່ດ້ວຍຄວາມສາມັກຄີ ຢ່າງແໜ້ນແຟ້ນພາຍໃນຊາດ, ການຊີ້ນຳ-ນຳພາຂອງພັກ ແລະ ປະທານໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່, ປຸກລະດົມ ແລະ ໝູນໃຊ້ກຳລັງປະກອບອາວຸດປະຕິບັດໜ້າທີ່ ປ້ອງກັນປະເທດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ຕີເອົາໄຊຊະນະກັບສັດຕູຜູ້ຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າຫລາຍເທົ່າຈົນໄດ້ຮັບໄຊຊະ ນະ.




ພ້ອມນີ້, ສະຫາຍ ເກີລໍ່ ຢ່າງກໍ່ ຍັງໄດ້ຍົກໃຫ້ເຫັນ ປະຫວັດສາດ ແລະ ມູນເຊື້ອການຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນ ແລະ ການໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳ ກໍ່ຍ້ອນມີພັກ ແລະ ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກໂດຍມີ ປະທານ ໄກ ສອນ ພົມວິຫານ ເປັນເລຂາທິການໃຫຍ່, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນລາວບັນດາເຜົ່າ, ມີນໍ້າໃຈຮັກຊາດ ອັນແຮງກ້າຂອງບັນດາຜູ້ນໍາ, ມີຄວາມຕັດສິນໃຈ ຕໍ່ສູ້ຍອມເສຍສະຫລະເພື່ອຊາດ, ມີຄວາມປີຊາສາມາດຂົນຂວາຍ ກໍ່ສ້າງ ຮາກຖານການເມືອງ, ມີການຈັດຕັ້ງນຳພາ ບັນຊາທີ່ໜັກແໜ້ນ, ເດັດດຽວ, ເສີມຂະຫຍາຍຫົວຄິດ ປະດິດສ້າງຂອງໝົດທຸກຄົນ, ກຳແໜ້ນກາລະໂອກາດອັນ ເໝາະສົມ, ຈຶ່ງເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ແລະ ບັນດາທ່ານຜູ້ນໍາສາມາດໂຕນອອກ ຈາກຄຸກໄປສູ່ເຂດປະຕິວັດໄດ້ຢ່າງປອດໄພ.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງການເມືອງ

      ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

      7/26/2024 6:33:55 PM

      ຂປລ. ໃນວັນທີ 26 ກໍລະກົດ 2024, ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະ ຄອນຫລວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

    • ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:21:46 PM

      ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

    • ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:15:15 PM

      ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      7/26/2024 6:04:01 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.

    • ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດການເມືອງ

      ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

      7/26/2024 6:02:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024

ads
ads

Top