ລັດຖະບານລາວ ປະດັບຫລຽນໄຊມິດຕະພາບ ໃຫ້ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ

16/05/2024 16:47
Email Print 1107
ຂປລ ຂປລ. ວັນທີ 16 ພຶດສະພາ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ແລະ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ



ຂປລ. ວັນທີ 16 ພຶດສະພາ 2024 ນີ້
,  ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ແລະ ປະດັບຫລຽນໄຊມິດຕະພາບ ໃຫ້ແກ່ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫລອດໄລຍະເວລາ 2 ປີ 5 ເດືອນ ຜ່ານມາ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ທ່ານເອກອັກຄະຣາຊະທູດ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ນັບຕັ້ງແຕ່ເດືອນທັນວາ 2021 ເປັນຕົ້ນມາ ໄດ້ມີການປະກອບສ່ວນ ອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ສະແດງອອກຄື: ສອງປະເທດໄດ້ມີການ ພົບປະແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງເປັນປົກກະຕິ ລວມທັງໃນສາຍພັກ ແລະ ລັດຖະສະພາ, ສອງຝ່າຍໄດ້ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ພ້ອມນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານເອກອັກຄະຣາຊະທູດ ກໍຄືລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອຢ່າງຕໍ່ເນື່ອງ ແກ່ ສປປ ລາວ ຕະຫລອດໄລຍະຜ່ານມາ ໂດຍຜ່ານການຊ່ວຍເຫລືອ ທາງການເພື່ອການພັດທະນາ (ODA) ແລະ ທຶນກູ້ຢຶມ ໃນຫລາຍຂົງເຂດວຽກງນ ເປັນຕົ້ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ່າງ, ກະສິກໍາ ແລະ ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO), ລວມເຖິງການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ແລະ ອື່ນໆ ອັນໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງ ສປປ ລາວ.

ໃນຂະນະດຽວກັນ, ທ່ານເອກອັກຄະຣາຊະທູດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫລືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ເຫັນໄດ້ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານ, ຈຶ່ງປະດັບຫລຽນໄຊ ມິດຕະພາບ ອັນມີຄວາມໝາຍສໍາຄັນນີ້ ໃຫ້ແກ່ຕົນ ເຊິ່ງຈະເປັນສັນຍາລັກອັນມີຄວາມໝາຍຄວາມສໍາຄັນ ໃນການຊຸກຍູ້ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ.

KPL

ຂ່າວອື່ນໆ

    • ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງການເມືອງ

      ພາກສ່ວນຕ່າງໆສືບຕໍ່ເຂົ້າວາງພວງມາລາ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ

      7/26/2024 6:33:55 PM

      ຂປລ. ໃນວັນທີ 26 ກໍລະກົດ 2024, ຢູ່ສະຖານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ທີ່ນະ ຄອນຫລວງວຽງຈັນ ພາກສ່ວນຕ່າງໆ ເປັນຕົ້ນ ບັນດາກະຊວງ, ທູຕານຸທູດ, ອົງການກວດສອບແຫ່ງລັດ, ສູນກາງສະຫະພັນແມ່ຍິງ, ສູນກາງສະຫະພັນກຳມະບານ, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ອະດີດນັກຮຽນທີ່ເຄີຍສຶກສາຢູ່ ສສ ຫວຽດນາມ, ບັນດານັກທຸລະກິດຫວຽດນາມ ແລະ ພາກສ່ວນອື່ນໆ ຍັງສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ຫງວຽນ ຝູ໋ ຈ້ອງ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ.

    • ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ນິວຊີແລນ ຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:21:46 PM

      ຂປລ. ໃນວັນທີ 26 ກໍລະກົດ 2024 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ວິນສະເຕີນ ພີເຕີ (Rt Hon Winston PETERS) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ນິວຊີແລນ ໃນໂອກາດເດີນທາງມາເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 24-28 ກໍລະກົດ 2024.

    • ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍການເມືອງ

      ລາວ-ຍີ່ປຸ່ນ ເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ

      7/26/2024 6:15:15 PM

      ຂປລ. ໂດຍຕອບຮັບຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານນາງ ຄາມິກາວະ ໂຢໂກະ (KAMIKAWA Yoko) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນໂອກາດເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນລະຫວ່າງວັນທີ 25-27 ກໍລະກົດ 2024 ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມ ພາຍໃຕ້ການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.

    • ແຈ້ງການຂອງກະຊວງການຕ່າງປະເທດການເມືອງ

      ແຈ້ງການຂອງກະຊວງການຕ່າງປະເທດ

      7/26/2024 6:04:01 PM

      ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຈອນ ລີ ຫົວໜ້າຄະນະບໍລິຫານເຂດປົກຄອງພິເສດຮົງກົງ ສປ ຈີນ ຈະເດີນທາງຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ລະຫວ່າງ ວັນທີ 28-30 ກໍລະກົດ 2024 ເພື່ອຊຸກຍູ້ເສີມຂະຫຍາຍ ການພົວພັນຮ່ວມມື ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຮົງກົງ.

    • ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດການເມືອງ

      ກຊສ ປາຖະກະຖາສາມວັນສໍາຄັນຂອງພັກ-ຂອຊາດ

      7/26/2024 6:02:27 PM

      ຂປລ. ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາ ວັນເກີດປະ ທານ ສຸພານຸວົງ ຄົບຮອບ 115 ປີ (13 ກໍລະກົດ 1909-13 ກໍລະກົດ 2024), ວັນເຊັນສົນທິສັນຍາ ມິດຕະພາບ-ການຮ່ວມມື ຄົບຮອບ 47 ປີ (18 ກໍລະກົດ 1977-18 ກໍລະກົດ 2024), ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5 ກັນຍາ 1962-5 ກັນຍາ2024) ໃນວັນທີ 25 ກໍລະກົດ 2024

ads
ads

Top