ອົງການອຸຍນີເຊບ ຖືສຳຄັນວຽກ ສົ່ງເສີມສິດທິເດັກ ໃນ ສປປ ລາວ

20/05/2024 14:16
Email Print 691
ຂປລ ຂປລ. ການອຸຍນີເຊບ ປະຈຳ ລາວ ພ້ອມທີ່ຈະຢູ່ຄຽງຄູ່ກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນລັດຖະບານ ໃນການຊ່ວຍເຫລືອເດັກນ້ອຍລາວ ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍ ການພັດທະນາ ຂອງເດັກ ໃນອະນາຄົດ ເຊິ່ງອົງການອຸຍນີເຊບ ຖືສຳຄັນວຽກງານ ສົ່ງເສີມສິດທິເດັກ ໃນ ສປປ ລາວ.



ຂປລ. ການອຸຍນີເຊບ ປະຈຳ ລາວ ພ້ອມທີ່ຈະຢູ່ຄຽງຄູ່ກັບ ລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນລັດຖະບານ ໃນການຊ່ວຍເຫລືອເດັກນ້ອຍລາວ
ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍ ການພັດທະນາ ຂອງເດັກ ໃນອະນາຄົດ ເຊິ່ງອົງການອຸຍນີເຊບ ຖືສຳຄັນວຽກງານ ສົ່ງເສີມສິດທິເດັກ ໃນ ສປປ ລາວ.

ທ່ານ ນາງ ເພຍ ເຣເບລໂລບຣິໂຕ ຜູ້ຕາງໜ້າອົງການອຸຍນິເຊບ ປະຈຳ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເປີດຂະບວນການ ສັກວັກຊິນໝາກແດງນ້ອຍ ແລະ ໝາກແດງໃຫຍ່ ແຫ່ງຊາດ ທີ່ນະຄອນ ຫລວງວຽງຈັນ ເມື່ອບໍ່ດົນນີ້ວ່າ: ອົງການອຸຍນີເຊບ ໄດ້ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໄດ້ 50 ປີແລ້ວ ໂດຍເຮັດວຽກເພື່ອການສົ່ງເສີມວຽກງານສິດທິເດັກ, ເພື່ອສົ່ງເສີມການສຶກສາຂອງເດັກ ນ້ອຍ ແລະ ສຸຂະພາບການເປັນຢູ່ທີ່ດີຂອງແມ່ ແລະ ເດັກ ໂດຍອົງການອຸຍນີເຊບ ພ້ອມຈະສືບຕໍ່ວຽກງານດັ່ງກ່າວ ໃຫ້ປະສົບຄວາມເປັນຈິງ ແລະ ຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃຫ້ບັນລຸເປົ້າໝາຍ ພັດທະນາຂອງເດັກ ໃນອະນາຄົດ. ອົງການອຸຍນີເຊບ ພ້ອມທີ່ຈະຢູ່ຄຽງຄູ່ກັບລັດຖະບານ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນ ລັດຖະບານລາວ, ຊ່ວຍເຫລືອເດັກນ້ອຍລາວ, ໃຫ້ມີປະສິດທິພາບ ແລະ ໃຫ້ບັນລຸເປົ້າໝາຍ ການພັດທະນາຂອງເດັກ ໃນອະນາຄົດ. ພ້ອມນັ້ນ, ເວົ້າເຖິງວຽກງານການປ່ຽນແປງ ດິນຟ້າອາກາດ ຕໍ່ການສຶກສາ ໂດຍກ່ຽວຂ້ອງກັບການພັດທະນາ ຈະເຮັດແນວໃດເຮັດໃຫ້ທຸກຄົນ ໄດ້ເຂົ້າເຖິງການຮຽນຮູ້, ເຂົ້າໃຈ ແລະ ແກ້ໄຂບັນຫາພ້ອມໆກັນ. ໃນນັ້ນ, ບັນຫາເລື່ອງຄວາມສະເໝີພາບຍິງ-ຊາຍ ໂດຍສະເພາະ ແມ່ນສິດທິເດັກຍິງ ແມ່ນສຳຄັນຫຼາຍທີ່ຕ້ອງໃຫ້ໂອກາດຢູ່ໃນປັດຈຸບັນ ກໍຄື ໃນອະນາຄົດ ແລະ ສິ່ງສໍາຄັນທີ່ ເປັນອັນຕະລາຍທີ່ສຸດ ໃນປັດຈຸບັນ ແມ່ນບັນຫາໄພດີຈິຕອນ, ເຕັກໂນໂລຊີ, ສື່ອອນລາຍທີ່ເດັກນ້ອຍ ແລະ ຜູ້ປົກຄອງຈະຕ້ອງໄດ້ຮຽນຮູ້ ແລະ ນໍາໃຊ້ມັນໃຫ້ຖືກຕ້ອງ. ພ້ອມນັ້ນ, ບັນຫາ ນໍ້າສະອາດ ອົງການອຸຍນີເຊບ ກໍຢາກໃຫ້ທຸກຄົນໄດ້ເຂົ້າເຖິງນໍ້າສະອາດ ແລະ ສຸຂະພິບານ, ພ້ອມທັງບັນຫາການລ້ຽງດູຂອງພໍ່ແມ່ ກໍແມ່ນສຳຄັນທີ່ຕ້ອງ ໄດ້ເຂົ້າເຖິງຂໍ້ມູນຂ່າວສານ.

ໃນໂອາກດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2024 ທີ່ມາເຖິງນີ້, ທ່ານ ນາງ ເພຍ ເຣເບລໂລບຣິໂຕ ຍັງໄດ້ກ່າວເຖິງເດັກນ້ອຍວ່າ: ເດັກນ້ອຍ ຄືອະນາຄົດ ຄືຄວາມຫວັງຂອງທົ່ວໂລກບໍ່ວ່າຈະເປັນເດັກນ້ອຍຢູ່ ສປປ ລາວ ຫລື ຢູ່ໃນໂລກນີ້ ຢາກໃຫ້ເດັກນ້ອຍທຸກຄົນມີສະຕິ ບໍວ່າຈະເກີດຫຍັງຂຶ້ນ. ພ້ອມນັ້ນ, ຖ້າພວກເຮົາຕັ້ງໃຈເຮັດວຽກຮ່ວມກັນ ກໍສາມາດສ້າງເຮັດໃຫ້ ອະນາຄົດທີ່ດີຕໍ່ເດັກນ້ອຍໄດ້. ສະນັ້ນ, ພວກເຮົາຈະໄດ້ຮ່ວມມືຮ່ວມໃຈກັນ ເຮັດໃຫ້ເປົ້າໝາຍດັ່ງກ່າວ ບັນລຸຜົນເປັນຈິງ ໃນອະນາຄົດທີ່ວາງໄວ້, ຂໍໃຫ້ເດັກນ້ອຍທຸກຄົນມີສຸຂະພາບທີ່ດີ ແລະ ແຂງແຮງ ເດັກນ້ອຍໃນວັນນີ້ ຄືຜູ້ສືບທອດທີ່ດີໃນວັນໜ້າ.

ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top