ສາກົນ ຕີລາຄາສູງ ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູ

09/05/2024 21:21
Email Print 419
ຂປລ ກ່ອນໜ້ານີ້ 70 ປີ ຄື: ວັນທີ 07 ພຶດສະພາ 1954, ທຸງແດງ ດາວເຫຼືອງ ໄດ້ປິວສະບັດ ຢູ່ເທິງຂຸມ ບັນຊາ ຂອງສັດຕູ”. ນີ້ແມ່ນເນື້ອໃນຄຳຂຶ້ນຕົ້ນ ບົດຂຽນ ທີ່ ໄດ້ຕີພິມລົງ ໃນໜັງສືພິມ ເອເລັກໂຕນິກ ຂອງ ວິທະຍຸກະຈາຍສຽງ ແຫ່ງຊາດ ອາກຊັງຕິນ ເນື່ອງໃນໂອກາດ ສະເຫລີມສະຫລອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງຊາດ ຫວຽດນາມ.

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ,  ກ່ອນໜ້ານີ້ 70 ປີ ຄື: ວັນທີ 07 ພຶດສະພາ 1954, ທຸງແດງ ດາວເຫຼືອງ ໄດ້ປິວສະບັດ ຢູ່ເທິງຂຸມ ບັນຊາ ຂອງສັດຕູ”. ນີ້ແມ່ນເນື້ອໃນຄຳຂຶ້ນຕົ້ນ ບົດຂຽນ ທີ່ ໄດ້ຕີພິມລົງ ໃນໜັງສືພິມ ເອເລັກໂຕນິກ ຂອງ ວິທະຍຸກະຈາຍສຽງ ແຫ່ງຊາດ ອາກຊັງຕິນ ເນື່ອງໃນໂອກາດ ສະເຫລີມສະຫລອງ 70 ປີ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງຊາດ ຫວຽດນາມ.

ໂດຍບົດຂຽນ ເນັ້ນໜັກວ່າ, ໄຊຊະນະ ດ້ຽນບຽນຝູ ໄດ້ນຳສັນຕິພາບ ມາໃຫ້ແກ່ ອິນດູຈີນ ແລະ ແມ່ນປະຖົມປັດໄຈ  ທີ່ ນຳໄປຖິງ ການລົງນາມ ໃນສັນຍາ ເຊີແນວ ກ່ຽວກັບການ ຢຸດຕິສົງຄາມ, ສ້າງສັນຕິພາບ ຄືນໃໝ່.

ບົດຂຽນ ດ້ຽນບຽນຝູ: ໄດ້ເລົ່າຄືນບົດກອນລຳ ປະຫວັດສາດເຊິ່ງສຳນັກຂ່າວສານ Prensa Latina ຕີພິມ ໃນວັນທີ 07 ພຶດສະພາ, ນັກຂ່າວ ມົວເຊ ເປເຣ ໂມກ ຫົວໜ້າ ອົງການ ຜູ້ຕາງໜ້າ ຂອງ Prensa Latina ປະຈຳ ຮ່າໂນ້ຍ ໄດ້ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ແມ່ນໝາກຜົນ ຂອງການ ຊີ້ນຳຢ່າງສະຫລາດ ສ່ອງໃສຂອງພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິງ, ສົມທົບກັບ ກຳລັງແຮງ ຂອງ ກອງທັບ ແລະ ນ້ຳໃຈ ຮັກຊາດຂອງ ຊາວ ຫວຽດນາມ.

        ເມື່ອວັນທີ 07 ພຶດສະພາ, ໜັງສືພິມ Grupo R Multimedio ຂອງ ອູຣູກວາຍ ກໍ່ໄດ້ລົງພິມ 3 ບົດຂຽນເນື່ອງໃນໂອກາດ ສະເຫຼລີມສະຫລອງ 70 ປີ ແຫ່ງໄຊຊະນະ ດ້ຽນບຽນຝູ, ພ້ອມທັງ ຢືນຢັນວ່າ, ໄຊຊະນະ ດ້ຽນບຽນຝູ ໄດ້ສະແດງໃຫ້ເຫັນເຖິງ ກຳລັງແຮງ ມະຫາສາມັກຄີ ຂອງທົ່ວປວງຊົນ ທັງຊາດ ໂດຍຫວັງວ່າ ສັນຕິພາບ, ເອກະລາດ ຂອງ ຊາດ, ພ້ອມທັງ ເປັນການພິສູດ ໃຫ້ເຫັນເຖິງ ການຊີ້ນຳທີ່ດີເລີດ ຂອງ ພັກກອມມູນິດ ຫວຽດ ນາມ.  ວັນທີ 07 ພຶດສະພາ, ບັນດາຊ່ອງ ໂທລະພາບ ຂອງ ຝຣັ່ງ ຄື: TF1, France Info, Euronews, TV5 Monde, France 24 ອື່ນໆ ໄດ້ຕີພິມຂ່າວ ທີ່ກ່ຽວຂ້ອງເຖິງ ການສະເຫລີມສະຫລອງ 70 ປິ ແຫ່ງວັນໄຊຊະນະ ດ້ຽນບຽນຝູ ຂອງຫວຽດນາມ ຢູ່ນະຄອນ ດ້ຽນບຽນຝູ, ແຂວງ ດ້ຽນບຽນ. /

 

 

KPL

ຂ່າວອື່ນໆ

ads
ads

Top