ອາກຊັງຕິນ ເລີ່ມໃຊ້ພັນທະບັດໃໝ່ ມູນຄ່າສູງສຸດ 10.000 ເປໂຊ

09/05/2024 21:21
Email Print 367
ຂປລ ທະນາຄານກາງ ອາກຊັງຕິນ ເປີດເຜີຍວ່າ ພັນທະບັດໃໝ່ ມູນຄ່າ 10.000 ເປໂຊ ເປັນພັນທະບັດ ມູນຄ່າສູງສຸດ ເທົ່າທີ່ເຄີຍ ມີການພີມມາ ພາຍໃນ ປະເທດ. ພັນທະບັດໃໝ່ ດັ່ງກ່າວ ປະກອບດ້ວຍ ຮູບບຸກຄົນ ທີ່ມີ ສ່ວນຕໍ່ສູ້ ເພື່ອການ ປະກາດ ເອກະລາດ ຂອງປະເທດ

ຂປລ. ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ທະນາຄານກາງ ອາກຊັງຕິນ ເປີດເຜີຍວ່າ  ພັນທະບັດໃໝ່ ມູນຄ່າ 10.000 ເປໂຊ ເປັນພັນທະບັດ ມູນຄ່າສູງສຸດ ເທົ່າທີ່ເຄີຍ ມີການພີມມາ ພາຍໃນ ປະເທດ. ພັນທະບັດໃໝ່ ດັ່ງກ່າວ ປະກອບດ້ວຍ ຮູບບຸກຄົນ ທີ່ມີ ສ່ວນຕໍ່ສູ້ ເພື່ອການ ປະກາດ ເອກະລາດ ຂອງປະເທດ ໄດ້ແກ່:​ ນາຍພົນ ມານູເອລ ເບລ ກຣາໂນ ແລະ ມາເຣຍ ເຮເມດີອອດ ເດລ ບາເໝ . ໂດຍມີ ເປົ້າໝາຍ ເພື່ອໃຫ້ ຊາວອາກຊັງຕີນ ໄດ້ຊໍາລະ ຄ່າສິນຄ້າ ແລະ ບໍລິການ ໃຫ້ງ່າຍຂື້ນ ໂດຍ ບໍ່ຕ້ອງ ພົກພາເງິນສົດ ຈຳນວນ ຫລາຍ ທ່າມກາງ ສະຖາ ນະການ ອັດຕາເງິນເຟີ້ ຂອງປະເທດ ທີ່ເພີ່ມສູງຂື້ນ.

ພັນທະບັດ 10.000 ເປໂຊ ຈະອຳນວຍ ຄວາມສະດວກ ໃນການ ເຮັດທຸລະກຳ ລະຫວ່າງ ຜູ້ໃຊ້ ອຳນວຍໃຫ້ ໂລຈິສະຕິກ ຂອງ ລະບົບ ການເງິນ ໃຫ້ມີ ປະສິດທິພາບ ຫລາຍຂື້ນ ແລະ ຫລຸດຕົ້ນທືນ ຈາກ ພັນທະບັດ ສຳເລັດຮູບ. ນອກນັ້ນ  ທະນາຄານກາງ ຄາດວ່າ ຈະມີການ ໃຊ້ງານ ພັນທະບັດ ມູນຄ່າ 20.000 ເປໂຊ ໃນໄຕມາດ ສຸດທ້າຍ (ເດືອນຕຸລາ- ເດືອນທັນ ວາ) ຂອງປີນີ້./

KPL

ຂ່າວອື່ນໆ

ads
ads

Top