ສາຍການບິນ ອິນເດຍ ຍົກເລີກຖ້ຽວບິນ ພາຍໃນ-ຕ່າງປະເທດ ຈຳນວນ 70 ຖ້ຽວ

09/05/2024 21:17
Email Print 288
ຂປລ ເຈົ້າໜ້າທີ່ ອາວຸໂສ ຂອງ ແອຣອິນເດຍ ເອັກເພຣສ (Air India Express) ເປັນສາຍການບິນ ເອກະຊົນ ຂອງ ອິນເດຍ ໄດ້ຢືນຢັນ ເຖິງ ການຍົກເລີກ ຖ້ຽວບິນ ປະມານ 70 ຖ້ຽວ ທັງພາຍໃນ ແລະ ຕ່າງປະເທດ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ ວັນທີ 8 ພືດສະພາ, ເຈົ້າໜ້າທີ່ ອາວຸໂສ ຂອງ ແອຣອິນເດຍ ເອັກເພຣສ (Air India Express) ເປັນສາຍການບິນ ເອກະຊົນ ຂອງ ອິນເດຍ ໄດ້ຢືນຢັນ ເຖິງ ການຍົກເລີກ ຖ້ຽວບິນ ປະມານ 70 ຖ້ຽວ ທັງພາຍໃນ ແລະ ຕ່າງປະເທດ , ພາຍຫລັງ ໄດ້ຮັບການລາຍງານ ວ່າ: ກຸ່ມສະມາຊິກ ຈຸເຮືອບິນອາວຸໂສ ມີອາການເຈັບ(ສຸຂະພາບ ບໍ່ແຂງແຮງ)ໃນນາທີສຸດທ້າຍ.

ສາຍການບິນ ແອຣອິນເດຍ ເອັກເພຣສ ເປັນສາຍການບິນ ໃນເຄືອຂອງ ແອຣອິນເດຍ (Air India) ແລະ ເປັນສ່ວນໜຶ່ງ ຂອງ ບໍລິສັດ ທາທາ ກຣຸບ(Tata group) ໃຫ້ບໍລິການຖ້ຽວບິນ ຫລາຍກວ່າ 2.500 ຖ້ຽວຕໍ່ອາທິດ ໃນສະໜາມບິນ ພາຍໃນ ປະເທດ 31 ແຫ່ງ ແລະ ສະໜາມບິນ ນານາຊາດ 14 ແຫ່ງ ພ້ອມດ້ວຍ ຝຸງບິນຫລາຍກວ່າ 70 ລຳ, ປະກອບດ້ວຍ ເຮືອບິນ ໂບອິງ 737(Boeing 737) ແລະ ແອຣບັສ ເອ320(Airbus A320)./

KPL

ຂ່າວອື່ນໆ

ads
ads

Top