ຫົວໜ້າ ອອປສ ຕ້ອນຮັບທູດຍີ່ປຸ່ນເຂົ້າຢ້ຽມອຳລາ

29/04/2024 14:35
Email Print 671
ຂປລ ຂປລ. ໃນວັນທີ 29 ເມສາ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເນື່ອງໃນໂອກາດໃກ້ຈະສຳເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.


ຂປລ. ໃນວັນທີ
29 ເມສາ 2024 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງ  ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເນື່ອງໃນໂອກາດໃກ້ຈະສຳເລັດ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. 

ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ  ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນ ການເສີມສ້າງຂະຫຍາຍ ສາຍພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ກໍຄື ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ, ພ້ອມ​ທັງໃຫ້ການຊ່ວຍເຫລືອລາຍ​ຂົງ​ເຂດ ​ເພື່ອປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ໃນການຊ່ວຍເຫລືອ ໃນຂະແໜງກົດໝາຍ ແລະ ຍຸຕິທໍາ ຂອງ ສປປ ລາວ ໃຫ້ນັບມື້ແຕກດອກ ອອກຜົນຍິ່ງໆຂຶ້ນ. ພ້ອມນັ້ນ, ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຮູ້ບຸນຄຸນຕະຫລອດ ໄລຍະໃນການປະຕິບັດໜ້າທີ່ການທູດ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ຍີ່ ປຸ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ອວຍພອນໄຊໃຫ້ທ່ານເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ເດີນທາງກັບປະເທດຢ່າງສະຫວັດດີພາບ ແລະ ໄດ້ຮັບໜ້າທີ່ໃໝ່ຢ່າງສົມກຽດ.

ໂອກາດດຽວກັນ, ທ່ານ ໂຄບະຢະຊິ ເຄນອິຈິ ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ​ທີ່​ໄດ້​ເອົາ​ໃຈ​ໃສ່ ແລະ ໃຫ້​ການ​ຮ່ວມ​ມື​ ຊ່ວຍ​ເຫລືອ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່ ​ການ​ທູດຂອງຕົນ ຕະຫລອດ​ໄລ​ຍະ​ຜ່ານມາ ແລະ ສະແດງຄວາມຢືນຢັນວ່າ ຈະສືບຕໍ່ປະກອບສ່ວນເສີມ ຂະຫຍາຍການພົວພັນຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຕໍ່ໄປ ເພື່ອ​ພ້ອມ​ກັນ​ສືບ​ຕໍ່​ພັດ​ທະ​ນາ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ອັນດີງາມລະ​ຫວ່າງ ສອງ​ປະ​ເທດ​ ໃຫ້​ສືບ​ຕໍ່​ຂະ​ຫ​ຍາຍ ​ຕົວ​ຍິ່ງໆ​ຂຶ້ນ.

ຂ່າວ: ກິດຕາ
KPL

ຂ່າວອື່ນໆ

ads
ads

Top