ອຸຍແນັສໂກ ຂຶ້ນທະບຽນ ບັນທຶກ-ແມ່ພິມ ຂອງ ສປຈີນ ເປັນມໍລະດົກ ຄວາມຊົງຈຳແຫ່ງໂລກ

10/05/2024 17:59
Email Print 1049
ຂປລ ສຳນັກບໍລິຫານ ຫ້ອງການຈົດໝາຍ ເຫດແຫ່ງຊາດ ຈີນ ລາຍງານ ການຂຶ້ນທະບຽນ ວັດຖຸ ຂອງ ຈີນ ເປັນມໍລະດົກ ທາງເອກະສານ ປະຈຳແຜນງານ ຄວາມຊົງຈໍາແຫ່ງໂລກ (MOW) ຂອງ ອຸຍແນັສໂກ, ສ່ວນພາກພື້ນ ອາຊີ ປາຊີຟິກ ຈຳນວນ 3 ລາຍການ.

ຂປລ. ສໍານັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 9 ພືດສະພາ, ສຳນັກບໍລິຫານ ຫ້ອງການຈົດໝາຍ ເຫດແຫ່ງຊາດ ຈີນ ລາຍງານ ການຂຶ້ນທະບຽນ ວັດຖຸ ຂອງ ຈີນ ເປັນມໍລະດົກ ທາງເອກະສານ ປະຈຳແຜນງານ ຄວາມຊົງຈໍາແຫ່ງໂລກ (MOW) ຂອງ ອຸຍແນັສໂກ, ສ່ວນພາກພື້ນ ອາຊີ ປາຊີຟິກ ຈຳນວນ 3 ລາຍການ.

ວັດຖຸ ທີ່ໄດ້ຂຶ້ນທະບຽນ ໃນຄັ້ງນີ້ ປະກອບດ້ວຍ ການບັນທຶກ ສຳຄັນ ກ່ຽວກັບ ໂຮງນໍ້າຊາ ບູຮານ ໃນນະຄອນເສິນຕູ ແຂວງເສສວນ ທາງພາກຕາເວັນຕົກ ສຽງໃຕ້, ການບັນທຶກ ລຳດັບ ວົງຕະກູນ ຂອງ ຊຸມຊົນ ໃນເມືອງ ຮຸຍໂຈວ ແຂວງກວາງຕຸ້ງ ທາງພາກໃຕ້ ແລະ ແມ່ພິມຂອງ ໂຮງພິມ ເຕີ໋ເກີ໋ ໃນຊື່ສວນ. ໃນຂະນະທີ່ ມະຕິ ການຂຶ້ນທະບຽນ ວັດຖຸ ຂອງຈີນ ທັງ 3 ລາຍການ ໄດ້ຮັບ ອະນຸມັດ ໃນກອງປະຊຸມ ສາມັນ ຄັ້ງທີ 10 ຂອງ ຄະນະ ກຳມະການ ຄວາມຊົງຈຳ ແຫ່ງໂລກ, ສ່ວນພາກພື້ນ ອາຊີ ປາຊີຟິຫກ ຊຶ່ງຈັດຂຶ້ນ ຢູ່ນະຄອນຫລວງ ອຸລານບາຕໍ ຂອງ ມົງໂກລີ ເມື່ອວັນທີ 7-8 ພືດສະພາ ຜ່ານມາ. ປັດຈຸບັນ ຈີນ ມີວັດຖຸທີ່ຂຶ້ນທະບຽນ ເປັນມໍລະດົກໂລກ ທາງເອກະສານ ປະຈຳແຜນງານ ຄວາມຊົງຈຳ ແຫ່ງໂລກ ຂອງອຸຍແນັສໂກ , ສ່ວນພາກພື້ນ ອາຊີປາຊີຟິກ ຈຳນວນ 17 ລາຍການ. /.

KPL

ຂ່າວອື່ນໆ

ads
ads

Top