ລັດຖະມົນຕີ ຖວທ ຕ້ອນຮັບທູດຍີ່ປຸ່ນ ປະຈຳລາວເຂົ້າຢ້ຽມອຳລາ

10/05/2024 15:32
Email Print 1130
ຂປລ ຂປລ. ໃນວັນທີ 9 ພຶດສະພາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ໂຄບະຍະຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອ ກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.





ຂປລ. ໃນວັນທີ 9 ພຶດສະພາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ໂຄບະຍະຊິ ເຄນອິຈິ (KOBAYASHI Kenichi) ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອ ກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມ ຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສາຍພົວ ພັນຄູ່ຮ່ວມມືຍຸດທະສາດ ລາວ-ຍີ່ປຸ່ນ ແລະ ສະແດງຄວາມຂອບໃຈ ທ່ານ ທູດ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊຸກຍູ້ປະກອບສ່ວນ ການຮ່ວມມືຂອງສອງປະເທດ ລາວ-ຍີ່ປຸ່ນ ໂດຍສະເພາະ ການຮ່ວມມືໃນຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນສໍາເລັດຫລາຍດ້ານ ເປັນຕົ້ນ ວຽກງານສົ່ງເສີມການອ່ານ, ສ້າງຫໍ ສະໝຸດຊຸມຊົນໃຫ້ແກ່ໂຮງຮຽນຕ່າງໆຂອງລາວ, ໄດ້ຊ່ວຍເຫລືອໃນການພັດທະນາ ບຸກຄະລາກອນທ່ອງທ່ຽວ ເພື່ອ ຍົກລະດັບດ້ານທັກສະພະນັກງານນຳທ່ຽວ. ນອກຈາກນີ້, ທຸກໆປີລັດຖະບານຍີ່ປຸ່ນ ຍັງໄດ້ສະໜັບສະໜູນຈັດການ ແຂ່ງຂັນສ້າງຮູບເງົາສັ້ນສຳລັບນັກຮຽນ, ນັກສຶກສາໄວໜຸ່ມລາວ ເພື່ອສົ່ງເສີມ ແລະ ເປີດໂອກາດໃຫ້ໄວໜຸ່ມລາວ ສະແດງຄວາມຮູ້ຄວາມສາມາດ ໃນການສ້າງຮູບເງົາສັ້ນ. ພ້ອມກັນນີ້, ກໍໄດ້ແລກປ່ຽນກ່ຽວກັບແຜນການຮ່ວມມື ໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການ ທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025.

          ພ້ອມນີ້, ທ່ານລັດຖະມົນຕີກະຊວງ ຖວທ ຍັງສະແດງຄວາມຫວັງວ່າ ສອງປະເທດຂອງພວກເຮົາ ຈະໄດ້ ສືບຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ ທີ່ສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມທັງອວຍພອນ ໃຫ້ທ່ານເອກອັກຄະຣາຊະທູດ ເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດສຳເລັດໜ້າທີ່ໃໝ່ ທີ່ຈະຮັບການມອບໝາຍ ໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດເປັນຢ່າງດີ.

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ads
ads

Top