ສສ ຫວຽດນາມ- ອີຣານ ຊຸກຍູ້ການຮ່ວມມືໃນຂົງເຂດປະຕິບັດກົດໝາຍ

15/05/2024 13:51
Email Print 528
ຂປລ ທ່ານ ພົນເອກ ໂຕເລີມ, ລັດຖະມົນຕີ ກະຊວ ງຕຳຫລວດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນ ຂັ້ນສູງ ກອງບັນຊາການ ປະຕິບັດ ກົດໝາຍຂອງ ອີຣານ ນຳໂດຍ ທ່ານ ວາທີພົນເຮືອ ອາເໝັດ ຣີຊາ ຣາດັນ(Ahmad Reza Radan), ຫົວໜ້າບັນຊາ ການປະຕິບັດກົດໝາຍ ອີຣານ ເປັນຫົວໜ້າຄະນະ ພວມຢ້ຽມຢາມ, ເຮັດວຽກຢູ່ ສສ ຫວຽດນາມ ແຕ່ວັນທີ 13 – 16 ພຶດສະພາ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ທ່ານ ພົນເອກ ໂຕເລີມ, ລັດຖະມົນຕີ ກະຊວ ງຕຳຫລວດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນ ຂັ້ນສູງ ກອງບັນຊາການ ປະຕິບັດ ກົດໝາຍຂອງ ອີຣານ ນຳໂດຍ ທ່ານ ວາທີພົນເຮືອ ອາເໝັດ ຣີຊາ ຣາດັນ(Ahmad Reza Radan), ຫົວໜ້າບັນຊາ ການປະຕິບັດກົດໝາຍ ອີຣານ ເປັນຫົວໜ້າຄະນະ ພວມຢ້ຽມຢາມ, ເຮັດວຽກຢູ່ ສສ ຫວຽດນາມ ແຕ່ວັນທີ 13 – 16 ພຶດສະພາ. ຈາກນັ້ນ ທັງສອງຝ່າຍ ໄດ້ເຫັນດີ ເປັນເອກະພາບ ເພີ່ມທະວີ ການເຄື່ອນໄຫວ ແລກປ່ຽນ ຄະນະຜູ້ແທນທຸກຂັ້ນ, ພິເສດ ແມ່ນການແລກປ່ຽນ ຄະນະ ຜູ້ແທນຂັ້ນສູງ ເພື່ອຊອກຮູ້ ຄວາມຄວາມຕ້ອງການ, ຄວາມສາມາດບົ່ມຊ້ອນ ການຮ່ວມມື ລະຫວ່າງ ສອງປະເທດ ໃນຂົງເຂດປ້ອງກັນ ຄວາມສະຫງົບ; ຊຸກຍູ້ການແລກປ່ຽນ ຂໍ້ມູນຂ່າວສານ ແລະ ສົມທົບ ວິຊາສະເພາະ, ພິເສດແມ່ນຂໍ້ມູນຂ່າວສານ ກ່ຽວກັບ ສະພາບການໂລກ ແລະ ພາກພື້ນ ທີ່ທັງສອງຝ່າຍ ມີຄວາມສົນໃຈ; ສົມທົບກັນ ແກ້ໄຂ ບັນດາປະເພດ ອາດຊະຍາກຳ ຂ້າມຊາດ, ອາດຊະຍາກຳກ່ຽວຂ້ອງເຖິງ ພົນລະເມືອງສອງ ປະເທດ.ພ້ອມທັງ ເຫັນດີ ເປັນເອກະພາບ ບໍ່ອະນຸຍາດ ໃຫ້ບໍ່ວ່າ ອົງການ ຫລື ບຸກຄົນໃດ ສວຍໃຊ້ບໍລິເວນ ຂອງປະເທດນີ້ ເພື່ອເຄື່ອນໄຫວ ຕ້ານຄືນ ປະເທດອື່ນ; ຍູ້ແຮງການຮ່ວມມື ໃນຂົງເຂດບຳລຸງສ້າງ ຍົກສູງກຳລັງ ຄວາມສາມາດ ດ້ານວິຊາຊີບ ແລະ ພາສາຕ່າງປະເທດ.ນອກນີ້ ທັງສອງຝ່າຍ ຍັງໄດ້ເຊັນ ບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກະຊວງ ຕຳຫລວດ ຫວຽດນາມ ແລະ ກອງບັນຊາການ ປະຕິບັດ ກົດໝາຍ ອີຣານ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top