ຂປລ
ຂປລ. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຮ່ວມກັບ ກອງສິລະປະແຫ່ງຊາດລາວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີຕ້ອນຮັບຂະບວນນັກທ່ອງທ່ຽວ ຈາກເມືອງກຸ້ຍຢາງ ແຂວງກຸ້ຍໂຈ່ວ ສປ ຈີນ ຈຳນວນ 240 ຄົນ ໃນວັນທີ 9 ພຶດສະພາ 2024 ໂດຍຈັດໃຫ້ມີຫລາຍກິດຈະກຳ ສະແດງສິລິປະດົນຕີພຶ້ນເມືອງລາວ, ຮ້ອງເພງລາວ, ຮ້ອງເພງຈີນ ແລະ ຟ້ອນ ຢູ່ເທິງລົດໄຟຂະບວນລ້ານຊ້າງ

ຂປລ. ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຮ່ວມກັບ ກອງສິລະປະແຫ່ງຊາດລາວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດພິທີຕ້ອນຮັບຂະບວນນັກທ່ອງທ່ຽວ ຈາກເມືອງກຸ້ຍຢາງ ແຂວງກຸ້ຍໂຈ່ວ ສປ ຈີນ ຈຳນວນ 240 ຄົນ ໃນວັນທີ 9 ພຶດສະພາ 2024 ໂດຍຈັດໃຫ້ມີຫລາຍກິດຈະກຳ ສະແດງສິລິປະດົນຕີພຶ້ນເມືອງລາວ, ຮ້ອງເພງລາວ, ຮ້ອງເພງຈີນ ແລະ ຟ້ອນ ຢູ່ເທິງລົດໄຟຂະບວນລ້ານຊ້າງ ເຊິ່ງໄດ້ສ້າງຄວາມຕື່ນຕາຕື່ນໃຈ ແລະ ສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວ.

ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການຈັດກິດຈະກຳຕ້ອນຮັບນັກທ່ອງທ່ຽວ ເມືອງກຸ້ຍຢາງ ທີ່ເດີນທາງມາຮອດ ນະຄອນຫລວງວຽງຈັນ ໃນຄັ້ງນີ້ ແມ່ນມີຄວາມ ສຳຄັນຫລາຍ ເນື່ອງຈາກວ່າຂະບວນດັ່ງກ່າວ, ມີຈຳນວນນັກທ່ອງທ່ຽວຫລາຍສົມຄວນ, ທັງເປັນໂຄສະນາເຜີຍແຜ່ ວັດທະນະທຳ, ຮີດຄອງປະເພນີລາວ ແລະ ສົ່ງເສີມການທ່ອງທ່ຽວ ແນ ໃສ່ເປີດໂອກາດໃຫ້ນັກທ່ອງທ່ຽວຈີນ ໄດ້ສຳຜັດກັບວັດທະນະທຳ, ສະຖານທີ່ທ່ອງທ່ຽວ ທາງປະຫວັດຊາດ, ທຳມະຊາດຂອງລາວ ແລະ ສຳພັດກັບບັນດາກິດຈຳກິດຕ່າງໆ ທີ່ກຽມຕ້ອນຮັບນັກທ່ອງ. ໃນປັດຈຸບັນ, ສປປ ລາວ ມີຫລາຍຊ່ອງທາງ ທີ່ນັກທ່ອງທ່ຽວຈີນ ຈະເດີນທາງມາທ່ອງທ່ຽວ ຢູ່ ສປປ ລາວ ແລະ ມີຫລາຍທາງເລືອກ ເຮັດໃຫ້ການເດີນທາງໄປມາ ສະດວກສະບາຍຫລາຍຂຶ້ນກວ່າເກົ່າ ໂດຍສະເພາະທາງລົດ, ທາງລົດໄຟ ແລະ ທາງອາກາດ, ທັງໄດ້ມີການເປີດບໍລິການຖ້ຽວບິນໂດຍກົງ ວຽງຈັນ-ຮົງກົງ ໃນຕົ້ນປີ 2024 ທີ່ຜ່ານມາ ແລະ ໃນຕໍ່ໜ້າອັນໃກ້ໆນີ້ ກໍາລັງກະກຽມເປີດໃຫ້ບໍລິການ ຖ້ຽວບິນ ປາກເຊ-ກວາງໂຈ-ປາກເຊ ແນໃສ່ໂຄສະນາດຶງດູດນັກທ່ອງທ່ຽວ ເດີນທາງໄປທ່ຽວບັນດາແຂວງພາກໃຕ້ຂອງລາວ.

ບໍລິສັດ ທາງລົດໄຟລາວ-ຈີນ ໃນຖານະເປັນໂຄງການສັນຍາລັກແຫ່ງ ສາຍພົວພັນມິດຕະພາບສອງຊາດລາວ-ຈີນ ແລະ ໄດ້ໃຫ້ການສະໜັບສະໜູນຢ່າງເຂັ້ມແຂງ ໃນການກໍ່ສ້າງຄູ່ຮ່ວມຊາຕາກຳລາວ-ຈີນ, ນັບແຕ່ທ້າຍປີ 2023 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໄດ້ຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດກອງປະຊຸມກ່ຽວກັບການຊຸກຍູ້ການພັດທະນາ ການທ່ອງທ່ຽວຂອງລາວ ຕິດພັນກັບທາງລົດໄຟລາວ-ຈີນ ໂດຍຜ່ານການນຳໃຊ້ມາດຕະການຕ່າງໆເຊັ່ນ: ເພີ່ມຖ້ຽວລົດໄຟ ແລະ ນຳໃຊ້ລົດໄຟສອງຂະບວນຕໍ່ໃສ່ກັນ, ອຳນວຍຄວາມສະດວກ ໃນການຈອງປີ້ໃຫ້ກຸ່ມນັກທ່ອງທ່ຽວ, ພັດທະນາ APP ຊື້ປີ້ອອນລາຍ ແລະ ເພີ່ມຊ່ອງທາງການຊຳລະທີ່ຫລາກຫລາຍ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວ, ເພີ່ມການບໍລິການສະໜອງອາຫານ ແລະ ເຄື່ອງດື່ມໃນລົດໄຟ ລວມເຖິງນຳໃຊ້ມາດຕະການ ຫລຸດເວລາຜ່ານດ່ານໃຫ້ຜູ້ໂດຍສານສາກົນ, ເພີ່ມຈຸດຈອດສະຖານີ ແລະ ມາດຕະການອື່ນໆ ເພື່ອພັດທະນາຄຸນນະພາບການບໍລິການ ຂອງລົດໄຟ. ປັດຈຸບັນ, ຈຳນວນນັກທ່ອງທ່ຽວ ທີ່ເຂົ້າມາລາວຜ່ານທາງລົດໄຟລາວ-ຈີນ ແມ່ນນັບມື້ນັບເພີ່ມຂຶ້ນ, ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາການ ທ່ອງທ່ຽວໃນປີທ່ອງທ່ຽວລາວ 2024.
ຂ່າວ: ກິດຕາ
KPL