ທຫລ ສ້າງຄວາມເຂັ້ມແຂງວຽກຄຸ້ມຄອງ ອິນເຕີເນັດແຫ່ງຊາດ ແລະ ວຽກງານຂ່າວສານ

15/05/2024 13:42
Email Print 349
ຂປລ ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດສໍາມະນາພາຍ​ໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ວຽກງານຂ່າວສານ ທຫລ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຂັນແກ້ວ ຫລ້າມະນີເງົາ ຮອງຜູ້ວ່າການ ທຫລ

        ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດສໍາມະນາພາຍ​ໃຕ້ຫົວຂໍ້: ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ວຽກງານຂ່າວສານ ທຫລ” ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຂັນແກ້ວ ຫລ້າມະນີເງົາ ຮອງຜູ້ວ່າການ ທຫລ, ຫົວໜ້າຄະນະຮັບຜິດຊອບວຽກຂ່າວ ສານ, ຕິດຕາມ, ຕອບໂຕ້ຂ່າວ ແລະ ທ່ານ ແກ້ວວີສຸກ ໂສລະພົນ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ໂດຍມີບັນດາຄະ ນະກົມ-ຄະນະສາຂາ ທຫລ ປະຈໍາພາກ ແລະ ຄະນະພະແນກກ່ຽວຂ້ອງ ເຂົ້າຮ່ວມ.    ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ໃຫ້ສໍາມະນາກອນ ໃນການຈັດຕັ້ງເຄື່ອນໄຫວ ວຽກງານຕິດຕາມ ແລະ ຕອບໂຕ້ຂ່າວ ໃຫ້ທັນສະພາບການ ເຊິ່ງສຳມະນາກອນ ໄດ້ຮຽນຮູ້ ວິທີການຕ່າງໆ ເປັນຕົ້ນ, ການປະຕິບັດວຽກງານການຄຸ້ມຄອງ ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ; ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີເນັດ; ການກະກຽມເນື້ອໃນຂ່າວ, ຂັ້ນຕອນໃນການຖະແຫລງຂ່າວ; ການໂຄສະນານໍາພາຫາງສຽງສັງຄົມ ຜ່ານສື່ມວນຊົນ; ການຄົ້ນຫາຂໍ້ມູນ, ແກ້ໄຂບັນຫາທາງສື່ສັງຄົມອອນລາຍ ແລະ ອາດຊະຍາກຳທາງລະບົບໂທລະຄົມ (Cyber crime).    ໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ​ໄດ້ເນັ້ນໃຫ້ສຳມະນາກອນ ທີ່ເຂົ້າຮ່ວມສຸມທຸກຄວາມພະຍາຍາມ, ຕັ້ງໃຈສຶກສາ, ຮ່ຳຮຽນ ຍາດເອົາຄວາມຮູ້ດ້ານຕ່າງໆ ຈາກວິທະຍາກອນ ເພື່ອນຳໄປໝູນໃຊ້ ເຂົ້າໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບ ກໍຄື ໜ້າທີ່, ວິຊາສະເພາະ ຂອງຕົນ ໃຫ້ເກີດດອກອອກຜົນ, ປະສົບຜົນສຳເລັດ ຕາມລະດັບຄາດໝາຍ ທີ່ວາງໄວ້  ກໍຄື ເຮັດໃຫ້ວຽກງານ ພາຍໃນ ທຫລ ດຳເນີນໄປຢ່າງໂລ່ງລ່ຽນ, ວ່ອງໄວ, ຖືກຕ້ອງຕາມ ແນວທາງນະໂຍບາຍ ຂອງພັກ, ລັດ ວາງອອກ.

ຂໍ້ມູນ-ພາບ: ທຫລ

KPL

ຂ່າວອື່ນໆ

ads
ads

Top