ປະຊາຊົນຊູດັງໃຕ້ ພວມຜະເຊີນກັບຄວາມສ່ຽງຂາດສະບຽງອາຫານຫລາຍກວ່າ 7 ລ້ານຄົນ

15/05/2024 21:20
Email Print 513
ຂປລ ຫ້ອງການ ປະສານງານ ບັນດາບັນຫາ ມະນຸດ ສະທຳ ຂອງ ສປຊ (OCHA) ໄດ້ກ່າວເຕືອນວ່າ: ມີປະຊາຊົນ ຫລາຍກວ່າ 7 ລ້ານຄົນ ຢູ່ ຊູດັງໃຕ້ ມີຄວາມສ່ຽງ ຕົກເຂົ້າສູ່ ສະພາບ ຂາດຄວາມໝັ້ນຄົງ ດ້ານສະບຽງ ອາຫານ ຢ່າງຮ້າຍແຮງ ໃນເດືອນ ກໍລະກົດ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 14 ພຶດສະພາ, ຫ້ອງການ ປະສານງານ ບັນດາບັນຫາ ມະນຸດ ສະທຳ ຂອງ ສປຊ (OCHA) ໄດ້ກ່າວເຕືອນວ່າ: ມີປະຊາຊົນ ຫລາຍກວ່າ 7 ລ້ານຄົນ ຢູ່ ຊູດັງໃຕ້ ມີຄວາມສ່ຽງ ຕົກເຂົ້າສູ່ ສະພາບ ຂາດຄວາມໝັ້ນຄົງ ດ້ານສະບຽງ ອາຫານ ຢ່າງຮ້າຍແຮງ ໃນເດືອນ ກໍລະກົດ. ໃນນັ້ນ ມີ 79.000 ຄົນ ຢູ່ໃນລະດັບ ຮ້າຍແຮງທີ່ສຸດ, ໝາຍຄວາມວ່າ ຕົກເຂົ້າສູ່ສະພາບ ໄພອຶດຫີວ.ຕາມ OCHA ແລ້ວ, ນັບແຕ່ເມື່ອການປະທະກັນ ລະຫວ່າງ ພັກຝ່າຍຕ່າງໆ ເກີດຂຶ້ນ ຢູ່ປະເທດ ບ້ານໃກ້ ເຮືອນຄຽງ ຊູດັງ ເລີ່ມແຕ່ເດືອນ ເມສາ 2023 ນັ້ນ, ຢ່າງໜ້ອຍສຸດມີ 670.000 ຄົນ ໄດ້ລົບໜີ ອອກຈາກ ຊູດັງ ເພື່ອເດີນທາງໄປ ຊູດັງໃຕ້. 80% ໃນຈຳນວນນັ້ນ ແມ່ນຊາວຊູດັງໃຕ້ ເຊິ່ງເມື່ອກ່ອນນີ້ ເຂົາເຈົ້າໄດ້ຍ້າຍໄປຍັງ ຊູດັງ ເພື່ອລີ້ໄພ. ສະພາບການດັ່ງກ່າວ ໄດ້ເຮັດໃຫ້ວິກິດການ ດ້ານມະນຸດສະທຳ ສຳລັບ ຊູດັງ ນັບມື້ນັບຮ້າຍແຮງ ຂຶ້ນຕື່ມ. ຕາມການຄາດ ຄະເນຂອງ ສປຊ ແລ້ວ, ບັນດາອົງກອນມະນຸດສະທຳ ຂອງອົງການນີ້ ຕ້ອງການແຫລ່ງ ງົບປະມານ ຢ່າງໜ້ອຍສຸດ 1,8 ຕື້ ໂດລາສະຫະລັດ ໃນປີນີ້ ເພື່ອຮັບມືກັບ ວິກິດການມະນຸດສະທຳຢູ່ ຊູດັງໃຕ້, ແຕ່ວ່າ ປັດຈຸບັນນີ້, ບັນດາບ້ວງເງິນ ໜູນຊ່ວຍ ຂອງປະຊາຄົມ ສາກົນ ພຽງສາມາດ ຕອບສະ  ໜອງໄດ້ 11% ຄວາມຕ້ອງການ ເທົ່ານັ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top