ເປັນເຈົ້າການຈັດຕັ້ງມະຕິວ່າດ້ວຍ ການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່

15/05/2024 09:26
Email Print 1417
ຂປລ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແມ່ນແນວທາງປ່ຽນແປງຂອງພັກເຮົາ ທັງແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກໃນໄລຍະຜ່ານມາ.

    *ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແມ່ນແນວທາງປ່ຽນແປງຂອງພັກເຮົາ ທັງແມ່ນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ບັນດາມະຕິຂອງຄະນະບໍລິຫານງານສູນກາງພັກໃນໄລຍະຜ່ານມາ. ດັ່ງນັ້ນ, ພວກເຮົາຕ້ອງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດທາງ ແລະ ສືບຕ່ໍສ້າງເສດຖະກິດຕະຫລາດຕາມທິດສັງຄົມນິຍົມ, ພັດທະນາເສດຖະກິດເປັນເຈົ້າຕົນເອງ, ເພ່ິງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມທີ່ໄດ້ກຳນົດອອກໃນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລົງ ວັນທີ 5 ກັນຍາ 2023 ຢ່າງຕັ້ງໜ້າ.  ພັກປະຊາຊົນປະຕິວັດລາວ ຢືນຢັນມາແຕ່ຕົ້ນແລ້ວວ່າດໍາເນີນການປະຕິວັດຊາດ-ປະຊາທິປະໄຕ ເພື່ອຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫລະພາບ, ສິດປະຊາທິປະໄຕ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກຳມືຂອງປະຊາຊົນລາວບັນດາເຜົ່າ ທັງຢຶດໝັ້ນການເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພ່ິງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີຄວາມໜັກແໜ້ນເປັນແນວທາງພັດທະນາອັນເປັນພ້ືນຖານຂອງພັກເຮົາ (ນັບທັງການພັດທະນາເສດຖະກິດ). ໃນໄລຍະສິບກວ່າປີຜ່ານມາ, ພັກເຮົາໄດ້ວາງແນວທາງການພັດທະນາທີ່ຢືນຢູ່ບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງແຮງສັງລວມເພື່ອສ້າງບາດກ້າວບຸກທະລຸໃນການພັດທະນາ, ຮັບປະກັນໃຫ້ການເຕີບໂຕຂອງເສດຖະກິດດ້ວຍຈັງຫວະທ່ີໝັ້ນທ່ຽງ ແລະ ຕໍ່ເນ່ືອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນ ການພັດທະນາແບບຍືນຍົງ ແລະ ເປັນເຈົ້າຕົນເອງ. 

    ຜ່ານພຶດຕິກຳຕົວຈິງໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານເສດຖະກິດແຫ່ງຊາດ ໄປຕາມທິດດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າຕົນເອງດ້ານເສດຖະກິດ ເມື່ອທຽບກັບເງື່ອນໄຂ, ຈຸດພິເສດ, ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ຂອງປະເທດເຮົາ ແມ່ນບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນເທື່ອ, ຍັງເພິ່ງພາ, ເອື້ອຍອີງໃສ່ການກູ້ຢືມ, ການຊ່ວຍເຫລືອລ້າ, ອາໄສການຂຸດຄົ້ນຊັບພະຍາກອນທໍາມະຊາດ ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ. ຂາດການປຸງແຕ່ງ ແລະ ບໍ່ຖືກທິດຍືນຍົງ, ປະເທດເຮົາຍັງປະເຊີນໜ້າກັບການຂາດດຸນໃນຫລາຍດ້ານເຊັ່ນ: ດ້ານການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ, ນອກນັ້ນ ສັງຄົມເຮົາຍັງນັບມື້ນັບກາຍເປັນສັງຄົມບໍລິໂພກ, ຄົນໃນຊາດມີຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງປະເທດເປັນຕົ້ນຕໍ ແລະ ອ່ືນໆ... ເຮັດໃຫ້ຄວາມສາມາດຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດລ້ອມພາຍນອກຍັງຈໍາກັດຫລາຍດ້ານ, ກໍ່ໃຫ້ເກີດມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເງິນຕາທີ່ສະສົມຢ່າງຕໍ່ເນື່ອງມາຮອດປັດຈຸບັນເຊັ່ນ: ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະເທດຜັນຜວນ, ລາຄາສິນຄ້າ ແລະ ຄ່າຄອງຊີບຖີບຕົວສູງຂຶ້ນກະທົບ ຕໍ່ການພັດທະນາກໍຄືສ້າງຄວາມຫຍຸ້ງຍາກ, ຝຶດເຄືອງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ອື່ນໆ. ສາເຫດ ຫລື ປັດໄຈຕົ້ນຕໍທີ່ເຮັດໃຫ້ເກີດມີສະພາບດັ່ງກ່າວ ແມ່ນຍ້ອນການຄຸ້ມຄອງມະຫາພາກຂອງລັດຍັງບໍ່ທັນ ເຂັ້ມງວດ, ເຂັ້ມແຂງ, ຍັງມີການລະເມີດວິໄນແຜນການ-ການເງິນ ທີ່ຮ້າຍແຮງ, ປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍຍັງບໍ່ທັນສູງ, ຂາດຈຸດສຸມໃນການພັດທະນາ, ການສ້າງຖານການຜະລິດ ແລະ ການບໍລິການທີ່ເປັນຕົວຂັບເຄື່ອນເສດຖະກິດຍັງຊັກຊ້າ, ບໍ່ທ່ວງທັນກັບກາລະ ໂອກາດທີ່ມີ ແລະ ສະພາບແວດລ້ອມທີ່ເອື້ອອໍານວຍໄດ້ຢ່າງເປັນເຈົ້າການ. ຢ່າງໃດກໍດີບົນສະພາບຄວາມເປັນຈິງດັ່ງກ່າວນັ້ນ, ພວກເຮົາມີຄວາມຈໍາເປັນຢ່າງພາວະວິໄສ ເພື່ອຢືນຢັນຄືນຄວາມຖືກຕ້ອງຂອງແນວທາງ, ແຜນນະໂຍບາຍທີ່ໄດ້ວາງອອກ, ພ້ອມກັນນັ້ນກໍກວດກາ, ຕີລາຄາ ແລະ ປັບປຸງບາງນະໂຍບາຍ, ຍົກລະດັບຄວາມສາມາດດ້ານການບໍລິຫານຈັດການ, ພັດທະນາເສດຖະກິດຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພື້ນຖານຮັບປະກັນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວກໍຄືການພັດທະນາເສດຖະກິດຕະຫລາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ ໃຫ້ນັບມື້ນັບເປັນຮູບປະທຳຍິ່ງຂຶ້ນ.

ໂດຍ: ຢ່າຕົ່ງ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top