ເລີ່ມສຶກສາ ການກວດປ່ອຍສິນຄ້າ ຂອງ ລາວ ປະຈຳປີ 2024

15/05/2024 13:35
Email Print 337
ຂປລ ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນກອງເລຂາ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຈັດກອງປະຊຸມປຶກສາຫາລືຄັ້ງທຳອິດ


 

      ຂປລ. ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນກອງເລຂາ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຈັດກອງປະຊຸມປຶກສາຫາລືຄັ້ງທຳອິດ ກ່ຽວກັບການສຶກສາເວລາກວດປ່ອຍສິນຄ້າ (Time Release Study ຫລື TRS) ຂອງ ສປປ ລາວ ປະຈຳປີ 2024 ໂດຍການເປັນປະທານ ຂອງທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງປະເທດ,  ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ເອກກະຊົນ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍ ໃນຂອບເຂດທົ່ວປະເທດ.   ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບຕໍ່ຮ່າງຂໍ້ຕົກລົງ ຄະນະຮັບຜິດຊອບສຶກສາ TRS, ແຜນການ ແລະ ວິທີການສຶກສາ ທີ່ຈະດໍາເນີນການໃນຕໍ່ໜ້າ ຂອງບັນດາຂະແໜງການກ່ຽວຂ້ອງ ທີ່ຈະເຂົ້າຮ່ວມການສຶກສາ ແລະ ເປັນຜູ້ຄຸ້ມຄອງ ໃນການສຶກສາ ເຊິ່ງການສຶກສາ TRS ປະຈໍາປີ 2024 ຈະເລີ່ມສຶກສາ ໃນເດືອນ ພຶດສະພາ ເປັນຕົ້ນໄປ ແລະ ຄາດວ່າຈະຂະຫຍາຍຂອບເຂດການສຶກສາເວລາໃນການອອກອະນຸຍາດ ນໍາເຂົ້າສິນຄ້າ ຂອງບາງຂະແໜງການ ທັງຢູ່ສູນກາງ ແລະ ແຂວງ ຕື່ມອີກ.    ໃນໄລຍະຜ່ານມາ, ກົມພາສີ ໄດ້ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງ ປະຈໍາດ່ານ ດໍາເນີນການສຶກສາ TRS ທັງໝົດ 5 ຄັ້ງ ນັບແຕ່ປີ 2009, 2012, 2016, 2017 ແລະ 2019 ເຊິ່ງໃນຕອນນັ້ນ, ໄດ້ສຶກສາພຽງແຕ່ເວລາໃນການດໍາເນີນການກວດປ່ອຍສິນຄ້າ ຢູ່ 10 ດ່ານສາກົນ ເທົ່ານັ້ນ. ມາຮອດປີ 2020 ກົມການຄ້າຕ່າງປະເທດ ແລະ ກົມພາສີ ໄດ້ຮ່ວມກັນສຶກສາ TRS ແລະ ໄດ້ຂະຫຍາຍຂອບເຂດການສຶກສາ ກວມເອົາ 6 ຂະແໜງການກ່ຽວຂ້ອງ ທີ່ອອກອະນຸຍາດ ແລະ ຢັ້ງຢືນ ຄື: ກົມການຄ້າຕ່າງປະເທດ, ກົມຂົນສົ່ງ, ກົມອາຫານ ແລະ ຢາ, ກົມລ້ຽງສັດ ແລະ ການປະມົງ, ກົມມາດຕະຖານ ແລະ ວັດແທກ ແລະ ກົມຄຸ້ມຄອງບໍ່ແຮ່ ເຊິ່ງກວມເອົາ 12 ໃບອະນຸຍາດ ແລະ ຢັ້ງຢືນ ທີ່ຕິດພັນກັບຂະແໜງການດັ່ງກ່າວ.  ສຳລັບ ການສຶກສາເວລາກວດປ່ອຍສິນຄ້າ ຄັ້ງລ່າສຸດ ໃນປີ 2022 ໄດ້ຂະຫຍາຍຂອບເຂດການສຶກສາເພີ່ມອີກ 3 ຂະແໜງການ ໂດຍລວມທັງໝົດເປັນ 9 ຂະແໜງການ ແລະ ມີທັງໝົດ 19 ໃບອະນຸຍາດ ແລະ ຢັ້ງຢືນ. ສໍາລັບ ດ່ານແມ່ນເພີ່ມເຕີມ 4 ດ່ານ, ລວມທັງໝົດເປັນ 14 ດ່ານ ເຊິ່ງການສຶກສາໄດ້ສໍາເລັດ ແລະ ເຜີຍແຜ່ບົດສຶກສາ TRS ປະຈໍາປີ 2022 ໃນຂອບເຂດທົ່ວປະເທດ ໃນເດືອນກຸມພາ 2024, ຜ່ານການສຶກສາ ແລະ ປະເມີນ ຜົນການຈັດຕັ້ງປະຕິບັດວຽກງານຫລຸດຜ່ອນເວລາຂອງການອອກອະນຸຍາດແມ່ນປະຕິບັດໄດ້ 38% ໂດຍຍັງອີກພຽງ 12% ຈະບັນລຸເປົ້າໝາຍທີ່ວາງໄວ້ຄື 50%.

ຂໍ້ມູນ-ພາບ: ສູນຂໍ້ມູນຂ່າວສານທາງການຄ້າຂອງລາວ


KPL

ຂ່າວອື່ນໆ

ads
ads

Top