ຫາລືກຽມຄວາມພ້ອມ ກອງປະຊຸມລັດຖະມົນຕີ ອາຊຽນກ່ຽວກັບການດູແລເດັກ ແລະ ການສຶກສາກ່ອນໄວຮຽນ

09/05/2024 15:07
Email Print 832
ຂປລ ຂປລ. ກອງປະຊຸມປຶກສາຫາລື ເພື່ອຕິດຕາມຄວາມຄືບໜ້າ ໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການດູແລເດັກ ແລະ ການສຶກສາກ່ອນໄວຮຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນລະຫວ່າງ ວັນທີ 14-15 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ



ຂປລ. ກອງປະຊຸມປຶກສາຫາລື ເພື່ອຕິດຕາມຄວາມຄືບໜ້າ ໃນການກະກຽມເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການດູແລເດັກ ແລະ ການສຶກສາກ່ອນໄວຮຽນ ທີ່ ສປປ ລາວ ຈະເປັນເຈົ້າພາບ ໃນລະຫວ່າງ ວັນທີ 14-15 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທັງເປັນຮອງປະທານຄະນະຊີ້ນຳລວມ ກະກຽມກອງປະຊຸມດັ່ງກ່າວ, ມີຫົວໜ້າ ແລະ ຮອງກຳມະການຝ່າຍຕ່າງໆ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

 ໃນກອງປະຊຸມ, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ເຈາະຈີ້ມເຖິງການກຽມຄວາມພ້ອມ ແລະ ຄວາມຄືບໜ້າຂອງແຕ່ລະກຳມະການ ເປັນຕົ້ນ ດ້ານເນື້ອໃນ, ກອງເລຂາ, ດ້ານພິທີການ, ພິທີເປີດ-ປິດ, ສະຖານທີ່ພັກເຊົາ, ສະຖານທີ່ປະຊຸມ-ທີ່ພັກ, ຂົນສົ່ງ, ການສະແດງ ແລະ ອາສາສະໝັກ, ດ້ານການເງິນ, ປ້ອງກັນຄວາມສະຫງົບ, ດ້ານການແພດ; ການໂຄສະນາ-ຂ່າວສານ ແລະ ການຍ້ອງຍໍ ເຊິ່ງແຕ່ລະກຳມະການ ກໍໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສຳ ເລັດ ແລະ ຄວາມຄືບໜ້າຂອງການກະກຽມ, ບັນຫາ ແລະ ສິ່ງທ້າຍ ລວມທັງ ຂໍ້ສະເໜີຕ່າງໆ ທີ່ປິ່ນອ້ອມ.



ໃນຕອນທ້າຍ
, ທ່ານປະທານກອງປະຊຸມ ໄດ້ສັງລວມ ແລະ ຕີລາຄາວ່າ: ມາຮອດເວລານີ້ ຫລາຍໜ້າວຽກຂອງແຕ່ລະກຳມະການ ໄດ້ມີການຂັບເຄື່ອນ ແລະ ຄືບໜ້າຢ່າງໜ້າເພິ່ງພໍໃຈ, ພວກເຮົາມີຄວາມພ້ອມແລ້ວ ທີ່ຈະຈັດກອງປະຊຸມ ລະດັບລັດຖະມົນຕີ ອາຊຽນໃນຄັ້ງນີ້. ສ່ວນບັນຫາໃດທີ່ຍັງຄົງຄ້າງ ຂໍໃຫ້ເອົາໃຈໃສ່ຂຸ້ນຂ້ຽວແກ້ໄຂ ໃຫ້ ທ່ວງທັນ ແລະ ຮັບປະກັນຮອບ ດ້ານກ່ອນຮອດມື້ເປີດກອງປະຊຸມ.

ກອງປະຊຸມລັດຖະມົນຕີອາຊຽນ ກ່ຽວກັບການດູແລເດັກ ແລະ ການສຶກສາກ່ອນໄວຮຽນ ຈະຈັດຂຶ້ນໃນວັນທີ 14-15 ພຶດສະພາ 2024 ທີ່ ນະຄອນຫລວງວຽງຈັນ, ຄາດວ່າຈະມີຜູ້ແທນລະດັບລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຊ່ຽວຊານ ແລະ ວິຊາການ ຈາກບັນດາປະເທດອາຊຽນ ກວ່າ 200 ຄົນ ເຂົ້າຮ່ວມ.

KPL

ຂ່າວອື່ນໆ

ads
ads

Top