ຮອງຫົວໜ້າ ອອປສ ໂອ້ລົມພະນັກງານ ອົງການໄອຍະການປະຊາຊົນ ແຂວງໄຊສົມບູນ

14/05/2024 18:25
Email Print 538
ຂປລ ຂປລ. ໃນໂອກາດເຄື່ອນໄຫວຊຸກຍູ້ ວຽກງານໄອຍະການປະຊາຊົນ ຢູ່ 3 ແຂວງຄື: ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ລະຫວ່າງວັນທີ 12-17 ພຶດສະພາ 2024 ນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີຄຳເຫັນໂອ້ລົມພະນັກງານຫລັກແຫລ່ງ ທົ່ວອົງການ ໄອຍະການປະຊາຊົນ ແຂວງໄຊສົມບູນ



ຂປລ. ໃນໂອກາດເຄື່ອນໄຫວຊຸກຍູ້ ວຽກງານໄອຍະການປະຊາຊົນ ຢູ່ 3 ແຂວງຄື: ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ລະຫວ່າງວັນທີ 12-17 ພຶດສະພາ 2024 ນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີຄຳເຫັນໂອ້ລົມພະນັກງານຫລັກແຫລ່ງ ທົ່ວອົງການ ໄອຍະການປະຊາຊົນ ແຂວງໄຊສົມບູນ ໂດຍທ່ານໄດ້ເນັ້ນໃຫ້ຄະນະນໍາ ອົງການໄອຍະການປະຊາຊົນແຂວງ ຕ້ອງຖືສໍາຄັນວຽກງານສຶກສາອົບຮົມ ການເມືອງແນວຄິດ ພະນັກງານຢ່າງເລິກເຊິ່ງ, ເປັນປົກກະຕິຕໍ່ເນື່ອງ, ມີຄວາມອຸ່ນ ອຽນທຸ່ນທ່ຽງ, ຮ່ວມແຮງຮ່ວມໃຈກັນສ້າງຜົນງານ; ສືບຕໍ່ວຽກງານຄຸ້ມຄອງ-ນໍາພາພະນັກງານ ໂດຍຕິດພັນ ກັບການຊັບຊ້ອນ, ບັນຈຸ, ໂຍກຍ້າຍ, ແຕ່ງຕັ້ງ ເຊິ່ງແມ່ນອົງການໄອຍະການສູງສຸດ ເປັນຜູ້ຈັດຕັ້ງປະຕິບັດ; ສ້າງກົນໄກ ປະສານງານກັບພາກສ່ວນກ່ຽວຂ້ອງ ໂດຍມີການປະຊຸມສ່ອງແສງລາຍງານ, ສືບຕໍ່ແກ້ໄຂບັນຫາຄໍາຮ້ອງຟ້ອງ ຕິດພັນ ກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ສືບຕໍ່ເຮັດໜ້າທີ່ວຽກງານກວດກາທົ່ວໄປ ພ້ອມທັງສ້າງຄວາມເຂັ້ມ ແຂງໃຫ້ແກ່ພະນັກງານ.

ໃນໂອກາດນີ້, ທ່ານ ຄໍາເພັດ ດວງມາລາ ຫົວໜ້າອົງການໄອຍະການປະຊາຊົນ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາ, ອົງການໄອຍະການປະຊາຊົນ ແຂວງໄຊສົມບູນ ໄດ້ຮັບສໍານວນຄະດີຢາເສບຕິດ ທັງໜົດ 39 ເລື່ອງ, ແກ້ໄຂໄດ້ 39 ເລື່ອງເທົ່າກັບ 100%, ໄດ້ເຂົ້າຮ່ວມຖະແຫລງຄະດີຢາເສບຕິດທີ່ປະຊຸມສານ 24 ເລື່ອງ, ສານຕັດສິນເອົາຕາມຄໍາຖະແຫລງ 23 ເລື່ອງ, ໄດ້ສະເໜີຄັດຄານຄໍາຕັດສິນຂອງສານ 1 ເລື່ອງ; ຄະດີອາຍາມີທັງໜົດ 257 ເລື່ອງ, ຄ້າງມາ 202 ເລື່ອງ, ຄະດີເຂົ້າໃໜ່ 55 ເລື່ອງ, ແກ້ໄຂໄດ້ 14 ເລື່ອງ, ພວມຈັດຕັ້ງປະຕິບັດ 243 ເລື່ອງ, ຄະດີບໍ່ສາມາດຈັດຕັ້ງປະຕິບັດໄດ້ 13 ເລື່ອງ; ສໍາລັບຄະດີແພ່ງລວມທັງໜົດ 40 ເລື່ອງ, ຄ້າງມາ 28 ເລື່ອງ, ເຂົ້າໃໜ່ 6 ເລື່່ອງ, ປະຕິບັດສໍາເລັດ 6 ເລື່ອງ, ພວມຈັດຕັ້ງປະຕິບັດ 36 ເລື່ອງ. ພ້ອມນີ້, ອົງການໄອຍະການປະຊາ ຊົນແຂວງໄຊສົມບູນ ແລະ ເຂດ ຍັງໄດ້ເອົາໃຈໃສ່ປະສານສົມທົບກັບ ເຈົ້າໜ້າທີ່ໆກ່ຽວຂ້ອງ ເພື່ອກວດກາການນໍາໃຊ້ ວິທີການສືບສວນ-ສອບສວນ ແລະ ການນໍາໃຊ້ມາດຕະການສະກັດກັ້ນ ເປັຍຕົ້ນ ໄດ້ອອກຄໍາແນະນໍາ 74 ສະບັບ, ຄໍາສັ່ງກັກຂັງພາງ 123 ສະບັບ, ຄໍາສັ່ງຕໍ່ການກັກຂັງພາງ 157 ສະບັບ, ຄໍາສັ່ງຈັບຕົວ 22 ສະບັບ, ຄໍາສັ່ງປ່ອຍຕົວ ພາງ 7 ສະບັບ, ຄໍາສັ່ງຊັດມ້ຽນຄະດີ 2 ສະບັບ, ຄໍາສັ່ງກວດຄົ້ນເຄຫາສະຖານ 23 ສະບັບ, ໜາຍຮຽກ 10 ສະບັບ ແລະ ໄດ້ເປີດກອງປະຊຸມຮ່ວມ ເພື່ອປຶກສາຫາລືການແກ້ໄຂຄະດີໄດ້ 14 ຄັ້ງ.

ໃນໂອກາດດຽວກັນ, ທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງສຸດ ກໍໄດ້ມອບຄອມພິວເຕີ ຈໍານວນ 2 ຊຸດ ໃຫ້ແກ່ອົງການໄອຍະການປະຊາຊົນ ແຂວງໄຊສົມບູນ ເພື່ອນໍາໃຊ້ເຂົ້າໃນວຽກງານ ໃຫ້ມີຄວາມສະດວກ ແລະ ວ່ອງໄວ ຂຶ້ນກວ່າເກົ່າ.

ຂ່າວ: ວົງເດືອນ

KPL

ຂ່າວອື່ນໆ

    • ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດການເມືອງ

      ຖອດຖອນບົດຮຽນການະຕິບັດ ວິໄສທັດ ແລະ ຍຸດທະສາດການພັດທະນາແຮ່ທາດ

      1/21/2025 2:44:09 PM

      ຂປລ. ກົມຄຸ້ມຄອງບໍ່ແຮ່ ຈັດກອງປະຊຸມເປີດກວ້າງ ເພື່ອສະຫລຸບ ແລະ ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດຕາມວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການພັດທະນາແຮ່ທາດ ຮອດປີ 2030 ເພື່ອພັດທະນາວຽກງານຂອງຂະແໜງບໍ່ແຮ່ ປະຈຳປີ 2024 ແລະ ວາງແຜນການ ປີ 2025 ວັນທີ 20-21 ມັງກອນ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຫົວໜ້າກົມ, ຫົວໜ້າຫ້ອງການ ​ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວການເມືອງ

      ນາຍົກລັດຖະມົນຕີ ພ້ອມພັນລະຍາ ແລະ ຄະນະ ເດີນທາງເຖິງນະຄອນຫລວງໂຕກຽວ

      1/21/2025 2:30:37 PM

      ຂປລ. ໃນຕອນເຊົ້າວັນທີ 21 ມັງກອນ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງເຖິງນະຄອນຫລວງໂຕກຽວ, ປະເທດຍີ່ປຸ່ນ ເພື່ອດໍາເນີນການຢ້ຽມຢາມ ​ແລະ ເຮັດວຽກທາງການ ແຕ່ວັນທີ 21-23 ມັງກອນ 2025 ເຊິ່ງຖືກຕ້ອນຮັບໂດຍ ທ່ານ ມິຢາຊິຕະ ທາດະຢຸກິ (MIYASHITA Tadayuki) ຫົວໜ້າກົມພິທີ ການທູດ, ກະຊວງການຕ່າງປະເທດຍີ່ປຸ່ນ, ພ້ອມດ້ວຍຄະນະນໍາ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    • ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງກໍາມະການປະຈໍາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດຄົນໃໝ່

      1/21/2025 2:26:11 PM

      ຂປລ. ພິທີປະກາດການແຕ່ງຕັ້ງ ສະຫາຍ ໂພໄຊ ໄຂຄໍາພິທູນ ເປັນກໍາມະການຄະນະບໍລິ ຫານງານພັກແຂວງ, ທັງເປັນກໍາມະການປະຈໍາພັກແຂວງ ແລະ ເປັນຮອງເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ຈັດ​ຂຶ້ນໃນຕອນບ່າຍວັນທີ 20 ມັງກອນ 2025 ຢູ່ແຂວງສະຫວັນນະເຂດ​ໂດຍ​ມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຈັດຕັ້ງສູນກາງພັກ, ມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງ ເຂົ້າຮ່ວມ.

    •  ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່ການເມືອງ

      ປະກາດແຕ່ງຕັ້ງຮອງເລຂາພັກແຂວງ-ຮອງເຈົ້າແຂວງບໍ່ແກ້ວ ຄົນໃໝ່

      1/20/2025 3:25:40 PM

      ຂປລ. ພິທີປະກາດການຈັດຕັ້ງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງບໍ່ແກ້ວ ຈັດ​ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ​ໂດຍ​ເປັນ​ກຽດ​ເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງບໍ່ແກ້ວ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ເລຂາພັກເມືອງ-ເຈົ້າເມືອງ, ຫົວໜ້າ-ຮອງ ຫົວໜ້າພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ

    • ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີການເມືອງ

      ລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າອວຍພອນ ຮອງນາຍົກລົດຖະມົນຕີ

      1/20/2025 3:16:46 PM

      ຂປລ. ໃນ​ວັນ​ທີ 20 ມັງກອນ 2025 ນີ້, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ພ້ອມ​ຄະນະ ໄດ້​ເຂົ້າ​ອວຍພອນ ສະຫາຍ ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຮອງ​ປະ ທານ​ຜູ້​ປະຈຳການ ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ສູນ​ກາງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ ຄົບຮອບ 76 ປີ.

ads
ads

Top