ສ.ອາເມລິກາ ປະກາດເກັບພາສີລົດໄຟຟ້ານຳເຂົ້າຈາກ ສປ ຈີນ102,5%

15/05/2024 13:29
Email Print 457
ຂປລ ສ.ອາເມລິກາ ປະກາດ ເກັບອັດຕາ ພາສີ ນຳເຂົ້າ ລົດໄຟຟ້າ ຂອງ ສປ ຈີນ ຈະເພີ່ມຂຶ້ນຈາກ 25% ມາເປັນ 100% ແລະ ເມື່ອບວກກັບ ພາສີ ເພີ່ມຕື່ມອີກ 2,5% ທີ່ເກັບຈາກລົດ ທຸກປະເພດ ທີ່ນຳເຂົ້າສູ່ ຕະຫລາດ ສ.ອາເມລິກາ ຈະເຮັດໃຫ້ການເກັບພາສີລວມ ສຳລັບ ລົດໄຟຟ້າ ຂອງ ສປ ຈີນ ສູງຂຶ້ນ 102,5%.

ຂປລ.ສຳນັກຂ່າວ ຊິນຮວາ, ສ.ອາເມລິກາ ປະກາດ ເກັບອັດຕາ ພາສີ ນຳເຂົ້າ ລົດໄຟຟ້າ ຂອງ ສປ ຈີນ ຈະເພີ່ມຂຶ້ນຈາກ 25% ມາເປັນ 100% ແລະ ເມື່ອບວກກັບ ພາສີ ເພີ່ມຕື່ມອີກ 2,5% ທີ່ເກັບຈາກລົດ ທຸກປະເພດ ທີ່ນຳເຂົ້າສູ່ ຕະຫລາດ ສ.ອາເມລິກາ ຈະເຮັດໃຫ້ການເກັບພາສີລວມ ສຳລັບ ລົດໄຟຟ້າ ຂອງ ສປ ຈີນ ສູງຂຶ້ນ 102,5%.ຫລັງຈາກ ວັນທີ14 ພຶດສະພາ,ອັດຕາ ພາສີໃໝ່ ສຳລັບລົດໄຟຟ້າ, ແຝງໂຊລາເຊລ ແລະ ຜະລິດ ຕະພັນ ພະລງງານ ສະອາດອື່ນໆ ນຳເຂົ້າຈາກ ສປ ຈີນ ຊຶ່ງເປັນການດຳເນີນການ ທີ່ກີດກັ້ນ ທາງການຄ້າ ທີ່ຫລາຍຝ່າຍ ເຊື່ອວ່າ ອາດຫລຸດຜ່ອນ ຄວາມພະຍາຍາມ ເພີ່ມຄວາມສາມາດ ຫລຸດທາງການແຂ່ງຂັນ ແລະ ການບັນລຸເປົ້າໝາຍ ດ້ານການປ່ອຍ ກາກບອນ ຂອງ ສ.ອາເມລິກາ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top