ຖືວຽກການເມືອງ-ແນວຄິດ ເປັນສະໜາມຮົບ ໃນການຕໍ່ສູ້ປົກປ້ອງແນວທາງນະໂຍບາຍຂອງພັກ-ລັດ

08/05/2024 19:45
Email Print 289
ຂປລ ຂປລ. ໃນໂອກາດ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ໃນວັນທີ 7 ພຶດສະພາ 2024 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ໄດ້ມີຄຳເຫັນໃນພິທີ ໂດຍສະຫາຍ ໄດ້ມີຄຳເຫັນບາງ ເນື້ອໃນສຳຄັນວ່າ



ຂປລ. ໃນໂອກາດ ເຂົ້າຮ່ວມພິທີໂຮມຊຸມນຸມສະເຫລີມສະຫລອງ ວັນໄຊຊະນະບັ້ນຮົບດຽນບຽນຟູ ໃນວັນທີ 7 ພຶດສະພາ 2024 ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ໄດ້ມີຄຳເຫັນໃນພິທີ ໂດຍສະຫາຍ ໄດ້ມີຄຳເຫັນບາງ ເນື້ອໃນສຳຄັນວ່າ: ເພື່ອສືບຕໍ່ມູນເຊື້ອ ພິລະອາດຫານຂອງນັກຮົບປະຕິວັດ ທີ່ໄດ້ຕໍ່ສູ້ຕ້ານຈັກກະພັດຢູ່ສະໜາມຮົບດຽນບຽວຟູ, ສປປ ລາວ  ຕ້ອງໄດ້ເອົາໃຈໃສ່ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ
, ສະມາຊິກພັກ, ປະຊາຊົນບັນດາ ເຜົ່າໃຫ້ມີຄວາມເຊື່ອໝັ້ນ ຕໍ່ບາດກ້າວເດີນຂອງປະເທດ ຕາມທິດສັງຄົມນິຍົມ, ຕໍ່ການນຳພາທີ່ຖືກຕ້ອງຂອງພັກ ແລະ ການຄຸ້ມຄອງຂອງລັດ. ພ້ອມນີ້, ຄະນະພັກທຸກຂັ້ນ ຈົ່ງຖືເອົາການເຮັດວຽກການເມືອງ-ແນວຄິດ ເປັນສະໜາມຮົບໃນການຕໍ່ສູ້ປົກປ້ອງແນວທາງ, ແຜນນະໂຍບາຍຂອງພັກ-ລັດ ເພາະວ່າ: ວຽກງານການເມືອງ-ແນວຄິດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ, ເປັນວຽກທີ່ຕ້ອງເຮັດກ່ອນ, ເຮັດເປັນປະຈຳ ແລະ ສອດຫ້ອຍໄປໃນທຸກຂົງເຂດ ວຽກງານຂອງພັກ-ລັດ, ຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ເປັນປັດໃຈຮັບປະກັນ ທຸກໄຊຊະນະຂອງການປະຕິວັດ, ທັງຕ້ອງໃຫ້ປະຊາຊົນ ໂດຍສະເພາະໄວໜຸ່ມຮັບຮູ້ວ່າ ຍ້ອນມີການເສຍສະຫລະ ທີ່ຍິ່ງໃຫຍ່ຂອງນັກຮົບປະຕິວັດ ຂອງສອງປະເທດ ລາວ-ຫວຽດນາມ ໃນເມື່ອກ່ອນ, ພວກເຮົາຈິ່ງ ມີສັນຕິພາບໃນວັນນີ້.

ພ້ອມນີ້, ຕ້ອງຕັ້ງໜ້າປະກອບສ່ວນ ເຂົ້າໃນການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງດ້ວຍການຍົກສູງສະຕິຊາດ, ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນໃນຊາດ, ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນ ມະນຸດ, ຊັບພະຍາກອນທຳມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທຳ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄຳນຶງເຖິງປະສິດທິພາບ, ປະສິດທິຜົນ ເພື່ອການພັດທະນາແບບຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບ ທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ແລະ ເສດຖະກິດ-ສັງຄົມມີການພັດທະນາ, ນຳເອົາປະເທດຊາດຫລຸດພົ້ນ ອອກຈາກສະພາວະດ້ອຍ ພັດທະນາໃນຊຸມປີຕໍ່ໜ້າ; ສືບຕໍ່ຮັກສາມູນເຊື້ອ ຄວາມສາມັກຄີເປັນປຶກແຜ່ນ, ຮັກສາມູນເຊື້ອການຕໍ່ສູ້ອົງອາດ ກ້າແກ່ນເດັດຂາດມີໄຊຂອງກອງທັບເຮົາ, ສືບຕໍ່ປົກປັກຮັກສາມູນເຊື້ອມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີເບບພິເສດ ທີ່ເປັນມູນເຊື້ອ ແລະ ການຮ່ວມມືຍຸດທະສາດຮອບດ້ານ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈື່ມິນ ຜູ້ນຳທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິການ, ປະທານ ສຸພານຸວົງ ໄດ້ສ້າງຂຶ້ນ ແລະ ຖະນຸຖະໜອມ, ສືບທອດໂດຍການນຳຮຸ່ນຕ່າງໆ ໃຫ້ມີຄວາມໜັກແໜ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ.

ໃນສະພາບສາກົນ, ພາກພື້ນ ສືບຕໍ່ມີຄວາມສັບສົນ ຜັນແປຢ່າງສະຫລັບຊັບຊ້ອນນີ້, ພວກເຮົາຈະຕ້ອງໄດ້ສືບຕໍ່ ປະຕິບັດແນວທາງການຕ່າງປະເທດ: ສັນຕິພາບ, ເອກະລາດ, ມິດຕະພາບ, ການຮ່ວມມືຕາມຫລາຍທິດ, ຫລາຍຝ່າຍ, ຫລາຍລະດັບ ຕ່າງຝ່າຍຕ່າງມີຜົນປະໂຫຍດ; ເສີມຂະຫຍາຍຈິດໃຈປະຕິວັດ, ຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເດັດດ່ຽວຕີຖອຍສະພາບການເສື່ອມຖອຍ ດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດໍາລົງຊິວິດ ທີ່ບໍ່ປອດໃສ ຂອງພະນັກງານ, ສະມາຊິກພັກ ແລະ ໃນທົ່ວສັງຄົມ, ຕ້ານພະຍາດອາດຍາສິດ, ສໍ້ລາດບັງຫລວງ ແລະ ປະກົດການຫຍໍ້ທໍ້ຕ່າງໆ; ເສີມຂະຫຍາຍມູນເຊື້ອ ແຫ່ງໄຊຊະນະຂອງບັ້ນຮົບດຽນບຽນຟູ ເພື່ອເພີ່ມທະ ວີຄວາມສາມັກຄີພິເສດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ ແໜ້ນແຟ້ນຍິ່ງຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ສົມກັບການເສຍສະຫລະອັນໃຫຍ່ຫລວງ ຂອງນັກປະຕິວັດຂອງ 2 ຊາດ, ສືບຕໍ່ສຶກສາອົບຮົມປະຊາຊົນ ແລະ ໄວໜຸ່ມຂອງ 2 ປະເທດ ເຫັນໄດ້ຄວາມຮັບຜິດ ຊອບຂອງຕົນ ໃນການສືບຕໍ່ປົກປັກຮັກສາ ສາຍພົວພັນທີ່ຫາຍາກນີ້ ໃຫ້ໝັ້ນຄົງທະນົງແກ່ນຕະຫລອດໄປ.

ຂ່າວ: ກິດຕາ

KPL

ຂ່າວອື່ນໆ

ads
ads

Top