ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຮັກສາສຸຂະພາບສັດໃນລາວ

07/05/2024 20:13
Email Print 538
ຂປລ ຂປລ. ໃນເມື່ອບໍ່ດົນມານີ້, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຈັດກອງປະຊຸມເພື່ອນໍາສະເໜີ 2 ໂຄງການຄື: ໂຄງການ“ການເສີມສ້າງລະບົບຮັກສາສຸຂະພາບສັດ ເພື່ອການຫລຸດຜ່ອນ ໄພຂົ່ມຂູ່ທາງຊີວະພາບ ຢູ່ໃນອາຊີຕາເວັນອອກສ່ຽງໃຕ້” ​ແລະ ໂຄງການ “ການສະໜັບສະໜູນ ດ້ານວິຊາການໃນລະບົບ ການຮັກສາສຸຂະພາບສັດ



ຂປລ. ໃນເມື່ອບໍ່ດົນມານີ້
, ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ຈັດກອງປະຊຸມເພື່ອນໍາສະເໜີ 2 ໂຄງການຄື: ໂຄງການ“ການເສີມສ້າງລະບົບຮັກສາສຸຂະພາບສັດ ເພື່ອການຫລຸດຜ່ອນ ໄພຂົ່ມຂູ່ທາງຊີວະພາບ ຢູ່ໃນອາຊີຕາເວັນອອກສ່ຽງໃຕ້” ​ແລະ ໂຄງການການສະໜັບສະໜູນ ດ້ານວິຊາການໃນລະບົບ ການຮັກສາສຸຂະພາບສັດ ເພື່ອຮັບມືກັບພະຍາດສັດເກີດໃໝ່ ແລະ ພະຍາດສັດທີ່ຈັດເຂົ້າໃນບູລິມະສິດ ແລະ ໄພຂົ່ມຂູ່ຕໍ່ສຸຂະພາບໃນ ສປປ ລາວ” ໂດຍການສະໜັບສະໜູນທຶນຈາກອົງການ ເພື່ອການພັດທະນາສາກົນ ຂອງສະຫະລັດອາເມລິກາ (USAID) ແລະ ອົງການປ້ອງກັນ ແລະ ຫລຸດຜ່ອນໄພພິບັດ ທາງຊີວະພາບ ຂອງສະຫະລັດອາເມລິກາ (DTRA).

ເພື່ອກຽມພ້ອມຮັບມືກັບການລະບາດຂອງພະຍາດ ແລະ ຫລຸດຜ່ອນຄວາມສ່ຽງ ແລະ ບັນດາຜົນກະທົບຈາກໄພຂົ່ມຂູ່ທາງຊີວະພາບ, ອົງການ USAID ໄດ້ມອບໝາຍໜ້າທີ່ໃຫ້ອົງການ FAO ເພື່ອຈັດຕັ້ງປະຕິບັດໂຄງການ “ການເສີມສ້າງລະບົບ ຮັກສາສຸຂະພາບສັດ ເພື່ອການຫລຸດຜ່ອນໄພຂົ່ມຂູ່ ທາງຊີວະພາບຢູ່ໃນອາຊີຕາເວັນອອກສ່ຽງໃຕ້” ຮອດປີ 2027, ໂຄງການນີ້, ຄາດວ່າຈະສາມາດເສີມຂະຫຍາຍ ການປັບປຸງຄວາມອາດສາມາດ ດ້ານລະບາດວິທະຍາ ໃຫ້ແກ່ນັກວິຊາການພາກລັດທີ່ກ່ຽວຂ້ອງ. ໃນນັ້ນ, ເຄືອຂ່າຍຫໍວິໄຈພະຍາດ ຈະມີຄວາມເຂັ້ມແຂງຂຶ້ນ, ການເຝົ້າລະວັງແບບມີຍຸດທະວິທີ ແລະ ລະບົບການເຕືອນໄພລ່ວງໜ້າ ໃນທົ່ວຂົງເຂດລະບົບການຮັກສາສຸຂະພາບສັດ ຈະໄດ້ຮັບການປັບປຸງໃຫ້ດີຂຶ້ນ. ສ່ວນໂຄງການການສະໜັບສະໜູນດ້ານວິຊາການ ໃນລະບົບການ ຮັກສາສຸຂະພາບສັດ ເພື່ອຮັບມືກັບພະຍາດສັດເກີດໃໝ່ ແລະ ພະຍາດສັດທີ່ຈັດເຂົ້າໃນບູລິມະສິດ ແລະ ໄພຂົ່ມຂູ່ຕໍ່ສຸຂະພາບໃນ ສປປ ລາວ” ອົງການ DTRA ກໍ​ໄດ້​ມອບ​ໃຫ້ ອົງການ FAO ຈັດຕັ້ງປະຕິບັດ ​ໂດຍ​ມີ​ຈຸດປະສົງ ເພື່ອເສີມ ສ້າງລະບົບຮັກສາສຸຂະພາບສັດ ເພື່ອຫລຸດຜ່ອນຄວາມສ່ຽງ ແລະ ຜົນກະທົບຕ່າງໆ ຈາກພະຍາດຕິດຕໍ່ຈາກສັດສູ່ຄົນ, ໄພຂົ່ມຂູ່ຈາກການເກີດຂຶ້ນຂອງພະຍາດ, ເຊື້ອຈຸລະຊີບຕ້ານຕໍ່ຢາຕ້ານເຊື້ອ (AMR) ແລະ ໄພຂົ່ມຂູ່ທາງຊີວະພາບ ໂດຍຜ່ານວິທີການ ສຸຂະພາບໜຶ່ງດຽວ ແລະ ຫລັກການທີ່ມີ ຄວາມຫລາກຫລາຍ, ທີ່ສະໜັບສະໜູນຂະແໜງການລ້ຽງສັດ ໃນການປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດແຜນງານ ຄວາມປອດໄພດ້ານສຸຂະພາບໃນໂລກ.



ໃນກອງປະຊຸມ
, ທ່ານ ສຸພາວັນ ແກ້ວວິໄລ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ​ໄດ້​ມີ​ຄຳ​ເຫັນ​ວ່າ: ກົມລ້ຽງສັດ ແລະ ການປະມົງ ມີຄວາມເຊື່ອໝັ້ນໃນວິຊາການ ແລະ ຄວາມຮູ້ທີ່ສະໜອງໃຫ້ໂດຍສູນສຸກເສີນ ເພື່ອຄວບຄຸມພະຍາດລະບາດສັດຂ້າມແດນ (ECTAD) ຂອງອົງການ FAO ເພື່ອບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ຂອງສອງໂຄງການດັ່ງກ່າວ. ນອກຈາກນັ້ນ, ໂດຍຜ່ານການມີສ່ວນຮ່ວມ ແລະ ມີການສະໜັບສະໜູນຈາກອົງການ FAO ທີ່ຜ່ານມາ, ຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງທີ່ພວກເຮົາຈະພັດທະນາ ແລະ ເປົ້າໝາຍທີ່ຈະບັນລຸ ທີ່ວາງໄວ້ໃນແຜນວຽກ ແລະ ລາຍລະອຽດກິດຈະກຳຕ່າງໆ, ພວກເຮົາຈະຕ້ອງສູ້ຊົນເຮັດໃຫ້ສໍາເລັດ ເພື່ອຜົນປະໂຫຍດຂອງພວກເຮົາ, ເພື່ອສັດລ້ຽງ, ສິ່ງ ແວດລ້ອມ ແລະ ຊຸມຊົນ ຂອງພວກເຮົາເອງ.

ທ່ານ ນາງ ຄະຢອງ ມີ ຄິມ ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໄດ້ກ່າວວ່າ: ອົງການ FAO ຈະເຮັດວຽກໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ໃຫ້ການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ເພື່ອບັນລຸຜົນສຳເລັດຂອງ 2 ໂຄງການ ເພື່ອຮັບປະກັນເຮັດໃຫ້ ການຜະລິດທີ່ດີກວ່າ, ໂພຊະນາການທີ່ດີກວ່າ, ສະພາບແວດລ້ອມທີ່ດີກວ່າ ແລະ ຊີວິດທີ່ດີຂຶ້ນ ສຳລັບທຸກຄົນ.
KPL

ຂ່າວອື່ນໆ

ads
ads

Top