ທາບທາມຮ່າງກົດໝາຍ ວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບປັບປຸງ

08/05/2024 19:36
Email Print 206
ຂປລ ຂປລ. ກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງ ຈັດຂຶ້ນລະຫວ່າງວັນທີ 8-9 ພຶດສະພາ 2024 ທີ່ນະຄອນປາກເຊ ແຂວງຈໍາປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າຈາກສະພາປະຊາຊົນທ້ອງຖິ່ນ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ



ຂປລ. ກອງປະຊຸມທາບທາມຮ່າງກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງ ຈັດຂຶ້ນລະຫວ່າງວັນທີ
8-9 ພຶດສະພາ 2024 ທີ່ນະຄອນປາກເຊ ແຂວງຈໍາປາສັກ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ມີຜູ້ຕາງໜ້າຈາກສະພາປະຊາຊົນທ້ອງຖິ່ນ, ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ

ກອງປະຊຸມຄັ້ງນີ້, ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຍົກສູງປະສິດທິພາບ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ສະບັບເລກທີ 037/ຄບສພ, ລົງວັນທີ 18 ມິຖຸນາ 2018, ມະຕິສະບັບເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບ ການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາຜົນປະເມີນ ການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທໍາ 4 ສະບັບ ສະບັບເລກທີ 98/ສພຊ, ລົງວັນທີ 18 ກໍລະກົດ 2023. ດັ່ງນັ້ນ ອົງການໄອຍະການປະຊາຊົນສູງສຸດ ຈຶ່ງໄດ້ສ້າງ ແຜນ ການຄົ້ນຄວ້າ ແລະ ປັບປຸງກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບເລກທີ 244/ສຝຄ, ລົງວັນທີ 8 ທັນວາ 2023 ແລະ ອອກຂໍ້ຕົກລົງ ຂອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ປັບປຸງກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະບັບເລກທີ 1075/ອອປສ, ລົງວັນທີ 19 ທັນວາ 2023 ເຊິ່ງຈະເອົາຮ່າງກົດໝາຍສະບັບດັ່ງກ່າວ ເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2024 ນີ້. 



ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນເອົາໃຈໃສ່ໃນການຄົ້ນຄ້ວາ
, ປະກອບຄຳເຫັນ ແລະ ປຶກສາຫາລືກັນ ຢ່າງກວ້າງຂວາງ ແລະ ກົງໄປກົງມາ ຢ່າງມີປະສິດທິຜົນ ໂດຍໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາທີ່ບໍ່ສອດຄ່ອງ, ເປັນຊ່ອງວ່າງ, ມີຜົນກະທົບ ຫລື ບໍ່ສາມາດຈັດຕັ້ງປະຕິບັດໄດ້, ບັນດາຄໍາເຈາະຈີ້ມ ເຊັ່ນ: ລະບົບການຈັດຕັ້ງຂອງອົງການ ໄອຍະການປະຊາຊົນ; ພາລະບົດບາດໃນການຕິດຕາມກວດກາ ການປະຕິບັດກົດໝາຍ (ການຕິດຕາມກວດກາທົ່ວໄປ), ກໍານົດການສັ່ງຟ້ອງ ຜູ້ຖືກຫາຂຶ້ນສານການຕິດຕາມກວດກາ ການດໍາເນີນຄະດີແພ່ງ, ການຕິດຕາມກວດກາການດຳເນີນຄະດີປົກ ຄອງ ແລະ ບັນຫາອື່ນໆ. ບັນດາຄໍາຄິດຄໍາເຫັນດັ່ງກ່າວ, ໄດ້ມີຄວາມສໍາຄັນ ແລະ ເປັນປະໂຫຍດຢ່າງຍິ່ງ ໃຫ້ແກ່ການປັບປຸງຮ່າງກົດໝາຍດັ່ງກ່າວ ເຮັດໃຫ້ມີຄວາມຄົບຖ້ວນ, ສົມບູນ ແລະ ຮອບດ້ານຂຶ້ນກວ່າເກົ່າ, ສອດຄ່ອງກັບສະພາບຕົວຈິງ ຂອງການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ, ເປັນເຄື່ອງມືອັນສໍາຄັນ ໃນການປົກຄອງລັດ-ຄຸ້ມຄອງສັງຄົມ ໃຫ້ເປັນລະບົບກົມກຽວ, ລວມສູນ, ຖືກຕ້ອງ, ຍຸຕິທຳ, ເປັນເອກະພາບ ແລະ ປະສິດທິຜົນ ເຮັດໃຫ້ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສີວິໄລ ຢ່າງບໍ່ຢຸດຢັ້ງ.

KPL

ຂ່າວອື່ນໆ

ads
ads

Top