ຂປລ
ຂປລ. ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານໂຄສະນາ ການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນກັນພະຍາດຕາມລະດູການແກ່ຊຸມຊົນ ລວມທັງການປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູເມືອສາມັກຄີໄຊ ແຂວງອັດຕະປື ໃນວັນທີ 29 ເມສາ 2024
ຂປລ. ສູນກາງແນວລາວສ້າງຊາດ ລົງຊຸກຍູ້ວຽກງານໂຄສະນາ ການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນກັນພະຍາດຕາມລະດູການແກ່ຊຸມຊົນ ລວມທັງການປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູເມືອສາມັກຄີໄຊ ແຂວງອັດຕະປື ໃນວັນທີ 29 ເມສາ 2024 ໂດຍປະຕິບັດຕາມແຜນການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ອົງການອຸຍນີເຊບ ປະຈຳ ສປປ ລາວ ກໍຄື ການຮ່ວມລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ກະຊວງສາທາລະນະສຸກ ໂດຍໄດ້ເປີດກອງປະຊຸມ ປຶກສາຫາລື ສະພາບວຽກງານສັກຢາກັນພະຍາດ, ການໃຫ້ວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນກັນພະຍາດຕາມລະດູການ.
ເຂົ້າຮ່ວມກອງປະຊຸມປຶກສາຫາລືຄັ້ງນີ້, ມີ ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ ສູນກາງແນວລາວສ້າງຊາດ, ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມວນຊົນ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ມີທ່ານຮອງປະທານແນວລາວສ້າງຊາດ ແຂວງອັດຕະປື, ພະແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ນຍິງແຂວງ ແລະ ພະແນກການກ່ຽວຂ້ອງອື່ນໆ. ພ້ອມນີ້, ຍັງມີບັນດາກຸ່ມບ້ານ, ແນວໂຮມບ້ານ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ ເພື່ອນໍາເອົາໄປໂຄສະນາໃຫ້ປະຊາຊົນ ໃຫ້ຄວາມຮູ້ ແລະ ເຂົ້າໃຈ ແລະ ໃຫ້ຄວາມສຳ ຄັນຕໍ່ບັນຫາສຸຂະພາບ, ເປັນເຈົ້າການປຸກລະດົມລູກຫລານຂອງຕົນ ມາຮັບວັກຊີນກັນພະຍາດໃຫ້ຄົບຕາມເຂັມທີ່ແພດໝໍກຳນົດ.
ໂອກາດນີ້, ທ່ານ ວັນດີ ຈັນສົມບັດ ໄດ້ກ່າວເຖິງພາລະບົດບາດ ຂອງແນວລາວສ້າງຊາດ ວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສຳພັນທາງການເມືອງຂອງທົ່ວສັງຄົມ, ແນວລາວສ້າງຊາດເປັນພາກສ່ວນໜຶ່ງ ໃນລະບົບການເມືອງ ໂດຍແມ່ນພັກ ປະຊາຊົນ ປະຕິວັດລາວເປັນແກນນຳ, ແນວລາວສ້າງຊາດ ມີພາລະບົດສຳຄັນຕົ້ນຕໍ ຄື: ເປັນຫລັກແຫລ່ງເຕົ້າໂຮມຄວາມສາມັກຄີປອງດອງ, ຄວາມເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ລວມທັງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດ, ສຶກສາອົບຮົມ, ປຸກລະດົມຂົນຂວາຍ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ຕິດຕາມ ແລະ ໃຫ້ຄຳປຶກສາ, ສະເໜີແນະຕໍ່ການຈັດຕັ້ງການເມືອງສັງຄົມ, ບຸກຄົນ ແລະ ນິຕິບຸກຄົນ, ການເຄື່ອນໄຫວຂອງອົງການ. ພ້ອມນີ້, ທ່ານຍັງໄດ້ເນັ້ນເຖິງຄວາມສໍາຄັນ ຂອງວຽກງານສັກຢາກັນພະຍາດ ແລະ ບົດບາດຂອງແນວລາວສ້າງຊາດ ໃນການປຸກລະດົມປະຊາຊົນບັນດາເຜົ່າ ໃຫ້ເອົາລູກຫລານມາຮັບວັກຊີນ ກັນພະຍາດ ຕາມລະດູການ ລວມທັງພະຍາດ ໂຄວິດ-19 ພິເສດແມ່ນສຸມໃສ່ລະດົມຜູ້ປົກຄອງ ນຳເອົາລູກຫລານຂອງຕົນທີ່ມີອາຍຸຕຳກວ່າ 5 ປີລົງມາ ມາຮັບວັກຊີນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເຊິ່ງຈະເລີ່ມສັກໃນລະຫວ່າງ ວັນທີ 20-31/5/2024 ໃນຂອບເຂດທົ່ວປະເທດ.
ພ້ອມນີ້, ຜູ້ຕາງໜ້າ ພະແນກສາທາລະນະສຸກແຂວງ ກໍໄດ້ລາຍງານສະພາບການ ໃຫ້ວັກຊີນກັນພະຍາດພາຍໃນເມືອງ ແລະ ແຂວງອັດຕະປື, ພ້ອມນັ້ນກໍຍັງຈະໄດ້ແລກປ່ຽນ ຄຳເຫັນກ່ຽວກັບຂໍ້ສະ ດວກ, ຂໍ້ຫຍຸ້ງຍາກໃນການໃຫ້ບໍລິການສັກວັກຊີນ ກັນພະຍາດໃນໄລຍະຜ່ານມາ. ຈາກນັ້ນ, ບັນດາຜູ້ຕາງໜ້າພະແນກການກ່ຽວຂ້ອງ ກໍໄດ້ປະກອບຄໍາຄິດຄໍາເຫັນ ໃນການແກ້ໄຂບັນຫາອົດຕາການສັກຢາ ໃຫ້ໄດ້ຕາມມາດຕາຖານ ທີ່ລັດຖະບານກຳນົດ.
ໂອກາດດຽວກັນ, ຜູ້ຕາງໜ້າສູນກາງ ແນວລາວສ້າງຊາດສູນກາງ, ອົງການອຸຍນີເຊບ, ພະແນກສາທາລະນະສຸກ ກໍໄດ້ລົົງພົບປະໂອ້ລົມກັບປະຊາຊົນ ບ້ານລະຫາງ ເມືອງສາມັກຄີໄຊ ແຂວງອັດຕະປື ເພື່ອປຸກລະດົມວຽກງານການ ໃຫ້ວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊິນກັນພະຍາດຕາມລະດູການ, ລວມທັງການໂຄສະນາການສັກວັກຊິນປ້ອງກັນ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ.
ພາຍຫລັງສຳເລັດ, ການລົງຊຸກຍູ້ວຽກໂຄສະນາ ຢູ່ແຂວງອັດຕະປືແລ້ວ, ສູນກາງແນວລາວສ້າງຊາດ, ອົງການອຸນີເຊບ ແລະ ພາກສ່ວນກ່ຽວຂ້ອງ ຈະໄດ້ສືບຕໍ່ດໍາເນີນ ຢູ່ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ຕື່ມອີກ.
KPL