ແລກປ່ຽນຄໍາເຫັນ ການສ້າງຕັ້ງຫ້ອງການ ໄກ່ເກ່ຍຂໍ້ຂັດແຍ່ງທາງເສດຖະກິດເອກະຊົນ

08/05/2024 20:02
Email Print 259
ຂປລ ຂປລ. ເມື່ອບໍ່ດົນມານີ້, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມແລກປ່ຽນຄໍາເຫັນກ່ຽວກັບ ການສ້າງຕັ້ງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງເສດຖະກິດເອກະຊົນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົ່ງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ ແລະ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບໍລິສັດທີ່ປຶກສາ ທາງດ້ານກົດໝາຍປັກກິ່ງ ເຕີເຫີງ ລາວ ຈໍາກັດ, ພະນັກງານ-ລັດຖະກອນ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.



ຂປລ. ເມື່ອບໍ່ດົນມານີ້
, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມແລກປ່ຽນຄໍາເຫັນກ່ຽວກັບ ການສ້າງຕັ້ງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງເສດຖະກິດເອກະຊົນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົ່ງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວໜ້າ ແລະ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບໍລິສັດທີ່ປຶກສາ ທາງດ້ານກົດໝາຍປັກກິ່ງ ເຕີເຫີງ ລາວ ຈໍາກັດ, ພະນັກງານ-ລັດຖະກອນ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນີ້, ເພື່ອແລກປ່ຽນຄໍາເຫັນກ່ຽວກັບການສ້າງຕັ້ງ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງເສດຖະກິດເອກະຊົນ, ພ້ອມທັງປຶກສາຫາລື ຄວາມເປັນເອກະພາບ ໃນຂັ້ນຕອນການສ້າງຕັ້ງ, ການຄຸ້ມຄອງ ແລະ ການກວດກາຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານເສດຖະກິດເອກະຊົນ ລວມທັງການຈັດຕັ້ງປະຕິບັດຜົນ ຂອງການໄກ່ເກ່ຍ ຂອງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານເສດຖະກິດເອກະຊົນ.




ໃນກອງປະຊຸມ, ທ່ານ ນາງ ດວງມະນີ ລາວມາວ ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ໄດ້ຜ່ານບົດສະເໜີກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດ ຖະກິດໄລຍະຜ່ານມາ ໂດຍສັງເຂບ
, ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງຕັ້ງ ຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານເສດຖະກິດເອກະຊົນ, ການປະຕິບັດຜົນ ຂອງການໄກ່ເກ່ຍຂອງຫ້ອງການ ໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດ.

ໂອກາດນີ້, ທ່ານ ບຸນທາ ຊົ່ງເຢີທ່າວ ໄດ້ເນັ້ນໃຫ້ອົງການແກ້ໄຂຂໍ້ຂັດແຍ່ງ ທາງດ້ານເສດຖະກິດ ສືບຕໍ່ປະສານສົມທົບກັບພາກສ່ວນຕ່າງໆ ທາງພາກລັດ ແລະ ເອກະຊົນ ໃນຄົ້ນຄວ້າສ້າງ ແລະ ປັບປຸງ ນິຕິກໍາຕ່າງໆ ໃຫ້ມີເນື້ອໃນທີ່ຊັດເຈນ, ຮັດກຸມ ແລະ ສາມາດເປັນ ບ່ອນອີງໃນການສ້າງຕັ້ງ, ການຄຸ້ມຄອງ ແລະ ການຕິດຕາມກວດກາ ການເຄື່ອນໄຫວ ຂອງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງ ທາງດ້ານເສດຖະກິດເອກະຊົນ, ປະຕິບັດຜົນຂອງການໄກ່ເກ່ຍ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ເພື່ອເປັນການປະກອບ ສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ.

ຂ່າວ ສົມຫວັງ

ພາບ-ຂໍ້ມູນ ໄຊຍະສິດ

KPL

ຂ່າວອື່ນໆ

ads
ads

Top