ມອບ-ຮັບໜ້າທີ່ ເລຂາພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ

08/05/2024 20:16
Email Print 550
ຂປລ ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ (ຜູ້ເກົ່າ) ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ (ຜູ້ໃໝ່)

ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈຳປາສັກ (ຜູ້ເກົ່າ) ແລະ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ (ຜູ້ໃໝ່) ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການ ເມືອງສູນກາງພັກ, ຮອງປະທານປະທານ, ມີສະຫາຍຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ຄະນະບໍລິ ຫານງານພັກແຂວງ, ເລຂາພັກເມືອງ ແລະ ພະນັກງານການນຳຫລັກແຫລ່ງແຂວງຈຳປາສັກ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານຄຳສັ່ງ ຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງຈຳປາສັກ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງພາຍໃນ; ຄໍາສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຈຳປາສັກ ແລະ ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກ ແຂວງຈຳປາສັກ. ຈາກນັ້ນ, ສະຫາຍເລຂາຄະນະ ບໍລິຫານງານພັກແຂວງ, ເຈົ້າ ແຂວງຈຳປາສັກ (ຜູ້ເກົ່າ) ໄດ້ມີຄຳເຫັນລາຍງານກ່ຽວກັບ ການນຳພາ-ຊີ້ນຳວຽກງານຮອບດ້ານຂອງຄະ ນະບໍລິຫານງານພັກແຂວງ ສະໄໝທີ VIII ເຊິ່ງຕະຫລອດໄລຍະ 4 ປີກວ່າທີ່ຜ່ານມາ ເຊິ່ງເຫັນວ່າມີຜົນສໍາເລັດຫລາຍດ້ານ, ປະກອບສ່ວນເຮັດໃຫ້ແຂວງຈໍາປາສັກ ມີບາດກ້າວຂະຫຍາຍຕົວທີ່ພົ້ນເດັ່ນຫລາຍດ້ານ, ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເປັນກ້າວໆ.

ໃນພິທີ, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ໃນການນໍາພາ-ຊີ້ນຳວຽກງານ ທີ່ໄດ້ຮັບມອບໝາຍ ຂອງສະຫາຍ ວິໄລວົງ ບຸດດາຄຳ ແລະ ສະຫາຍ ອາລຸນໄຊ ສູນນະລາດ ​ເຊິ່ງ​ມີຜົນສຳເລັດພົ້ນເດັ່ນ ຫລາຍດ້ານ ແລະ ໄດ້ຮັບຄວາມເຊື່ອໝັ້ນ, ຄວາມໄວ້ເນື້ອເຊື່ອໃຈ ຈາກກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ລັດຖະ ບານ ມອບໝາຍໜ້າທີ່ໃໝ່ທີ່ສຳຄັນໃນຄັ້ງນີ້, ທັງສະແດງຄວາມເຊື່ອໝັ້ນວ່າ ສະຫາຍເລຂາພັກແຂວງຈຳປາສັກ ຜູ້ເກົ່າ ແລະ ຜູ້ໃໝ່ ຈະສືບຕໍ່ເຮັດໜ້າທີ່ໃໝ່ ຂອງຕົນມີຜົນສຳເລັດ, ປະກອບສ່ວນພັດທະນາປະເທດຊາດ ຂະຫຍາຍຕົວກ້າວຂຶ້ນບໍ່ຢຸດຢັ້ງ. ພ້ອມນີ້ ໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມ ຮັບຮູ້-ເຂົ້າໃຈ ເປັນເອກະພາບກັນວ່າ: ການສັບປ່ຽນໜ້າທີ່ ຂອງພະນັກງານການນໍາແຕ່ຂັ້ນ ແມ່ນວຽກງານປົກກະຕິ, ແມ່ນຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ, ທັງເປັນຫລັກການ ແລະ ລະບຽບການຂອງພັກ. ອັນສຳຄັນ, ສະຫາຍ ຮອງປະທານປະເທດໃນ​ນາມ​ຕາງ​ໜ້າກົມ​ການ​ເມືອງ ກໍ​ຄື ​​ລັດ​ຖ​ະ​ບານ ໄດ້ຊີ້ນຳ​ສະ ຫາຍ ເລຂາຄະນະບໍລິຫານ ງານພັກແຂວງ, ຮັກສາການເຈົ້າແຂວງຈຳປາສັກ (ຜູ້ໃໝ່) ກໍ​ຄື ​ພະ​ນັກ​ງານ, ສະ​ມາ​ຊິກພັກ ​ທົ່ວແຂວງຈຳປາສັກ ໃຫ້​ເອົາໃຈໃສ່​ບາງ​ບັນຫາ​ດັ່ງນີ້: ສືບຕໍ່ຮັກສາຄວາມສາມັກຄີພາຍໃນພັກ, ຄະນະປະຈຳພັກແຂວງ ໃຫ້ມີຄວາມໜັກແໜ້ນ, ມີຄວາມເປັນ ເອກະພາບສູງ, ສືບຕໍ່ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນໍາໃນການນໍາພາເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ-ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ;  ສືບຕໍ່ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ຖືວຽກງານ ການເມືອງ-ແນວຄິດ ເປັນສະໜາມຮົບ, ເປັນວຽກແຖວໜ້າ, ຕ້ອງເຮັດກ່ອນ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ; ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ການປະຕິບັດ 2 ວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ, ສືບຕໍ່ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ຜົນສໍາເລັດຂອງກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ຜົນສໍາເລັດກອງປະຊຸມ ຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VIII, ພ້ອມທັງຍູ້ແຮງການຈັດຕັ້ງປະຕິບັດ ໃຫ້ບັນລຸຕາມຄາດໝາຍ; ສືບຕໍ່ເພີ່ມທະວີສ້າງຄວາມເຂັ້ມແຂງໃນລະບົບການເມືອງ ແຕ່ຂັ້ນແຂວງລົງຮອດຮາກຖານ ໂດຍຖືເອົາການ ປັບປຸງ-ກໍ່ສ້າງພັກເປັນໃຈກາງ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ,  ໜັກແໜ້ນ ໃຫ້ມີຄຸນນະພາບ; ສືບຕໍ່ເອົາໃຈໃສ່ຊີ້ນໍາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພາຍໃນແຂວງໃຫ້ມີຄວາມສະຫງົບປອດໄພ; ສືບຕໍ່ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ເລິກເຊິ່ງນັບທັງການ ຕີລາການນໍາພາລວມຂອງຄະນະພັກ ແລະ ສໍາຫລວດຕີລາຄາຄວາມຮັບຜິດຊອບ ຂອງແຕ່ລະສະຫາຍ ໃນຄະນະບໍລິຫານງານພັກແຕ່ລະຂັ້ນ, ຄົ້ນຄວ້າກໍາແໜ້ນ ແລະ ຈັດຕັ້ງປະຕິບັດ ຕາມຄຳສັ່ງເລກທີ 411 ຂອງຄະນະເລຂາທິການສູນກາງພັກ ແລະ ຄໍາແນະນໍາ ເລກທີ 211 ຂອງຄະນະຈັດຕັ້ງສູນກາງພັກ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງກັບການກະກຽມແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ສືບຕໍ່ຍູ້ແຮງການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງເປັນຕົ້ນຍູ້ແຮງຂະບວນການຜະລິດເປັນສິນຄ້າ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ ແລະ ຍາວນານຂອງແຂວງ, ຊຸກຍູ້ສົ່ງເສີມການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການຢ່າງແຂງແຮງກວ້າງຂວາງ ຕິດພັນກັບການຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລຍະໃໝ່ (ສອຈ), ເອົາໃຈໃສ່ຊີ້ນໍາແກ້ໄຂສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ, ສ້າງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ; ບັນດາພະແນກການຂອງແຂວງ, ບັນດາເມືອງຕ້ອງສືບຕໍ່ເພີ່ມທະວີ ຄວາມຮັບຜິດຊອບໜ້າທີ່ ການເມືອງຂອງຕົນ, ສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຂັ້ນຂອງຕົນໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ຢ່າງແທ້ຈິງ.

ໃນຕອນທ້າຍ, ສະຫາຍ ອາລຸນໄຊ ສູນນະລາດ ໄດ້ກ່າວຮັບຄຳໂອວາດຂອງສະຫາຍ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ພ້ອມທັງ ກ່າວຮັບໜ້າທີ່ ໂດຍຢືນຢັນ ຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນຮ່ວມກັບຄະນະພັກ, ຄະນະ​ນໍາ ແລະ ພະນັກງານ ແຂວງຈຳປາສັກ ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງ ແຂວງຈຳປາສັກ; ຈັດຕັ້ງຜັນຂະຫຍາຍທິດຊີ້ນຳໃນຄັ້ງນີ້ ໃຫ້ເປັນແຜນວຽກລະອຽດ, ຍູ້ແຮງການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໃຫ້ບັນລຸຄາດໝາຍທີ່ກຳນົດໄວ້ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ-ການເງິນ; ປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ຄວາມຮັບຜິດຊອບ ແລະ ການມອບໝາຍຂອງຂັ້ນເທິງ, ຮັບປະກັນທາງ ດ້ານຄຸນນະພາບ ແລະ ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ  ແລະ ໄວ້ວາງໃຈຂອງຂັ້ນເທິງ.

ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.

KPL

ຂ່າວອື່ນໆ

ads
ads

Top