ເດັກນ້ອຍຫວຽດນາມ ນັບລ້ານຄົນ ໄດ້ຮັບການປົກປ້ອງຈາກການສັກວັກຊິນ

26/04/2024 11:16
Email Print 223
ຂປລ ອົງການ ອະນາໄມ ໂລກ (WHO) ແລະ ກອງທຶນ ເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ ປະກາດລວມ ເພື່ອສະເຫລີມ ສະຫລອງ ສັບປະດາ ສັກວັກຊິນໂລກ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ  ຫວຽດນາມ, ວັນທີ 25 ເມສາ, ອົງການ ອະນາໄມ ໂລກ (WHO) ແລະ ກອງທຶນ ເພື່ອເດັກ ສປຊ (UNICEF) ປະຈຳ ຫວຽດນາມ ໄດ້ ປະກາດລວມ ເພື່ອສະເຫລີມ ສະຫລອງ ສັບປະດາ ສັກວັກຊິນໂລກ. ໃນປະກາດ, ສອງອົງການນີ້ ໄດ້ເນັ້ນໜັກວ່າ: ການສັກວັກຊິນ ໄດ້ປົກປ້ອງ ເດັກນ້ອຍ ນັບລ້ານຄົນຢູ່ ສສ ຫວຽດນາມ ຈາກພະຍາດ ຫລາຍຊະນິດ ໃນໄລຍະ 40ກວ່າປີຜ່ານມາ. ຈຳນວນເດັກນ້ອຍເສຍ ຊີວິດຍ້ອນ ພະຍາດຕ່າງໆ ອາດຈະໄດ້ຮັບ ການປ້ອງກັນ ດ້ວຍການສັກ ວັກຊິນ ໄດ້ຫລຸດລົງຫລາຍ ພໍສົມຄວນ ນັບແຕ່ເວລາ ຫວຽດນາມ ເລີ່ມຕົ້ນ ຜັນຂະຫຍາຍ ໂຄງການ ສັກວັກຊິນ ເປີດກວ້າງແຫ່ງຊາດ ໃນປີ 1981, ດ້ວຍເປົ້າໝາຍ ຮັບປະກັນວ່າ ເດັກນ້ອຍ ໝົດທຸກຄົນ ໃນທົ່ວປະເທດ ລ້ວນແຕ່ ໄດ້ສຳຜັດກັບ ການສັກວັກຊິນ ປ້ອງກັນ ແລະ ຕ້ານພະຍາດ. ທ່ານ ນາງ ຣານາ ຟຣາວເວີສ (Rana Flowers) ຫົວໜ້າ UNICEF ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ໂຄງການ ສັກວັກຊິນຂອງ ສສ ຫວຽດນາມ ໄດ້ປະກອບສ່ວນ ກູ້ເອົາຊີວິດ ເດັກນ້ອຍ ແລະ ຫລຸດຜ່ອນ ຜົນກະທົບ ຢ່າງຮ້າຍແຮງ ຂອງພະຍາດ ຊະນິດຕ່າງໆ ທີ່ອາດຈະປ້ອງກັນໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top