ຍອດການລົງທືນ ເອຟດີໄອ ຢູ່ ສິງກະໂປ ເພີ່ມຂື້ນ 10%ໃນປີ 2023

06/05/2024 21:56
Email Print 212
ຂປລ ສຳນັກ ສະຖິຕິ ຂອງ ສິງກະໂປ ລາຍງານວ່າ: ການລົງທຶນ ໂດຍກົງ ຈາກ ຕ່າງປະເທດ (FDI) ຂອງ ສິງກະໂປ ໃນປີ 2023 ລວມມີ 2,14 ແສນລ້ານໂດລາ ສິງກະໂປ, ເພີ່ມຂື້ນ 10% ເມື່ອທຽບໃສ່ ປີຜ່ານມາ.

ຂປລ. ອ້າງຕາມ ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,​ ເມື່ອບໍ່ດົນມານີ້, ສຳນັກ ສະຖິຕິ ຂອງ ສິງກະໂປ ລາຍງານວ່າ:​ ການລົງທຶນ ໂດຍກົງ ຈາກ ຕ່າງປະເທດ (FDI) ຂອງ ສິງກະໂປ ໃນປີ 2023 ລວມມີ 2,14 ແສນລ້ານໂດລາ ສິງກະໂປ, ເພີ່ມຂື້ນ 10% ເມື່ອທຽບໃສ່ ປີຜ່ານມາ.

ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວວ່າ ການລົງທຶນ ຈາກ ຕ່າງປະເທດ ຈະເລີນເຕີບໂຕ  ເນື່ອງຈາກ ການເພີ່ມຂື້ນຂອງ ເງິນລົງທຶນ ໃນຫຸ້ນ (Equity Capital) ແລະ ຜົນກໍາໄລ ສະສົມ (retained earnings) . ໂດຍ ສ.ອາເມລິກາ , ໂຮນລັງ,​ ສປຈີນ,​ ຍີ່ປຸ່ນ ແລະ ເຂດບໍລິຫານ ພິເສດ ຮົງກົງ ຂອງຈີນ ຈັດເປັນ ແຫລ່ງ ການລົງທຶນ ໂດຍກົງ ຈາກຕ່າງປະເທດ ຊັ້ນນໍາ ຂອງ ສິງກະໂປ ໃນປີ 2023,​ ກວມເອົາ 64% ຂອງ ກະແສ ການລົງທຶນ ໂດຍກົງ ຂາເຂົ້າທັງໝົດ./

KPL

ຂ່າວອື່ນໆ

ads
ads

Top