ຫວຽດນາມ-ຝຣັ່ງ ຊຸກຍູ້ການຮ່ວມມື ດ້ານການປ້ອງກັນຊາດ

06/05/2024 21:59
Email Print 205
ຂປລ ຢູ່ສຳນັກງານກະຊວງ ປ້ອງກັນ ປະເທດ ຫວຽດນາມ (ຮ່າໂນ້ຍ), ໂດຍມີ ທ່ານພົນເອກ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານ ໃນພິທີຕ້ອນຮັບ ທ່ານ ເຊບັສຈຽນ ເລີກູເນີ ລັດຖະມົນຕີ ກະຊວງ ກອງທັບ ຝຣັ່ງ ເດີນທາງມາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຂປລ. ສຳນັກຂ່າວ ວິທະຍຸ ກະຈາຍສຽງແຫ່ງຊາດ ຫວຽດນາມ,  ວັນທີ 5 ພຶດສະພາ, ຢູ່ສຳນັກງານກະຊວງ ປ້ອງກັນ ປະເທດ ຫວຽດນາມ (ຮ່າໂນ້ຍ), ໂດຍມີ ທ່ານພົນເອກ ຟານວັນຢາງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານ ໃນພິທີຕ້ອນຮັບ ທ່ານ ເຊບັສຈຽນ ເລີກູເນີ ລັດຖະມົນຕີ ກະຊວງ ກອງທັບ ຝຣັ່ງ ເດີນທາງມາ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານ ຟານວັນຢາງ ໄດ້ເນັ້ນຫນັກວ່າ: ການຢ້ຽມຢາມ ຫວຽດນາມ ຂອງ ທ່ານ ເຊບັສຈຽນ ເລີກູເນີ ແມ່ນມີຄວາມໝາຍ ສຳຄັນ ທີ່ສຸດ ໃນການ ປະກອບສ່ວນ ຊຸກຍູ້ ການພົວພັນຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ສອງຝ່າຍ ພ້ອມທັງ ຢັ້ງຢືນວ່າ : ຫວຽດນາມ ຖືເປັນ ວຽກງານ ສຳຄັນໜຶ່ງ ໃນການພົວພັນ ຄູ່ຮ່ວມມື ຍຸດທະສາດ ກັບຝຣັ່ງ.

ໃນຂະນະດຽວກັນ, ທ່ານ ຟານວັນຢາງ ກ່າວວ່າ ການພົວພັນຄູ່ຮ່ວມມື ຍຸດທະສາດ ຫວຽດນາມ-ຝຣັ່ງ ໃນໄລຍະຜ່ານມາ ໄດ້ມີການພັດທະນາ ກ້າວເຂົ້າສູ່ ລວງເລິກ ດ້ວຍຫລາກ ຫລາຍຮູບແບບ ໃນຫລາຍຂົງເຂດ, ໃນນັ້ນ ມີການຮ່ວມມື ດ້ານປ້ອງກັນຊາດ. ທ່ານ ຟານວັນຢາງ ຄາດວ່າ ໃນຕໍ່ໜ້າ, ສອງຝ່າຍ ຈະສືບຕໍ່ຊຸກຍູ້ ການຮ່ວມມື ດ້ານປ້ອງກັນຊາດ, ແນໃສ່ເຂົ້າໃນບັນດາຂົງເຂດ; ແລກປ່ຽນ ຄະນະຜູ້ແທນ ທຸກຂັ້ນ, ເປັນຕົ້ນແມ່ນ ຄະນະຜູ້ແທນຂັ້ນສູງ, ຮັກສາສັນຕິພາບ ສປຊ, ອຸດສາຫະກຳ ປ້ອງກັນຊາດອື່ນໆ. ສອງຝ່າຍຕັ້ງຫນ້າ ປຶກສາຫາລືນຳກັນ ເພື່ອເປັນເອກະພາບໂດຍໄວ ກ່ຽວກັບໂຄງການ ຮ່ວມມື ດ້ານປ້ອງກັນຊາດ ຫວຽດນາມ-ຝຣັ່ງ  ໄລຍະປີ 2025- 2028 ຜ່ານມາ. ໃນຂະນະດຽວກັນ,  ນອກນັ້ນ ທ່ານ ເຊສບັສຈຽນ ເລີກວັກມູ (Sébastien Lecornu), ລັດຖະມົນຕີ ກະຊວງ ກອງທັບ ຝຣັ່ງ ໄດ້ເນັ້ນຫນັກເຖິງ ຄວາມໝາຍ ສຳຄັນ ຂອງ ການຮ່ວມມື ແບ່ງປັນ ຄວາມຊົງຈຳ ປະຫວັດສາດ, ແກ້ໄຂຜົນຮ້າຍ ຢ້ອນຫລັງ ຈາກ ສົງຄາມ ລະຫວ່າງ ສອງປະເທດ; ພ້ອມທັງ ສະແດງຄວາມ ປາດຖະຫນາ ຢາກໃຫ້ສອງຝ່າຍ ສືບຕໍ່ມານະ ພະຍາຍາມ ຊຸກຍູ້ ການຮ່ວມມື ດ້ານປ້ອງກັນຊາດ ໃຫ້ນັບມື້ ກ້າວເຂົ້າສູ່ ລວງເລິກ, ມີປະສິດທິຜົນ ແລະ ອື່ນ./.

KPL

ຂ່າວອື່ນໆ

ads
ads

Top