ເຢຍລະມັນ ກວດພົບ ຈຳນວນເດັກເກີດໃໝ່ຫລຸດລົງ ລະດັບຕໍ່າສຸດໃນຮອບ 10 ປີ

06/05/2024 21:59
Email Print 215
ຂປລ ສຳນັກງານ ສະຖິຕິກາງ ແຫ່ງ ເຢຍລະມັນ ລາຍງານວ່າ: ຈຳນວນ ເດັກ ເກີດໃໝ່ ພາຍໃນ ປະເທດ ໃນປີ 2023 ລວມມີ ປະມານ 693.000 ຄົນ ຊຶ່ງເປັນຕົວເລກ ຕໍ່າສຸດ ນັບຕັ້ງແຕ່ ປີ 2013 ແລະ ຫລຸດລົງ 6,2% ເມື່ອທຽບໃສ່ ປີກາຍນີ້.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິກາງ ແຫ່ງ ເຢຍລະມັນ ລາຍງານວ່າ: ຈຳນວນ ເດັກ ເກີດໃໝ່ ພາຍໃນ ປະເທດ  ໃນປີ 2023 ລວມມີ ປະມານ 693.000 ຄົນ ຊຶ່ງເປັນຕົວເລກ ຕໍ່າສຸດ ນັບຕັ້ງແຕ່ ປີ 2013 ແລະ ຫລຸດລົງ 6,2% ເມື່ອທຽບໃສ່ ປີກາຍນີ້.

ໂດຍອັດຕາສ່ວນ ການກຳເນີດລູກ ຜູ້ທີ່ 3 ຂຶ້ນໄປ ເພີ່ມຂື້ນ ແຕ່ອັດຕາສ່ວນ ການໃຫ້ກຳເນີດ ລູກຜູ້ທີ່ 1 ພັດຫລຸດລົງ , ເນື່ອງຈາກ ການເພີ່ມຂື້ນ ຂອງ ຈຳນວນ ແມ່ທີ່ເປັນພົນລະເມືອງ ຕ່າງປະເທດ ຜູ້ຊຶ່ງຕ້ອງການລູກ 3 ຄົນຂື້ນໄປ. ໃນຂະນະທີ່ ການແຕ່ງງານ ໃນເຢຍລະມັນ ຫລຸດລົງ ລະດັບ ຕໍ່າສຸດ ຈັດເປັນ ອັນດັບສອງ ນັບຕັ້ງແຕ່ ເລີ່ມຕົ້ນບັນທຶກ ຂໍ້ມູນ ໃນປີ 1950 , ໃນປີ 2023, ການແຕ່ງງານ ຂອງ ຍີ່ປຸ່ນ ລວມມີ ປະມານ 361.000 ຄູ່, ຫລຸດລົງ 7,6% ຈາກ ປີກ່ອນໜ້ານີ້ . ສ່ວນຈຳນວນ ປະຊາກອນ ເຢຍລະມັນ ເພີ່ມຂື້ນ  84,7 ລ້ານຄົນ ເມື່ອນັບເຖິງ ທ້າຍປີ 2023, ສາເຫດຫລັກ ແມ່ນມາຈາກ ການອົບພະຍົບ ຍ້າຍຖິ່ນຖານ ແລະ ອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top