ສາຍການບິນເຈແປນແອຣລາຍ ຍີ່ປຸ່ນ ມິກຳໄລສຸດທິ ເພີ່ມຂື້ນ 2,8 ເທົ່າເທື່ອ

06/05/2024 21:59
Email Print 209
ຂປລ ສາຍການບິນ ເຈແປນ ແອຣລາຍ (JAL) ຂອງ ຍີ່ປຸ່ນ ປະກາດວ່າ: ກໍາໄລສຸດທິ ປະຈໍາປີ ໃນສົກ ງົບປະມານ ການເງິນ ປີ 2023 ຊຶ່ງສິ້ນສຸດ ເມື່ອເດືອນ ມີນາຜ່ານມາ ເພີ່ມຂື້ນ 2,8 ເທົ່າເທື່ອ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສາຍການບິນ ເຈແປນ ແອຣລາຍ (JAL) ຂອງ ຍີ່ປຸ່ນ ປະກາດວ່າ:​ ກໍາໄລສຸດທິ ປະຈໍາປີ ໃນສົກ ງົບປະມານ ການເງິນ ປີ 2023 ຊຶ່ງສິ້ນສຸດ ເມື່ອເດືອນ ມີນາຜ່ານມາ ເພີ່ມຂື້ນ 2,8 ເທົ່າເທື່ອ.

ສາຍການບິນ ດັ່ງກ່າວ ລະບຸວ່າ:​ ກໍາໄລສຸດທິ ເພີ່ມຂື້ນ ຈາກປີກ່ອນໜ້ານີ້ ລວມມີ 9,55 ໝື່ນລ້ານເຢນ,​ ເນື່ອງຈາກ ຄວາມຕ້ອງການ ໃນການເດີນທາງ ເພີ່ມຂື້ນ ພາຍຫລັງໂຄວິດ-19 ແພ່ລະບາດ. ການຟື້ນຕົວ ຂອງ ຄວາມຕ້ອງການ ໃນການ ເດີນທາງ ໃນໄລຍະນີ້ ໄດ້ນຳໄປສູ່ ການເພີ່ມຂື້ນ ຂອງ ລາຍໄດ້ ລວມມີ 1,65 ພັນຕື້ເຢນ, ເພີ່ມຂື້ນ 20% ເມື່ອທຽບໃສ່ປີກາຍນີ້. ນອກນັ້ນ ສາຍການບິນ ດັ່ງກາວ ຄາດວ່າ:​ ກໍາໄລສຸດທິ ຈະເພີ່ມຂື້ນ 4,7% ໄປສູ່ ລະດັບ 1 ແສນລ້ານເຢນ ແລະ ລາຍໄດ້ ເພີ່ມຂື້ນ 16,8% ໄປສູ່ລະດັບ 1,93 ພັນຕື້ເຢນ./

KPL

ຂ່າວອື່ນໆ

ads
ads

Top