ປີນີ້ແຂວງວຽງຈັນຈະແກ້ໄຂຄອບຄົວທຸກຍາກ ໃຫ້ໄດ້ 1.600 ຄອບຄົວ

24/04/2024 10:32
Email Print 323
ຂປລ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມ່ືອບ່ໍດົນມານ້ີ ກ່ຽວກັບຄາດໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນໃນປີີ 2024.

    *ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງໆວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມ່ືອບ່ໍດົນມານ້ີກ່ຽວກັບຄາດໝາຍແກ້ໄຂຄອບຄົວທຸກຍາກຂອງ ແຂວງວຽງຈັນໃນປີີ 2024 ນີ້ວ່າ: ອົງການປົກຄອງແຂວງ ຈະສຸມໃສ່ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ວຽກ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ: ຍູ້ແຮງການເປັນເຈົ້າການຂອງຄອບຄົວ ເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກຂອງຄອບຄົວ ໂດຍລະດົມການລົງທຶນຂອງຫົວໜ່ວຍທຸລະກິດຜູ້ປະກອບການ ພາກເອກະຊົນສົມທົບກັບການລົງທຶນຂອງລັດ, ການຊ່ວຍເຫລືອຂອງອົງການຈັດຕັ້ງສາກົນເຂົ້າໃສ່ ເພື່ອຮັບປະກັນການຄ້ໍາປະກັນສະບຽງອາຫານ ແລະ ການຊຸກຍູ້ການສ້າງເສດຖະກິດຄອບຄົວທີ່ເປັນທ່າແຮງໃຫ້ຫລາຍຂ້ຶນ ເພ່ືອແກ້ໄຂໃຫ້ໄດ້ຄອບຄົວທີ່ຍັງບໍ່ທັນພົ້ນທຸກໃຫ້ຫລຸດລົງເທື່ອລະກ້າວຕາມແຜນກຳນົດໄວ້ໃນປີ 2024 ໃຫ້ໄດ້ 1.600 ຄອບຄົວ.

     ນອກຈາກນີ້, ຈະສ້າງບ້ານພັດທະນາ, ຄອບຄົວພັດທະນາໃຫ້ເພີ່ມຂຶ້ນ; ກວດກາປະເມີນຄືນການສ້າງເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກ ແລະ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍໃນຊົນນະບົດຢູ່ຈຸດສຸມຂອງແຂວງ ໃຫ້ບັນລຸຕາມແຜນການ, ຊຸກຍູ້ການສ້າງບ້ານພັດທະນາຊົນນະບົດແບບໃໝ່ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາອົງການຈັດຕັ້ງສາກົນຕ່າງໆ, ສືບຕໍ່ວຽກງານຍົກຍ້າຍ, ຈັດສັນພູມລໍາເນົາ ແລະ ອາຊີບບ່ອນທຳມາຫາກິນຂອງ 3 ບ້ານທີ່ຖຶກຜົນກະທົບຈາກການສ້າງພື້ນຖານໂຄງລ່າງຢູ່ຈຸດສຸມເມືອງຄີ່ ເມືອງແມດ. ສໍາລັບແຂວງວຽງຈັນ ມີທັງໝົດ 428 ບ້ານ, ປີ 2023 ຜ່ານມາສາມາດລົບລ້າງບ້ານທຸກຍາກໄດ້ທັງໝົດແລ້ວ. ແຕ່ຜ່ານການກວດກາປະເມີນຕາມດຳລັດ 348/ລບ ທົ່ວແຂວງຍັງມີຄອບຄົວທຸກຍາກ 3.720 ຄອບຄົວ, ເທົ່າກັບ 4,72% ຂອງຄອບຄົວທັງໝົດ; ມີບ້ານພັດທະນາ 163 ບ້ານ ກວມເອົາ 37,91%  ຂອງບ້ານທັງໝົດ ແລະ ມີຄອບຄົວພັດທະນາ 63.454 ຄອບຄົວເທົ່າກັບ 80,58% ຂອງຄອບຄົວທັງໝົດ, ກວດກາປະເມີນເມືອງເຂັ້ມແຂງຮອບດ້ານຕາມ 16 ມາດຖານ 60 ຕົວຊີ້ບອກບັນລຸໄດ້ 3 ເມືອງຄື: ວັງວຽງ, ຫີນເຫີບ ແລະ ທຸລະຄົມ.

ແຫລ່ງຂໍ້ມູນຈາກ: ວສລ

KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່ບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່

      5/6/2024 10:24:36 AM

      ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ ໃຫ້ກໍາເນີດປັດຊະຍາມາກສິດ.

    • ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມບົດ-ສາລະຄະດີ

      ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມ

      5/6/2024 10:08:33 AM

      ຫລາຍບົດໃນຄໍລຳສື່ອອນລາຍຜ່ານມາກໍໄດ້ນຳສະເໜີເລື້ອຍໆກ່ຽວ ກັບໄພຮ້າຍໃນການບໍລິໂພກຂ່າວປອມ ຫລື ພາສາອັງກິດເອີ້ນວ່າ: Fake News ໝາຍເຖີງຂ່າວທີ່ມີເນື້ອໃນບໍ່ເປັນຄວາມຈິງ, ຫລອກລວງ ຫລື ຂ່າວສ້າງສະຖານະການຊຶ່ງສ່ວນໃຫຍ່ຖືກເຜີຍແຜ່ໃນສື່ສັງ ຄົມອອນລາຍເພາະປັດຈຸບັນ ຄົນຫັນມາບໍລິໂພກຂໍ້ມູນຂ່າວຜ່ານສື່ປະເພດນ້ີນັບມ້ືຫລາຍຂ້ຶນ ເນ່ືອງຈາກສັງຄົມຍຸກໃໝ່ທີ່ແຂ່ງຂັນກັນດ້ານຄວາມວ່ອງໄວ, ຂ່າວສານຜ່ານສ່ືສັງຄົມອອນລາຍ ແມ່ນສາມາດຕອບສະໜອງໄດ້ດີເພາະມີຄວາມສະດວກ, ວ່ອງໄວ ແລະ ຕົ້ນທຶນກໍ່ຕໍ່າໃນການເຂົ້າເຖິງ.

    • ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງບົດ-ສາລະຄະດີ

      ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງ

      5/6/2024 9:46:06 AM

      ບັນຫາໄຟໄໝ້ລາມປ່າໃນປະເທດລາວເຮົາ ແມ່ນໄດ້ເກີດຂຶ້ນທຸກປີຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າອື່ນໆອັນສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຄວາມອຸດົມສົມບູນຂອງຊີວະນາໆພັນ.

    • ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູບົດ-ສາລະຄະດີ

      ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູ

      5/6/2024 9:37:58 AM

      ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບການນຳໃຊ້ລົດຖີບ ເຂົ້າໃນການລຳລຽງຂົນສົ່ງໃນບັນຮົບດຽນບຽນຟູ ໄປແລ້ວມາບົດນີ້ ສືບຕໍ່ນຳສະເໜີ ເສັ້ນທາງຍຸດທະສາດສຳຄັນໃນການລຳລຽງຂົນສົ່ງ ໃນບັ້ນຮົບດັ່ງກ່າວນັ້ນກໍແມ່ນເຂດທາງແຍກກໍ່ນ່ອຍຢູ່ເຂດເມືອງມາຍເຊີນ ແຂວງເຊີນລາ ຊຶ່ງແມ່ນຊ່ວງທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ.

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

ads
ads

Top