ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູ

06/05/2024 09:37
Email Print 256
ຂປລ ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບການນຳໃຊ້ລົດຖີບ ເຂົ້າໃນການລຳລຽງຂົນສົ່ງໃນບັນຮົບດຽນບຽນຟູ ໄປແລ້ວມາບົດນີ້ ສືບຕໍ່ນຳສະເໜີ ເສັ້ນທາງຍຸດທະສາດສຳຄັນໃນການລຳລຽງຂົນສົ່ງ ໃນບັ້ນຮົບດັ່ງກ່າວນັ້ນກໍແມ່ນເຂດທາງແຍກກໍ່ນ່ອຍຢູ່ເຂດເມືອງມາຍເຊີນ ແຂວງເຊີນລາ ຊຶ່ງແມ່ນຊ່ວງທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ.

    *ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບການນຳໃຊ້ລົດຖີບ ເຂົ້າໃນການລຳລຽງຂົນສົ່ງໃນບັນຮົບດຽນບຽນຟູ ໄປແລ້ວ ມາບົດນີ້ສືບຕໍ່ນຳສະເໜີ ເສັ້ນທາງຍຸດທະສາດສຳຄັນໃນການລຳລຽງຂົນສົ່ງ ໃນບັ້ນຮົບດັ່ງກ່າວນັ້ນກໍແມ່ນເຂດທາງແຍກກໍ່ນ່ອຍຢູ່ເຂດເມືອງມາຍເຊີນ ແຂວງເຊີນລາ ຊຶ່ງແມ່ນຊ່ວງທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ. ແຍກກໍ່ນ່ອຍເປັນຈຸດເຊື່ອມຕໍ່ຂອງບັນດາເສັ້ນທາງຄົມມະນາຄົມ ລະຫວ່າງ ເຂດທົ່ງພຽງພາກເໜືອ, ເຂດຖານທີ່ໝັ້ນຫວຽດບັກ (ຫ໋າຍຟ່ອງ, ກຽນອານ, ຖາຍບິ່ງ, ຮຶງອຽນ, ຫ໋າຍເຢືອງ), ເຂດສີ່ (ແທັງຮວາ, ເງອານ, ຮ່າຕິງ, ກວ່າງບິ່ງ, ກວາງຈິ, ເທື່ອທຽນ) ກັບສະໜາມຮົບດຽນບຽນຟູ. ໃນສະໝໍລະພູມຮົບດຽນບຽນຟູ ຢູ່ເຂດສາມແຍກກໍ່ນ່ອຍມີພະນັກງານນັກຮົບ, ຊາວໜຸ່ມຕະລຸມບອນ ແລະ ປະຊາຊົນບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະລະຊີວິດ ປະກອບສ່ວນໃຫ້ແກ່ໄຊຊະນະດຽນບຽນຟູ ໃນວັນທີ 7 ພຶດສະພາ ປີ 1954.

    ກ່ອນນີ້ 70 ປີ ກອງລຳລຽງຂົນສົ່ງຮັບໃຊ້ບັ້ນຮົບດຽນບຽນຟູໄດ້ຮັບການສ້າງຕັ້ງຂຶ້ນ ໃນການລຳລຽງແມ່ນຕ້ອງຜ່ານສາມແຍກກ່ໍນ່ອຍ. ດັ່ງນັ້ນ, ກອງທັບຝຣັ່ງ ຈຶ່ງສຸມທຸກກຳລັງເຂົ້າດັບສູນ ແລະ ທຳລາຍເພ່ືອຕັດຂາດເສັ້ນທາງລຳລຽງດັ່ກ່າວ ເພື່ອບໍ່ໃຫ້ກອງລຳລຽງສາມາດໜອງອາວຸດ, ສະບຽງອາຫານ... ໄປຍັງດຽນບຽນ. ກອງທັບອາກາດຝຣັ່ງ ຢູ່ອິນດູຈີນ ໃຊ້ທຸກວິທີບຸກໂຈມຕີທຳລາຍສາມແຍກກໍ່ນ່ອຍແຂວງເຊີນລາຈົນກາຍເປັນສະໝໍລະພູມຮົບ, ເຮັດໃຫ້ສາມແຍກກ່ໍນ່ອຍເກີດມີການຕໍ່ສູ້ທີ່ດຸເດືອດລະຫວ່າງສອງຝ່າຍ. ແຕ່ດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ໃນການປົກປັກຮັກສາເສັ້ນທາງທີ່ສຳຄັນນີ້ມີຊາວ ໜຸ່ມຕະລຸມບອນຫວຽດນາມຫລາຍກວ່າ 18.000 ເທື່ອຄົນ ໄດ້ຖືກຈັດສົ່ງມາຈາກທຸກທ້ອງຖິ່ນ ເພື່ອປະກອບສ່ວນໃນບັ້ນຮົບດຽນບຽນຟູຊຶ່ງໃນນັ້ນປະຈຳການຢູ່ສາມແຍກ ກໍ່ນ່ອຍ ມີປະມານ 1.000 ຄົນ. ໃນໂອກາດສະເຫລີມສະຫລອງ ຄົບຮອບ 70 ປີ ໄຊຊະນະບັ້ນຮົບດຽນບຽນຟູ ສະຖານີວິທະຍຸ ຫວຽດນາມ (vov) ໄດ້ສຳພາດບຸກຄົນທ່ີເຄີຍປະກອບສ່ວນໃນບັນຮົບດັ່ງກ່າວໜຶ່ງໃນນັ້ນກໍແມ່ນທ່ານ ນາງ ຫວຽນທິນຸ ອະດີດຊາວໜຸ່ມຕະລຸມບອນ ຢູ່ເຂດສາມແຍກກ່ໍນ່ອຍໄດ້ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ 1954 ຈົນເຖິງສິ້ນສຸດບັ້ນຮົບດຽນບຽນຟູ, ຢູ່ສາມແຍກກໍ່ນ່ອຍ ແມ່ນດັງສະນັ່ນຫວັ່ນໄຫວດ້ວຍສຽງລະເບີດ ແລະ ລູກປືນ.

      ໃນຕອນກາງເວັນທຸກໆຄົນຕ້ອງຍົກຍ້າຍໄປຢູ່ບ່ອນປອດໄພ ຮອດຍາມຄ່ຳຄືນກໍ່ພ້ອມກັນອອກມາສ້ອມແປງເສັ້ນທາງ ເພື່ອໃຫ້ທະຫານ ແລະ ກອງລຳລຽງຂົນສ່ົງອາວຸດ, ສະບຽງອາຫານຜ່ານກ່ອນຕາເວັນຂຶ້ນ. ເພື່ອຕັດຂາດການລຳລຽງຂົນສົ່ງໄປສູ່ສະໜາມຮົບ ດຽນບຽນຟູ ພວກລ່າເມືອງຂຶ້ນຝຣັ່ງ ໄດ້ຖິ້ມລະເບີດທຳລາຍນັບ 100 ໂຕນ ເພື່ອຕັດຂາດເສັ້ນທາງ ຊຶ່ງເຮັດໃຫທະຫານ ແລະ ປະຊາຊົ້ນຫວຽດນາມ ບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະລະຊີວິດຢູ່ສະຖານທີ່ແຫ່ງນີ້. ຍ້ອນຄວາມໂຫດຮ້າຍປ່າເຖືອນດັ່ງກ່າວຍິ່ງເຮັດໃຫ້ນ້ຳໃຈຮັກຊາດຂອງປະ ຊາຊົນຫວຽດນາມຍິ່ງສູງຂຶ້ນ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປົດປ່ອຍດຽນບຽນຟູ.ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນ້້ໍາ ໃຈເສຍສະລະອັນສູງສົ່ງຕໍ່ກອງທັບ, ປະຊາຊົນ, ຊາວໜຸ່ມຕະລຸມບອນ, ນັກຮົບວິລະຊົນ ທ່ີໄດ້ເສຍສະລະຊີ ວິດເພື່ອຊາດ ແຕ່ປີ 2000 ຫາ 2002 ແຂວງເຊີນລາ ໄດ້ກໍ່ສ້າງເຂດອາໄລ ຫາຊາວໜຸ່ມຕະລຸມບອນຢູ່ສາມ ແຍກກໍ່ນ່ອຍ. ໃນປີ 2004 ປູຊະນີ ຍະສະຖານຢູ່ແຫ່ງນີ້ ໄດ້ຖືກຍົກລະດັບເປັນລະດັບຊາດ ແລະ ຮອດເດືອນ ກໍລະກົດ ປີ 2021 ກໍໄດ້ສືບຕໍ່ສ້າງ ແລະ ເສີມຂະຫຍາຍຄຸນຄ່າຮ່ອງຮອຍສະຖານທີ່ປະຫວັດສາດສາມແຍກກໍ່ນ່ອຍ ໃຫ້ເປັນສະທີ່ປະຫວັດສາດສຳຄັນຂອງຊາດ. ອະນຸສາວະລີສາມແຍກກໍ່ນ່ອຍ ແມ່ນສະຖານທີ່ເພື່ອໃຫ້ຊາວໜຸ່ມຫວຽດນາມ ເວົ້າລວມ ແລະ ຊາວໜຸ່ມເມືອງມາຍເຊີນແຂວງເຊີນລາ ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຂອງຄົນຮຸ່ນກ່ອນໆ ທັງເປັນສັນຍະລັກວິລະຊົນຂອງກຳລັງຊາວໜຸ່ມຕະລຸມບອນໃນບັ້ນຮົບດຽນບຽນຟູ ເພື່ອໃຫ້ຊາວໜຸ່ມເຍົາວະຊົນໃນຮຸ່ນປັດຈຸສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວເຂົ້າໃນການສ້າງສາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ ແລະ ຮັ່ງມີສວຍງາມ.

ໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top