ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງ

06/05/2024 09:46
Email Print 237
ຂປລ ບັນຫາໄຟໄໝ້ລາມປ່າໃນປະເທດລາວເຮົາ ແມ່ນໄດ້ເກີດຂຶ້ນທຸກປີຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າອື່ນໆອັນສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຄວາມອຸດົມສົມບູນຂອງຊີວະນາໆພັນ.

    *ບັນຫາໄຟໄໝ້ລາມປ່າໃນປະເທດລາວເຮົາ ແມ່ນໄດ້ເກີດຂຶ້ນທຸກປີຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າອື່ນໆອັນສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຄວາມອຸດົມສົມບູນຂອງຊີວະນາໆພັນ ເຊິ່ງບັນຫາໄຟໄໝ້ລາມປ່າເກີດຂຶ້ນຍ້ອນການບຸກລຸກປ່າໄມ້ເພື່ອທຳການຜະລິດກະສິກຳ, ການທຳມາຫາກິນໃນປ່າທີ່ຂາດຄວາມເອົາໃຈໃສ່ເປັນຕົ້ນ: ພາຍຫລັງສຳເລັດການແຕ່ງຢູ່ຄົວກິນໃນປ່າແລ້ວ ບ່ໍມອດໄຟໃຫ້ດັບກອນຈຶ່ງຈາກໄປອັນໄດ້ກໍ່ໃຫ້ເກີດໄຟໄໝ້ປ່າໄດ້ງ່າຍດາຍ. ດັ່ງທີ່ພວກເຮົາເຫັນໃນທຸກມື້ນີ້ຢູ່ບາງທ້ອງຖິ່ນໄດ້ເກີດໄຟໄໝປ່າເປັນວົງກວ້າງຍ້ອນການຈູດໄຮ່, ສວນ ແລະ ຫາຢູ່ຫາກິນທີ່ຂາດການປ້ອງກັນໃຫ້ປອດໄພຈຶ່ງເກີດໄຟໄໝ້ປ່າ.

  

   ບ່ໍພຽງເທົ່ານີ້ບັນຫາໄຟໄໝ້ປ່າ ແຕ່ລະປີໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ພາກສ່ວນກ່ຽວຂ້ອງ, ປະຊາຊົນ, ກົມກອງອື່ນໆຍ້ອນການກະທຳຜິດຂອງຄົນຜູ້ໜຶ່ງຜູ້ດຽວເຮັດໃຫ້ສັງຄົມໄດ້ຮັບຜົນກະທົບ, ມີຄວາມຫຍຸ້ງຍາກຕ້ອງໄດ້ລະດົມກຳລັງແຮງພ້ອມກັນມອດທ່າມກາງສະພາບອາກາດຮ້ອນອົບເອົ້າ.  ປັດຈຸບັນໄຟໄໝ້ລາມປ່າໄດ້ເກີດຂຶ້ນຢູ່ບາງທ້ອງຖິ່ນເປັນວົງກວ້າງ ເນ່ືອງຈາກສະພາບອາກາດຮ້ອນອົບເອົ້າບວກໃສ່ປະຊາຊົນໄດ້ຈູດສວນ, ຈູດໄຮ່ເພື່ອທໍາການຜະລິດ ຈຶ່ງເຮັດໃຫ້ເກີດໄຟໄໜ້ລາມປ່າໄດ້ງ່າຍເປັນຕົ້ນ: ຢູ່ຂອບເຂດປ່າສະຫງວນຂອງບ້ານລາດຄູນເມືອງ ເມືອງເມິງ ແຂວງບໍ່ແກ້ວ ແລະ ຢູ່ບ້ານນາຍາງເໜືອ ເມືອງນໍ້າບາກ ແຂວງຫລວງພະບາງ ໄດ້ເກີດມີໄຟໄໝ້ປ່າເມື່ອທ້າຍອາທິດຜ່ານມາ. ຂະນະທີ່ຫລາຍພາກສ່ວນກໍໄດ້ເຂົ້າຮ່ວມດັບມອດໄຟໄໝ້ລາມປ່າໃນຄັ້ງນີ້ ດ້ວຍການຕັດຕົ້ນໄມ້ ແລະ ປັດກວາດເປັນແລວທາງ ເພື່ອສະກັດກັ້ນບໍ່ໃຫ້ໄຟລາມປ່າເປັນວົງກວ້າງ.

   ປັດຈຸບັນສະເພາະຢູ່ບ້ານລາດຄູນ ເມືອງເມິງ ຍັງເຫລືອພຽງແຕ່ປ່າສະຫງວນແຫ່ງດຽວນີ້, ເນື່ອງຈາກວ່າປະຊາຊົນໄດ້ຂະຫຍາຍທໍາການຜະລິດເຂົ້າມາໃນຂອບເຂດປ່າສະຫງວນຂອງບ້ານ. ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າທີ່ເກີດຂຶ້ນໃນຂອບເຂດທົ່ວປະເທດຂອງແຕ່ລະປີ ໄດ້ກາຍເປັນໄພຂົ່ມຂູ່ຕໍ່ຊັບພະຍາກອນປ່າໄມ້ ແລະ ການພັດທະນາເສດຖະກິດ-ສັງຄົມ ທັງກາຍເປັນບັນຫາເຄັ່ງຮ້ອນທີ່ພວກເຮົາຕ້ອງເພີ່ມທະວີການສະກັດກັ້ນ ແລະ ຄຸ້ມຄອງຢ່າງເອົາຈິງເອົາຈັງຕາມຄຳສັ່ງຂອງທ່ານນາຍົກລັດ ຖະມົນຕີສະບັບ ເລກທີ 11/ນຍ ລົງ ວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ເຊິ່ງຄຳສັ່ງດັ່ງກ່າວ ໄດ້ລະບຸຫລາຍພາກສ່ວນກ່ຽວຂ້ອງລວມເຖິງທຸກຊັ້ນຄົນໃນສັງຄົມຕ້ອງເພີ່ມທະວີຄວາມເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.   

ໂດຍ: ເຂົ້າຈານນໍ້າ

KPL

ຂ່າວອື່ນໆ

ads
ads

Top