ນັກທຸລະກິດລາວ ກຽມສົ່ງອອກໝາກມີ້ໄປຈີນ ຕົ້ນປີ 2025

06/05/2024 09:30
Email Print 671
ຂປລ ນັກທຸລະກິດລາວກຽມສົ່ງອອກໝາກມີ້ໄປຕະຫລາດຕ່າງປະເທດຢ່າງ ເປັນທາງການພາຍໃນສົກປີ 2024- 2025 ນີ້ໂດຍສະເພາະຕະຫລາດຈີນ ແລະ ຄາດວ່າເບ້ືອງຕົ້ນຈະສ່ົງອອກຫລາຍຮ້ອຍໂຕນ ພາຍຫລັງໃຊ້ເວລາທຸ້ມເທທຶນຮອນຕົນເອງຫລາຍລ້ານໂດລາ ຄວບຄູ່ກັບເຫືອແຮງ.

*ນັກທຸລະກິດລາວກຽມສົ່ງອອກໝາກມີ້ໄປຕະຫລາດຕ່າງປະເທດຢ່າງ ເປັນທາງການພາຍໃນສົກປີ 2024- 2025 ນີ້ ໂດຍສະເພາະຕະຫລາດຈີນ ແລະ ຄາດວ່າເບ້ືອງຕົ້ນຈະສ່ົງອອກຫລາຍຮ້ອຍໂຕນ ພາຍຫລັງໃຊ້ເວລາທຸ້ມເທທຶນຮອນຕົນເອງຫລາຍລ້ານໂດລາ ຄວບຄູ່ກັບເຫືອແຮງ, ສະຕິປັນຍາ ແລະ ຄວາມອົດທົນມາຫລາຍປີຈົນເຖິງເວລາເກັບກ່ຽວໝາກຜົນຢ່າງສົມບູນ ປັດຈຸບັນນີ້ຍັງຄົງຄ້າງ ແລະ ລໍຖ້າການຂໍອະນຸມັດຂຶ້ນບັນຊີເປັນສິນຄ້າສົ່ງ ອອກຂອງລາວຈາກພາກລັດ.ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ນັກທຸລະກິດຍິງ ຜູ້ທີ່ຢືນດ້ວຍລໍາແຂ່ງຕົນເອງ ທັງເປັນຜູ້ອໍານວຍການບໍລິສັດ ບໍລິຄໍາໄຊ ພັດທະນາ ສົ່ງເສີມກະສິກໍາ ຈໍາກັດ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນວ່າຕົນເອງໃຊ້ຊີວິດຢ່າງງຽບໆມາໄດ້ຫລາຍປີ ເພື່ອມຸ່ງໝັ້ນພັດທະນາເນື້ອທີ່ປູກຕົ້ນໄມ້ກິນໝາກ (ໝາກມີ້ ແລະ ໝາກຖົ່ວລຽນ) ປະມານ 300 ກວ່າເຮັກຕາ ຈົນເຕີບໃຫຍ່ ແລະ ເຖິງເວລາເກັບກ່ຽວໝາກຜົນໄລຍະທໍາອິດແລ້ວໂດຍສະເພາະໝາກມີ້ ປັດຈຸບັນນີ້ຍັງລໍຖ້າແຕ່ພາກລັດອະນຸຍາດການສົ່ງອອກເທົ່ານັ້ນ. ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ທັງເວົ້າທັງຍິ້ມດ້ວຍຄວາມພາກພູມ ໃຈວ່າ : “ປະເທດລາວ ແມ່ນບ່ອນຝັງສາຍແຮ່ແຜ່ສາຍບື ຂອງບັນພະບູລຸດເຮົາ ແລະ ເປັນແຜ່ນດິນທີ່ໃຫ້ກໍາເນີດຂອງຂ້າພະເຈົ້າເຊິ່ງມີຄວາມສວຍງາມ, ມີທໍາມະຊາດອັນອຸດົມສົມບູນ, ມີວັດທະນະທໍາຮີດຄອງປະເພອັນດີງາມ, ມີມູນເຊື້ອດຸໝັ່ນຂະຫຍັນພຽນ.

    ຂ້າພະເຈົ້າເອງ ຈະປ່ຽນແຜ່ນດິນປອກໂລ້ນແຫ້ງກະແດງທີ່ມີຢູ່ໃນປັດຈຸບັນໃຫ້ກາຍເປັນແຜ່ນດິນເງິນແຜ່ນດິນຄໍາໃນອະນາຄົດອັນໄກ້ນີ້” ຖ້າເວົ້າຢ້ອນຄືນຫລາຍປີຜ່ານມາຕົນເອງກໍເຄີຍປູກໝາກກ້ວຍ ໃນພື້ນທີ່ຫລາຍຮ້ອຍເຮັກຕາ ໃນແຂວງບໍລິຄໍາໄຊ ເພື່ອສົ່ງອອກກ້ວຍໄປປະເທດຈີນ ແລະ ສາມາດສ້າງລາຍໄດ້ ເປັນກອບເປັນກໍາແທ້ເຊິ່ງໄດ້ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງຊາດ, ສ້າງວຽກເຮັດງານທໍາ ໃຫ້ຄົນທ້ອງຖິ່ນຫລາຍຮ້ອຍຊີວິດ, ເປັນໃບໜ້າໃບຕາຂອງປະເທດຊາດ ທັງຫລຸດຜ່ອນການນໍາເຂົ້າຈາກຕ່າງ ປະເທດອີກດ້ວຍ. ແຕ່ເຖິງແນວໃດກໍ ຕາມ ເມື່ອການເວລາຜ່ານໄປນັ້ນເງື່ອນ ໄຂ ແລະ ສະພາບກໍ່ປ່ຽນໄປ ເຊັ່ນກັນຍ້ອນ ຄວາມຕ້ອງການຂອງຕະຫລາດ ໃນປະ ເທດເພື່ອນບ້ານໄກ້ຄຽງ ແລະ ສາກົນ ມັນບໍ່ຄືເກົ່າ ຈິ່ງໄດ້ຕັດສິນໃຈລຸກໃໝ່ນັ່ງ ໃໝ່ ເພື່ອຊອກຫາຢູ່ຫາກິນຕາມຍຸກຕາມສະໄໝຄືການປັບໂຕໃຫ້ສອດຄ່ອງ ກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ໂດຍສະເພາະການພັດທະນາສີຂຽວຍືນຍົງ, ຫັນເປັນອຸດສາຫະກໍາທັນສະໄໝ, ກົນໄກເສດຖະກິດຕະຫລາດ, ຖືເອົາການຜະລິດກະສິກໍາ, ການປູກການລ້ຽງ ເປັນໄມ້ງັດເສດຖະກິດຂອງຊາດ, ເຊື່ອມໂຍງເສດຖະກິດ-ການຄ້າດີຈິຕອນ ໄປຄູ່ຂະໜານ ກັບເສັ້ນທາງ ລົດໄຟລາວ- ຈີນ ພາຍໃຕ້ຂອບການຮ່ວມມື “ໜຶ່ງ ແລວ ໜຶ່ງເສັ້ນທາງ” ລະຫວ່າງ ລາວ- ຈີນ ເປັນກຸນແຈສໍາຄັນ ໃນການນໍາເອົາ ຜົນຜະລິດອອກສູ່ ສປ ຈີນ, ອາຊຽນ, ຕາເວັນອອກກາງ, ເອີຣົບ ແລະ ອື່ນໆ. ທ່ານ ນາງ ກິ່ງແກ້ວ ຈັນທະລັງສີ ເລົ່າສູ່ຟັງຕ່ໍຜູ້ຂຽນດ້ວຍຄວາມຫວັງ ທີ່ສົດໃສວ່າ: ຕົນເອງຄິດຖືກແລ້ວໃນການຕັດສິນໃຈຕັດຕົ້ນກ້ວຍຖິ້ມ ແລະ ຢຸດປູກກ້ວຍເຖິງແມ່ນມັນຈະສ້າງລາຍໄດ້ ແຕ່ລະປີບໍ່ໜ້ອຍກໍຕາມແຕ່ຫາກຄິດແບບວິທະຍາສາດ ແລະ ເບ່ິງກວ້າງແນມໄກນັ້ນ ເຫັນວ່າການປູກຖົ່ວລຽນ ແລະ ໝາກມີ້ຈະເປັນຂຸມຊັບທີ່ຍືນຍົງຍາວນານກວ່າປູກກ້ວຍ ເພາະອາຍຸຂອງມັນຈະສາມາດຢູ່ນໍາເຖິງ 30-70 ປີ ທັງເປັນການປະກອບສ່ວນຕໍ່ນະໂຍບາຍຂອງ ພັກ-ລັດຖະບານໃນການເພີ່ມເນື້ອ ທີ່ປົກຫຸ້ມປ່າໄມ້ສີຂຽວໄລຍະຍາວອີກດ້ວຍ.

   ແນ່ນອນວ່າ ການປູກຖົ່ວລຽນ ແລະ ໝາກມີ້ອາດລໍາບາກໃນການເບິ່ງແຍງ, ບົວລະບັດ ແລະ ເອົາໃຈໃສ່ເປັນພິເສດແຕ່ຫາກເມ່ືອມັນໃຫຍ່ຂຶ້ນກໍບໍ່ຈໍາເປັນ ຕ້ອງເຮັດທຸກຢ່າພຽງແຕ່ເບິ່ງແຍງ ແລະ ຕິດຕາມສັດຕູພືດ, ຫົດນໍ້າ, ໃຫ້ຝຸ່ນມັນ, ຕົກແຕ່ງກິ່ງງ່າເທົ່ານັ້ນກໍດີແລ້ວ. ປັດຈຸບັນນີ້ໄດ້ນໍາໃຊ້ເນື້ອທີ່ທັງໝົດ 300 ກວ່າເຮັກຕາ ໃນນັ້ນປູກໝາກຖົ່ວລຽນພັນໝອນທອງ 10.000 ກວ່າຕົ້ນ ໃນພື້ນທີ່100 ເຮັກຕາ ແລະ ໝາກມ້ີພັນແດງສຸລິຍາ-ໝາກມີ້ພັນທະວາຍ ປີດຽວໃນເນື້ອທີ່ 200 ເຮັກຕາ ແລະ ຍັງສືບຕໍ່ປູກເພີ່ມຂຶ້ນເລື້ອຍໆໃນອະນາຄົດ. ສະເພາະໝາກມີ້ ທີ່ຈະສົ່ງໄປ ຈີນ ນີ້ມີ 2 ສາຍພັນຄື ແດງສຸລິຍາ (ເປັນ ບົວສີຂັ່ງແດງອອກສີສົມຟູ) ແລະ ທະ ວາຍປີດຽວ (ບົວສີເຫລືອງ ຄ້າຍຄືມ້ອນ ໄຂ່), ມີນໍ້າໜັກສະເລ່ຍລະໜ່ວຍ ລະ 10-20 ກິໂລຂຶ້ນໄປ ທັງສອງຊະນິດ ມີລົດຊາດສະເພາະແຊບອົມນໍ້າເຜີ້ງ, ມັນ, ຫວານ, ນຸ້ມ ແລະ ກອບໆເຊິ່ງກາຍເປັນທີ່ນິຍົມ ແລະ ຕ້ອງການບໍລິໂພກຫລາຍທີ່ສຸດໃນຈີນ.ປັດຈຸບັນນີ້ໝາກມີ້ຂອງພວກເຮົາໄດ້ເກັບກ່ຽວ ແລະ ໃຫ້ໝາກຢ່າງຫລວງຫລາຍແລ້ວ ແຕ່ຍັງລໍການອະນຸຍາດຈາກພາກລັດຜ່ານມາພວກເຮົາໄດ້ປຶກສາຂໍຄໍາເຫັນຈາກຂັ້ນເທີງ ແລະ ສົ່ງເອກະສານເພື່ອຂໍຂຶ້ນບັນຊີເປັນສົ່ງສິນຄ້າ ຂອງລາວ ສົ່ງອອກໄປຕ່າງປະເທດ ແຕ່ຍັງມິດງຽບ ແລະ ບໍ່ໄດ້ຮັບຄໍາເຫັນຕອບກັບມາເທື່ອ ສະນັ້ນຢາກຂໍຮ້ອງພາກລັດຊ່ວຍຮີບເລັ່ງໃຫ້ວ່ອງໄວຂຶ້ນແນ່.

  ຫວ່າງບໍ່ດົນມານີ້ ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກໍາ ແລະ ປ່າໄມ້ ເປີດເຜີຍວ່າ: ມີນັກທຸລະກິດຕ່າງປະເທດ ຈໍານວນບໍ່ໜ້ອຍ ເຂົ້າມາຂໍສໍາປະທານທີ່ດິນໃນລາວປະມານ 3.000-5.000 ເຮັກຕາ ເພື່ອປູກຖົ່ວລຽນໃນພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ເພື່ອປູກຕົ້ນໄມ້ກິນໝາກສົ່ງອອກ ໂດຍສະເພາະໝາກຖົ່ວລຽນ.ກ່ອນໜ້ານັ້ນປະເທດໄທ ແມ່ນອັນ ດັບທີ 1 ໃນອາຊຽນສົ່ງອອກຖົ່ວລຽນ ໄປຕະຫລາດໂລກ ໂດຍສ່ວນໃຫຍ່ສົ່ງ ອອກໄປຈີນ, ເກົາຫລີ, ຍີ່ປຸ່ນ, ເອີຣົບ ແຕ່ປັດຈຸບັນນີ້ ລາວ, ຫວຽດນາມ,  ກໍາປູເຈຍ, ມາເລເຊຍ ພວມຫັນທິດນິຍົມປູກໝາກຖົ່ວລຽນ ເພື່ອສົ່ງອອກຕະຫລາດໂລກເຊັ່ນກັນ.ໄລຍະທີ່ຜ່ານມາປະເທດລາວ ແມ່ນໄດ້ນໍາເຂ້ົາຖ່ົວລຽນຈາກປະເທດໄທ ເປັນຈໍານວນບໍ່ໜ້ອຍ ເຊິ່ງເຮັດໃຫ້ເງິນຕາຕ່າງປະເທດ ໄຫລອອກຢ່າງຫລວງຫລາຍ ແລະ ຄາດວ່າໃນອະນາຄົດ ສປປ ລາວ ຈະເລີ່ມສົ່ງອອກໝາກຖົ່ວລຽນໄປຕ່າງປະເທດ ເຊິ່ງຈະເຮັດໃຫ້ລາວສາມາດຫລຸດຜ່ອນການນໍາເຂົ້າໄດ້ ເຊັ່ນກັນ.ຊຸມປີຜ່ານມານີ້, ຜູ້ປະກອບການລາວ-ຈີນ ໄດ້ລົງນາມຮ່ວມມືເພື່ອຈັດຊື້ສິນຄ້າກະສິກຳປຸງແຕ່ງຫລາຍລາຍການ ຈາກ ສປປ ລາວ ສົ່ງໄປ ສປ ຈີນ ປະກອບມີ: ຖົ່ວດິນ, ແປ້ງມັນຕົ້ນ, ຊີ້ນງົວແຊ່ແຂງ, ໝາກມ່ວງຫິມະພານ, ໝາກມ່ວງ, ຖົ່ວລຽນ,  ຖົ່ວເຫລືອງ, ກ້ວຍ, ນ້ຳຕານ ແລະ ອ່ືນໆ ແຕ່ຍັງບ່ໍປະ ກົດເຫັນໝາກມີ້ຍັງນອນໃນບັນຊີສົ່ງອອກໄປຕະຫລາດຈີນ ຫລື ບໍ່? ສະນັ້ນ ຢາກໃຫ້ພາກລັດພິຈາລະນາເບິ່ງຄືນ ຢ່າງຮີບດ່ວນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top