ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມ

06/05/2024 10:08
Email Print 290
ຂປລ ຫລາຍບົດໃນຄໍລຳສື່ອອນລາຍຜ່ານມາກໍໄດ້ນຳສະເໜີເລື້ອຍໆກ່ຽວ ກັບໄພຮ້າຍໃນການບໍລິໂພກຂ່າວປອມ ຫລື ພາສາອັງກິດເອີ້ນວ່າ: Fake News ໝາຍເຖີງຂ່າວທີ່ມີເນື້ອໃນບໍ່ເປັນຄວາມຈິງ, ຫລອກລວງ ຫລື ຂ່າວສ້າງສະຖານະການຊຶ່ງສ່ວນໃຫຍ່ຖືກເຜີຍແຜ່ໃນສື່ສັງ ຄົມອອນລາຍເພາະປັດຈຸບັນ ຄົນຫັນມາບໍລິໂພກຂໍ້ມູນຂ່າວຜ່ານສື່ປະເພດນ້ີນັບມ້ືຫລາຍຂ້ຶນ ເນ່ືອງຈາກສັງຄົມຍຸກໃໝ່ທີ່ແຂ່ງຂັນກັນດ້ານຄວາມວ່ອງໄວ, ຂ່າວສານຜ່ານສ່ືສັງຄົມອອນລາຍ ແມ່ນສາມາດຕອບສະໜອງໄດ້ດີເພາະມີຄວາມສະດວກ, ວ່ອງໄວ ແລະ ຕົ້ນທຶນກໍ່ຕໍ່າໃນການເຂົ້າເຖິງ.

    *ຫລາຍບົດໃນຄໍລຳສື່ອອນລາຍຜ່ານມາກໍໄດ້ນຳສະເໜີເລື້ອຍໆກ່ຽວກັບໄພຮ້າຍໃນການບໍລິໂພກຂ່າວປອມ ຫລື ພາສາອັງກິດເອີ້ນວ່າ: Fake News ໝາຍເຖີງຂ່າວທີ່ມີເນື້ອໃນບໍ່ເປັນຄວາມຈິງ, ຫລອກລວງ ຫລື ຂ່າວສ້າງສະຖານະການຊຶ່ງສ່ວນໃຫຍ່ຖືກເຜີຍແຜ່ໃນສື່ສັງຄົມອອນລາຍ ເພາະປັດຈຸບັນຄົນຫັນມາບໍລິໂພກຂໍ້ມູນຂ່າວຜ່ານສື່ປະເພດນ້ີນັບມ້ືຫລາຍຂ້ຶນ ເນ່ືອງຈາກສັງຄົມຍຸກໃໝ່ທີ່ແຂ່ງຂັນກັນດ້ານຄວາມວ່ອງໄວ, ຂ່າວສານຜ່ານສ່ືສັງຄົມອອນລາຍ ແມ່ນສາມາດຕອບສະໜອງໄດ້ດີເພາະມີຄວາມສະດວກ, ວ່ອງໄວ ແລະ ຕົ້ນທຶນກໍ່ຕໍ່າໃນການເຂົ້າເຖິງ. ດັ່ງນັ້ນ ຈິ່ງຮຽກຮ້ອງມາຍັງທຸກຄົນໃນສັງຄົມຈົ່ງບໍລິໂພກຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍຢ່າງມີສະຕິ, ທຸກຄົນຕ້ອງຈໍາແນກ ແລະ ວິເຄາະຂໍ້ມູນຂ່າວສານທີ່ໄດ້ຮັບຢ່າງລະອຽດ ວ່າເປັນຂໍ້ມູນຂ່າວສານທີ່ແທ້ຈິງ ແລະ ເຊື່ອຖືໄດ້ ຫລື ບໍ່ໂດຍປະຕິບັດ 6 ມີ ໃນການໃຊ້ສື່ອອນລາຍໃຫ້ເຂັ້ມງວດທີ່ສຸດຄື: ມີສະຕິໃນການບໍລິໂພກ, ມີສະຕິໃນການກົດຖືກໃຈ, ມີສະຕິໃນການແຊ, ມີສະຕິໃນການອອກຄວາມເຫັນ, ມີສະຕິໃນການກົດຕິດຕາມ ແລະ ມີສະຕິໃນການໂພສ.

    ຖ້າເຮັດໄດ້ຄືແນວນີ້, ແນ່ນອນຜູ້ຊົມໃຊ້ສື່ສັງຄົມອອນລາຍທຸກຄົນ ຈະບໍ່ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ເຜີຍແຜ່ຂ່າວປອມທີ່ເກີດຂຶ້ນໃນສັງຄົມລາວ. ຂ່າວປອມຖືກສ້າງຂຶ້ນມາຈາກຜູ້ທີ່ມີອະຄະຕິ ຫລື ຜູ້ຕ້ອງການໃຫ້ສັງຄົມແຕກແຍກ, ເປັນເຄື່ອງມືໃນການສ້າງຜົນປະໂຫຍດໃຫ້ກັບບຸກຄົນ ແລະ ທັງມາຈາກແຮງຈູງໃຈທາງດ້ານເສດຖະກິດ ກໍ່ຄືຫາກມີຍອດແຊ, ຍອດການກົດຖືກໃຈຫລາຍຂຶ້ນເທົ່າໃດ ຫລື ມີຄົນເຂົ້າອ່ານຂ່າວຫລາຍເທົ່າໃດລາຍໄດ້ກໍ່ຈະຫລາຍຂຶ້ນເທົ່ານັ້ນ. ຂ່າວປອມໄດ້ສ້າງຄວາມບໍ່ສະຫງົບຫລາຍສົມຄວນຢູ່ຫລາຍປະເທດທົ່ວໂລກ, ໃນນັ້ນລວມທັງປະເທດມະຫາອໍານາດຄືສະຫະລັດອາເມລິກາກໍ່ປະສົບບັນຫານີ້ເຊັ່ນດຽວກັນ. ສະເພາະຢູ່ປະເທດລາວຂ່າວປອມທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍໄດ້ສ້າງຄວາມບໍ່ສະຫງົບ ແລະ ຄວາມຫຍຸ້ງຍາກສັບສົນບໍ່ໜ້ອຍໃນສັງຄົມເພາະມີກຸ່ມຄົນບໍ່ຫວັງດີ ຫວັງມ້າງເພທຳລາຍລະບອບໃໝ່ຂອງລາວເຜີຍແຜ່ຂ່າວປອມ, ຖ່າຍຄຣິບວິດີໂອ ຫລື ຕັດຕໍ່ຮູບພາບການນຳພ້ອມກັບບັນລະຍາຍຄວາມບໍ່ດີໃສ່ ເພື່ອໂຄສະນາດ້ວຍຫລາຍຮູບແບບທີ່ມີລັກສະນະຕົວະຍົວະຫລອກລວງປະຊາຊົນລາວຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມທັງຍຸຍົງສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ປັ່ນປ່ວນສັງຄົມ, ເຜີຍແຜ່ຮູບພາບລາມົກອານາຈານ ແລະ ອື່ນໆ.

   ດັ່ງໃນກໍລະນີຫລ້າສຸດທີ່ມີບຸກຄົນບໍ່ດີສ້າງຂ່າວປອມກ່ຽວກັບມະຫາວິທະຍາໄລແຫ່ງຊາດ ໄດ້ມອບໂອນກຳມະສິດດິນເຂດໂຮງຮຽນອະນຸບານສາທິດໃຫ້ນາຍທຶນຊ່ຶງກໍໃຫ້ເກີດຄວາມເສຍຫາຍໃຫ້ແກ່ຄະນະນຳມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງກໍຄືລັດເຮົາພໍສົມຄວນ. ຕໍ່ກັບການສະກັດກັ້ນຂ່າວປອມນີ້ເຖິງວ່າລັດຖະບານເຮົາບໍ່ໄດ້ອອກກົດໝາຍເພື່ອຮັບມືກັບຂ່າວປອມໂດຍສະເພາະແຕ່ກ່ໍມີກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງກັບການຄຸ້ມຄອງຂ່າວ ແລະ ອິນເຕີເນັດຫລາຍສະບັບເປັນຕົ້ນ: ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາດຊະຍາກຳທາງລະບົບຄອມພີວເຕີ, ກົດໝາຍວ່າດ້ວຍການປົກປ້ອງຂໍ້ມູນອີເລັກໂຕຣນິກ ແລະ ນິຕິກໍາ ແລະ ອື່ນໆ. ຫລ້າສຸດ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ອອກແຈ້ງການໃຫ້ສື່ສັງຄົມອອນລາຍ ຄືບັນດາເວັບໄຊ ແລະ ເພຈເຟສບຸກທີ່ໃຫ້ບໍລິການດ້ານຂ່າວສານແກ່ສັງຄົມ ຕ້ອງລົງທະບຽນໃຫ້ຖືກຕ້ອງຕາມກົດໝາຍແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ແມ່ນຍັງບໍ່ທັນໄດ້ຮັບຜົນດີເທົ່າທ່ີຄວນເນ່ືອງຈາກຍັງມີຫລາຍເວັບໄຊ ແລະ ຫລາຍເພຈ ທີ່ໄດ້ຮັບຄວາມນິຍົມຈາກສັງຄົມ ບໍ່ທັນໄປລົງທະບຽນຢ່າງເປັນທາງການເທື່ອ.

ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top