ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່

06/05/2024 10:24
Email Print 499
ຂປລ ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ ໃຫ້ກໍາເນີດປັດຊະຍາມາກສິດ.

*ເດືອນພຶດສະພາມີຫລາຍວັນສຳຄັນທາງ ປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດແຫ່ງຊີວິດ ແລະ ການເຄື່ອນ ໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນຕື່ມອີກເທື່ອໜຶ່ງ.

   ທ່ານ ກາກມາກ ເກີດເມື່ອວັນທີ 5  ພຶດສະພາ 1818  ທີ່ເມືອງເດີເຣຍ, ແຂວງເຣນ ປະເທດເຢຍລະມັນ ໃນຄອບຄົວປັນຍາຊົນ, ແຕ່ຍັງເຍົາໄວກາກມາກ ໄດ້ຮັບການສຶກສາອົບຮົມ ແລະ ຫລໍ່ຫລອມບົນຈິດໃຈຜູ້ກໍ່ຕັ້ງລັດທິເສລີພາບ, ມະນຸດສະທໍາ, ຮຽນຈົບການສຶກສາຂັ້ນມັດທະຍົມຢູ່ເມືອງເຕີເຣຍ ດ້ວຍການຂຽນບົດວິກະຍານິພົນຈົບຊັ້ນຊື່ວ່າ: “ການຮິ່ນຕອງຂອງຊາຍສະກັນໃນການເລືອກເຟັ້ນອາຊີບ” ບົດວິທະຍານິພົນດັ່ງກ່າວໄດ້ສ່ອງແສງໃຫ້ເຫັນ ຜົນກະທົບທາງດ້ານຈິດໃຈຕໍ່ການສ້າງຕັ້ງລັດທິເສລີພາບຂອງເພິ່ນແຕ່ຄາວຍັງເຍົາໄວ, ຮຽນຈົບສຶກສາປະລິນຍາຕີທາງກົດໝາຍຢູ່ມະຫາວິທະຍາໄລແບກແລງ, ຮຽນຈົບປະລິນຍາໂທ ແລະ ເອກຢູ່ມະຫາວິທະຍາໄລເຈນາ. ໃນບົດວິທະຍານິພົນປ້ອງກັນປະລິນຍາເອກກາກມາກ ໂດ້ຢືນຢູ່ບົນຫລັກໝັ້ນຂອງນັກປະຊາທິປະໄຕປະຕິວັດເພື່ອແກ້ໄຂບັນຫາສັງຄົມ ຂອງປະເທດເຢຍລະມັນໃນເວລານັ້ນ. ພາຍຫລັງຮຽນຈົບມະຫາວິທະຍາໄລ ກາກມາກ ໄດ້ເຂົ້າເຮັດວຽກເປັນນັກໜັງສືພິມຢູ່ແຂວງເຮນ, ຫລັງຈາກນັ້ນເຄິ່ງປີ ຄື: ເດືອນ 10 ປີ 1842 ເພິ່ນໄດ້ກາຍເປັນເຈົ້າຂອງໜັງສືພິມສະບັບນັ້ນ. ພາຍໃຕ້ການຊີ້ນໍາຂອງມາກ ໜັງສືພິມດັ່ງກ່າວ ໄດ້ນໍາສະເໜີແນວຄິດປະຊາທິປະໄຕອອກນັບມື້ນັບແຈ້ງ, ກາກມາກ ໄດ້ຫັນໜັງສືພິມຈາກອົງການທີ່ສະໜັບສະໜູນລັດຖະບານໄປເປັນອົງການຕໍ່ຕ້ານລັດຖະບານ, ໄດ້ໂຈມຕີລັດຖະບານເຢຍລະມັນ ຢ່າງແຂງແຮງ.ເພື່ອດໍາເນີນການຕໍ່ສູ້ການເມືອງຕ້ານລັດຖະບານ ກາກມາກ ເຫັນວ່າມີຄວາມຈໍາເປັນຕ້ອງຢືນຢູ່ຄຽງຂ້າງມະຫາຊົນຊາວຜູ້ອອກແຮງງານ, ຜູ້ທຸກຍາກ, ປົກປ້ອງສິດຜົນປະໂຫຍດ ແລະ ຊັບສິນ ຂອງພວກເຂົາເຈົ້າ, ໄລຍະເຮັດວຽກຢູ່ໜັງສືພິມ, ທ່ານໄດ້ຂຽນບົດຄວາມອອກໜັງສືພິມ ເພື່ອປຸກລະດົມຊົນກໍາມາຊີບ ໃຫ້ລຸກຂຶ້ນຕໍ່ຕ້ານພວກນາຍທຶນທ່ີກົດຂີ່ຂູດຮີດ.

   ຍ້ອນລັກສະນະທາດແທ້ປະຕິວັດຂອງໜັງສືພິມ ປີ 1843 ໜັງສືພິມຂອງທ່ານ ໄດ້ຖືກລັດຖະ ບານເຢຍລະມັນ ສັ່ງປິດ. ທ້າຍປີ 1843 ກາກມາກພ້ອມກັບອາກໂນນຣູເກີ (ຝ່າຍເຣແກນຫນຸ່ມ) ໄດ້ເດີນທາງໄປນະຄອນຫລວງປາຣີ ເພື່ອຈໍາໜ່າຍວາລະສານ “ລາຍປີ ຝຣັ່ງ - ເຢຍລະມັນ” ໂດຍໄດ້ຮັບການຮ່ວມມີຈາກ ຟ.ອັງແກນ ແລະ ຣາຍເນີ (ນັກກະວີປະຕິວັດຜູ້ຍິ່ງໃຫຍ່ຂອງເຢຍລະມັນ) ການຈໍາໜ່າຍວາລະສານດັ່ງກ່າວໄດ້ສົ່ງຜົນສະທ້ອນໃຫຍ່ຫລວງຕ່ໍຊີວິດການເມືອງ-ສັງຄົມຍຸກນັ້ນ. ປີ 1844 ກາກມາກ ແລະ ຟ.ອັງແກນ ໄດ້ຮ່ວມກັນຂຽນວັນນະກໍາຫລາຍເລື່ອງ, ພວກເພິ່ນເນັ້ນໜັກເປັນພິເສດ ບົດບາດຂອງມະຫາຊົນຊາວຜູ້ອອກແຮງງານ, ຊາວກໍາມາຊີບໃນປະຫວັດສາດ. ເດືອນ 2 ປີ 1845 ກາກມາກ ຖືກລັດຖະບານຝຣັ່ງຄໍາສັ່ງເນລະເທດ ທ່ານຈໍາຕ້ອງໄປນະຄອນ ຫລວງ ບຣຸກແຊນ ປະເທດແບນຊິກ, ຍ້ອນນະຄອນຫລວງບຸກແຊນເວລານັ້ນ ໄດ້ກາຍເປັນໃຈກາງຂອງຂະບວນການ ປະຊາທິປະໄຕຂອງໂລກ, ຢູ່ທີ່ນັ້ນມາກ ແລະ ອັງແກນ ໄດ້ຮ່ວມກັນສ້າງທິດສະດີປະຕິວັດ ແລະ ໂຄສະນາເຜີຍແຜ່ເຂົ້າໃນຂະບວນການກໍາມະກອນ. ທ່ານ ມາກໄດ້ຮ່ວມມືກັບທ່ານ ອັງແກນ ເພື່ອນຮ່ວມຮົບຜູ້ໃກ້ຊິດຂອງທ່ານ ຄົ້ນຄວ້າບັນຫາຕ່າງໆທີ່ເປັນພື້ນຖານທາງດ້ານແນວຄິດ ແລະ ທິດສະດີປະຕິວັດ ວິທະຍາສາດ ເພື່ອລົບລ້າງສັງຄົມເກົ່າ, ກໍ່ສ້າງສັງຄົມໃໝ່ ສັງຄົມນິຍົມ ແລະ ສັງຄົມກອມມູນິດ ເຊິ່ງປາສະຈາກການກົດຂີ່ຂູດ ແລະ ບໍ່ມີການຕໍ່ສູ້ຂັດແຍ່ງກັນ. ຈາກນັ້ນ ທ່ານກໍໄດ້ສ້າງຕັ້ງອົງການສະຫະພັນແຮງງານສາກົນ. ເປັນຂີດໝາຍອັນໜຶ່ງທີ່ສະແດງໃຫ້ເຫັນເຖິງຜົນສໍາເລັດໃນພາລະກິດຂອງທ່ານ ກາກມາກ.

   ທ່ານ ກາກມາກ  ໄດ້ໃຫ້ກໍາເນີດປັດຊະຍາມາກຊິດ ລວມມີ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ, ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ທ່ານໄດ້ຍົກໃຫ້ເຫັນຢ່າງແຈ່ມແຈ້ງວ່າກໍາລັງແຮງ ຂອງມະຫາຊົນເປັນຜູ້ສ້າງປະຫວັດສາດ ແລະ ການຕໍ່ສູ້ຊົນຊັ້ນແມ່ນກໍາລັງແຮງຕັດສິນການຂະຫຍາຍຕົວຂອງສັງຄົມທີ່ມີຊົນຊັ້ນຂູດຮີດ ແລະ ທ່ານໄດ້ພິສູດວ່າການລົບລ້າງລັດທິທຶນນິຍົນ ໄປສູ່ເສັ້ນທາງສັງຄົມນິຍົມ ແມ່ນຈະຕ້ອງໄປຕາມບັນດາກົດເກນພາວະວິໄສຂອງການຂະຫຍາຍຕົວຂອງສັງຄົມມະນຸດ.ຈາກຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ, ທ່ານ ກາກມາກ ຈິ່ງໄດ້ຮັບການຍອມຮັບຈາກບັນດານັກປາດທາງດ້ານການເມືອງທີ່ສໍາຄັນ ແລະ ດີເດັ່ນຂອງໂລກ. ທ່ານ ກາກມາກ ເປັນນັກທິດສະດີຜູ້ຍິ່ງໃຫຍ່, ເປັນຜູ້ນໍາທີ່ປີຊາສາມາດ ແລະ ເປັນອາຈານຜູ້ຍິ່ງໃຫຍ່ຂອງຂະບວນກໍາມະກອນສາກົນ, ເປັນຜູ້ໃຫ້ກໍາເນີດລັດທິກອມມູນິດວິທະຍາສາດ ເຊິ່ງເປັນທິດສະດີປ່ຽນແປງ ແລະ ດັດສ້າງໂລກ.

ຮຽບຮຽງໂດຍ: ພິດສະໄໝ

KPL

ຂ່າວອື່ນໆ

ads
ads

Top