ມີນັກທ່ອງທ່ຽວ 1 ແສນກວ່າຄົນ ເຂົ້າຫລວງພະບາງໃນໄລຍະປີໃໝ່ລາວ

06/05/2024 09:19
Email Print 622
ຂປລ 10 ຊາດສະມາຊິກອາຊຽນ ໄດຮັບຜົນປະໂຫຍດບໍ່ໜ້ອຍຈາກພາກອຸດ ສາຫະກໍາທ່ອງທ່ຽວ ພາຍຫລັງພະຍາດ ໂຄວິດຈາງຫາຍ ສ່ວນ ສປປ ລາວ ຖືວ່າ ຂະແໜງທ່ອງທ່ຽວເປັນໜຶ່ງໃນຍຸດທະ ສາດສໍາຄັນຂອງລັດຖະບານ ແລະ ເປັນ ເສົາຄໍ້າເສດຖະກິດຂອງຊາດເພື່ອນໍາ ເອົາເງິນຕາຕ່າງປະເທດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງ ຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ ໄຂຄວາມທຸກຍາກຢ່າງຍືນຍົງ.

      *10 ຊາດສະມາຊິກອາຊຽນ ໄດຮັບຜົນປະໂຫຍດບໍ່ໜ້ອຍຈາກພາກອຸດສາຫະກໍາທ່ອງທ່ຽວພາຍຫລັງພະຍາດໂຄວິດຈາງຫາຍສ່ວນ ສປປ ລາວ ຖືວ່າຂະແໜງທ່ອງທ່ຽວເປັນໜຶ່ງໃນຍຸດທະສາດສໍາຄັນຂອງລັດຖະບານ ແລະ ເປັນເສົາຄໍ້າເສດຖະກິດຂອງຊາດເພື່ອນໍາເອົາເງິນຕາຕ່າງປະເທດປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກຢ່າງຍືນຍົງ. ພາຍຫລັງການສະເຫລີມສະຫລອງປີໃໝ່ລາວ 2024 ຫາກໍສິ້ນສຸດລົງໝາດໆພົບວ່າບັນດາສະມາຊິກອາຊຽນກໍໄດ້ມີການລາຍງານໝາກຜົນຂອງການທ່ອງທ່ຽວໃນພາບລວມໆ ໂດຍສະເພາະ ສປປ ລາວ ແລະ ປະເທດໄທ ອ້າງວ່າມີນັກທ່ອງທ່ຽວຈາກຫລາຍປະເທດ ໄດ້ເດີນທາງຜ່ານເສັ້ນາງລົດໄຟລາວ- ຈີນ ມີຈໍານວນເພີ່ມຂຶ້ນແບບກ້າວກະໂດດໃນນັ້ນນັກທ່ອງທ່ຽວໄທ ເຂົ້າໄປ ທ່ອງທ່ຽວຈີນ ເພີ່ມຂຶ້ນເຖິງ 160% ແລະ ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວ ລາວ ໃນໄລຍະປີໃໝ່ເຖິງ 10.000  ກວ່າ ຄົນ ແນວໃດກໍດີຈາກຂໍ້ມູນຂອງເວັບ ໄຊ Trip.com Group ລະບຸວ່າ: ສ່ວນ ໃຫຍ່ຊາວອາຊຽນ ມັກໄປທ່ອງທ່ຽວ ຈີນ ນັ້ນມີ 9 ຕົວເມືອງຍອດນິຍົມເຊັ່ນ: ຊາງໄຮ້, ກວາງໂຈ, ຄຸນໝິງ, ປັກກິ່ງ, ເຊິງຕູ, ສົງຊິ່ງ, ຫາງໂຈ, ລີ່ຈຽງ, ເຊີນເຈິ້ນ ແລະ ອື່ນໆ. ຫລ້າສຸດລາຍງານຈາກຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງພະບາງເປີດເຜີຍວ່າ ສະເພາະເມືອງມໍລະດົກ ຫລວງພະບາງ ຕ້ອນຮັບນັກທ່ອງທ່ຽວ 110.302 ຄົນ ຕະຫລອດໄລຍະບຸນປີໃໝ່ລາວປີນີ້, ເຊິ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 10-20 ເມສາ 2024.  ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດຫລາຍກວ່າ 41.400 ກວ່າຄົນ, ໂດຍມີນັກທ່ອງທ່ຽວຈາກ ສປ ຈີນ ຫລາຍເປັນອັນດັບໜຶ່ງ 10.497 ຄົນ, ຮອງລົງມາແມ່ນ ສ ເກົາຫລີ ມີ 5.541 ຄົນ, ໄທ ມີ 4.284  ຄົນ ແລະ ຫວຽດນາມ ມີ 2.843 ຄົນ.

    ຕາມສະຖິຕິໃນປີ 2023, ລະບຸວ່າມີ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເດີນທາງມາທ່ຽວຫລວງພະບາງລວມທັງໝົດ 23.749 ຄົນ ໃນໄລຍະບຸນປີໃໝ່ລາວປີທີ່ຜ່ານມາ ເຊິ່ງໝາຍຄວາມວ່າສະຖິຕິຂອງປີນີ້ມີທ່າອ່ຽງເພີ່ມຂຶ້ນຫລາຍເຖິງ 364,44%.ເມື່ອບໍ່ດົນມານີ້, ບໍລິສັດທາງລົດໄຟລາວ-ຈີນ ຈັດພິທີສະເຫລີມສະຫລອງການນຳໃຊ້ທາງລົດໄຟຂ້າມແດນ ຄົບຮອບ 1  ປີ ໃນວັນທີ 13 ເມສາ 2024, ໂດຍເປັນກຽດເຂົ້າຮ່ວມໂດຍທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຫວາງ ຊ້າງ ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ແຂກຜູ້ມີກຽດ ອື່ນໆເຂົ້າຮ່ວມເປັນຈຳນວນຫລາຍ. ໃນພິທີດັ່ງກ່າວໄດ້ມີການລາຍງານ ວ່າ: ໃນໄລຍະ 1 ປີຜ່ານມາ ລົດໄຟ ຂ້າມແດນໄດ້ຂົນສົ່ງນັກທ່ອງທ່ຽວທັງ ໝົດ 700.000 ເທື່ອຄົນ, ໃນນັ້ນມີ 180.000 ເທື່ອຄົນຈາກ 87 ປະເທດ ແລະ ພາກພ້ືນ, ການຂົນສ່ົງສິນຄ້າສ າ ກົນບັນລຸ 8 ລ້ານໂຕນ, ນັບແຕ່ໄດ້ເປີດ ນຳໃຊ້ລົດໄຟຂ້າມແດນເປັນຕົ້ນມາ ໄດ້ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວເປັນຈຳນວນຫລາຍ.ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີຄຳເຫັນຕໍ່ພິທີວ່າ: ໃນເວລາດຽວກັນຂອງປີກາຍຂ້າພະເຈົ້າກໍໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນພິທີເປີດລົດໄຟຂ້າມແດນທີ່ຈັດຂຶ້ນຢູ່ສະຖານີນະຄອນຫລວງວຽງຈັນແຫ່ງນີ້, ເຫັນໄດ້ວ່າໃນ ໄລຍະ 1 ປີຜ່ານມາ ຕົວເລກສະຖິຕິການຂົນສົ່ງຜູ້ໂດຍສານ ແລະ ການຂົນສົ່ງສິນຄ້າຂ້າມແດນ ໂດຍເສັ້ນທາງລົດໄຟລາວ-ຈີນ ໄດ້ນຳຜົນປະໂຫຍດມາສູ່ສອງຊາດລາວ-ຈີນ ຢ່າງຫລວງຫລາຍ ໂດຍສະເພາະແມ່ນ ສປປ ລາວ ເພື່ອຟື້ນຟູເສດຖະກິດຂອງຊາດ. ດັ່ງທີ່ ຮູ້ນໍາກັນບັນດາຕ່າງໆໃນພາກພື້ນ ແລະ ໃນໂລກໄດ້ກໍານົດເອົາຂະແໜງທ່ອງທ່ຽວເປັນຂະແໜງເສດຖະກິດໜຶ່ງເພື່ອລາຍນຳຮັບເຂົ້າສູ່ປະເທດ.

     ສະນັ້ນ ຈຶ່ງ ໄດ້ວາງນະໂຍບາຍຕ່າງໆເພື່ອຍາດແຍ່ງ ແລະ ດຶງດູດນັກທ່ອງທ່ຽວໃຫ້ເຂົ້າໄປທ່ອງທ່ຽວຢູ່ປະເທດຂອງຕົນ. ສໍາລັບ ສປປ ລາວ ພາຍຫລັງທີ່ມີລົດໄຟຄວາມໄວສູງເຊ່ືອມໂຍງລະ ຫວ່າງລາວ-ຈີນ ຖືວ່າເປັນທ່າແຮງໜຶ່ງ ທີ່ສໍາຄັນສຳລັບການອໍານວຍຄວາມສະດວກໃຫ້ແກ່ການເດີນທາງລະຫວ່າງ ປະເທດ ໂດຍສະເພາະແມ່ນນັກທ່ອງທ່ຽວ ທີ່ມາຈາກ ສປ ຈີນ ຊຶ່ງຖືວ່າເປັນກຸ່ມນັກທ່ອງທ່ຽວທີ່ມີກໍາລັງຊື້ໃນອັນດັບຕົ້ນໆຂອງໂລກໃຫ້ເຂົ້າມາທ່ອງທ່ຽວ ໃນປະເທດຂອງຕົນໃຫ້ຫລາຍຂຶ້ນ.ທ່ານ ຫວາງ ຊ້າງ ອຸປະທູດ ສະ ຖານເອກອັກຄະລັດຖະທູດ ສປ ຈີນ ປະ ຈຳ ສປປ ລາວ ໄດ້ກ່າວວ່າ: ທາງລົດໄຟ ລາວ-ຈີນ ໄດ້ຊ່ວຍຊຸກຍູ້ທ່າແຮງການ ຂົນສົ່ງສິນຄ້າ ແລະ ຜູ້ໂດຍສານໃຫ້ມີ ຄວາມຮຸ່ງເຮືອງ, ສົ່ງເສີມບົດບາດທ່ີ ສ່ອງທາງໃຫ້ມີເງິນຄຳໃຫຍ່ຫລວງ. ມາຮອດເດືອນມີນາທີ່ຜ່ານມານີ້ ຈຳນວນຂົນສົ່ງຜູ້ໂດຍສານໄດ້ບັນລຸ 30 ລ້ານເທື່ອຄົນ ແລະ ການຂົນສົ່ງສິນຄ້າບັນລຸ 34 ລ້ານໂຕນ. ນັບແຕ່ການເປີດບໍລິການລົດໄຟຂ້າມແດນ ໃນວັນທີ 13 ເມສາ 2023 ເປັນຕົ້ນມາ, ເຫັນໄດ້ວ່າທາງລົດໄຟໄດ້ຊ່ວຍຊຸກຍູ້ການພັດທະນາການທ່ອງທ່ຽວ ແລະ ເສດຖະກິດ- ສັງ ຄົມຂອງລາວ. ປັດຈຸບັນ, ການຂີ່ລົດ ໄຟໄດ້ກາຍເປັນວິທີໜຶ່ງໃນການອອກເດີນທາງທີ່ທັນສະໄໝ, ສະດວກສະບາຍ ແລະ ມີຄວາມປອດໄພຂອງປະຊາຊົນລາວ ແລະ ນັກທ່ອງທ່ຽວສາກົນ, ຊ່ວຍປັບປຸງວິຖີຊີວິດການເປັນຢູ່ ແລະ ການພັດທະນາການທ່ອງທ່ຽວຂອງ ປະຊາຊົນລາວໄດ້ຢ່າງເລິກເຊິ່ງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top